ແຮງງານລາວທີ່ຂຶ້ນທະບຽນ ຢູ່ ໄທ

ສິດນີ
2014.08.13
f-default ແຮງງານລາວທີ່ຂຶ້ນທະບຽນ ຢູ່ ໄທ
RFA

 

ທ່ານ ສຸເມກ ມະໂຫສົດ ຮອງ ອະທິບໍດີ ຫ້ອງການ ຈັດຫາງານ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ຂອງໄທ ເປີດເຜີຍວ່າ ໃນ ອາທິດ ທີ່ຜ່ານມາ ທ່ານໄດ້ ຫາລືກັບ ທ່ານ ຫລີ ບຸນຄ້ຳ ເອກອັຄຣັຖທູດ ລາວ ປະຈຳ ບາງກອກ ກ່ຽວກັບ ການພິສູດ ສັນຊາດ ແລະ ອອກຫນັງສື ເດີນທາງ ໃຫ້ແກ່ ແຮງງານລາວ.

ຈາກການ ໂອ້ລົມກັນ ໃນເບື້ອງຕົ້ນ ທູດ ສປປລາວ ເວົ້າວ່າ ໃນເວລານີ້ ແຮງງານລາວ ເຂົ້າມາ ຈົດທະບຽນ ໃນສູນ ບໍຣິການ ແຫ່ງດຽວ ຕາມ ແຂວງຕ໋າງໆ ຂອງໄທ ຫລາຍກວ່າ ທີ່ຄາດໄວ້ ຊຶ່ງມີຢູ່ ປະມານ 1 ແສນ 2 ຫມື່ນຄົນ ຈຶ່ງຢາກໃຫ້ ທາງການໄທ ເລີ້ມພິສູດ ສັນຊາດ ແຮງງານລາວ ຢ່າງ ຮີບດ່ວນ ພ້ອມທັງ ຈະໃຫ້ຄວາມ ຮ່ວມມື ຢ່າງເຕັມທີ.

ທາງການໄທ ເວົ້າວ່າ ກົມແຮງງານ ໄທ ແລະ ສປປລາວ ໄດ້ນັດ ປະຊຸມກັນ ກ໋ຽວກັບ ຣາຍຣະອຽດ ຂອງ ການພິສູດ ສັນຊາດ ແຮງງານ ລາວ ແລະ ການອອກ ຫນັງສືຜ່ານແດນ ອີກໃຫມ່ ຮ່ວມທັງ ບັນຫາ ແຮງງານລາວ ຜູ້ທີີ່ເຮັດວຽກ ຕາມແຂວງ ຊາຍແດນ ລາວ-ໄທ ແບບ ມາເຊົ້າ ກັບຄ່ຳ ແລະ ເຮັດວຽກ ຕາມ ຣະດູການ. ທັງສອງຝ່າຍ ຍັງຈະ ປັບປຸງ ບົດບັນທຶກ ຄວາມເຂົ້າໃຈ ຣະຫວ່າງກັນ ດ້ານແຮງງານ ທີ່ແຂວງ ຫນອງຄາຍ.

ສຳລັບ ການອອກ ໃບຜ່ານແດນ ໃຫ້ ແຮງງານລາວ ນັ້ນ ທາງການ ລາວ ຈະອອກໃຫ້ ຢູ່ ສະຖານທູດ ລາວ ທີ່ບາງກອກ ຫລື ເຮັດເປັນ ໜ່ວຍ ເຄື່ອນທີ່ ໄປຕາມແຂວງ ທີ່ ມີແຮງງານ ລາວ ອາສັຍ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.