ລາວຕ້ອງການຄຣູສອນພາສາ ອັງກິດ
2016.09.11
ນາຍຄຣູລາວ ທ່ານນຶ່ງ ໃນໂຮງຮຽນ ມັທຍົມ ແຂວງຄຳມ່ວນ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 9 ກັນຍາ ນີ້ວ່າ ຕົນເອງ ຕ້ອງການ ຢາກໃຫ້ມີ ການຮ່ວມມື ທາງດ້ານ ພາສາອັງກິດ ຫຼາຍຂຶ້ນ ຣະຫວ່າງ ລາວ-ສະຫະຣັດ, ຈຶ່ງຢາກໃຫ້ມີ ຄຣູສອນພາສາ ອັງກິດ ຈາກ ສະຫະຣັດ ເຂົ້າມາ ສອນພາສາ ອັງກິດ ໃນໂຮງຮຽນ ຢູ່ລາວ ໃນ ທຸກຣະດັບ ເພື່ອໃຫ້ ນັກຮຽນລາວ ສາມາດ ເວົ້າພາສາ ອັງກິດ ໄດ້ ຄ່ອງແຄ້ວ. ເນື່ອງຈາກວ່າ ປັດຈຸບັນ ຫຼາຍໂຮງຮຽນ ຢູ່ຕ່າງແຂວງ ຍັງບໍ່ມີ ຄຣູສອນ ພາສາອັງກິດ ເທື່ອ. ດັ່ງທ່ານ ກ່າວວ່າ:
"ຄັນວ່ານັກຮຽນເຮົາໄດ້ແດ່ ຂະເຈົ້າ ກໍແຮງຢາກເວົ້າ ແນ່ເນາະ ກັບຄົນ ຕ່າງປະເທດ ຢ່າງວ່າ ຖ້າວ່າ ຂະເຈົ້າພາກັນ ໄດ້ແທ້ນໍ ຂະເຈົ້າ ກໍຊີ່ມີ ຄວາມສົນໃຈ ຫັ້ນແຫຼະ ອັນເວລາ ຄຣູສອນ ຫັ້ນກໍ ຂະເຈົ້າກໍ PRACTICE ກັນເດ ກໍສົນທະນາ ກັນເນາະ ແລ້ວຂະເຈົ້າ ຈະໃຊ້ ແບບຢູ່ແຕ່ ລະຊົ່ວໂມງ ທີ່ວ່າເຮົາຮຽນ ພາສາອັງກິດ ຫັ້ນຊັ້ນນະ ແຕ່ຢູ່ບ່ອນອື່ນ ຂະເຈົ້າກໍໃຊ້ ແຕ່ ພາສາລາວ ເລີຍ".
ທ່ານກ່າວຕື່ມວ່າ ໂຮງຮຽນ ທີ່ຕົນສອນຢູ່ ໃນປັດຈຸບັນ ຍັງຂາດ ນາຍຄຣູສອນ ພາສາ ອັງກິດ ທີ່ເປັນຄົນ ຕ່າງຊາດ ມີແຕ່ນາຍຄຣູ ສອນພາສາ ອັງກິດ ທີ່ເປັນຄົນລາວ ທີ່ຈົບຈາກ ມະຫາວິທຍາລັຍ ແຫ່ງຊາດ ດ້ານພາສາ ອັງກິດ ແຕ່ຍັງຂາດ ປະສົພການ ຫຼາຍຢູ່ ຈຶ່ງຢາກໃຫ້ ນາຍຄຣູ ສອນພາສາ ອັງກິດ ຈາກ ຕ່າງຊາດ ມາຝຶກການສອນ ໃຫ້ຂະເຈົ້າ ເພີ້ມຕື່ມ.
ທ່ານວ່າ ປັດຈຸບັນ ນັກຮຽນສົນໃຈ ຮຽນພາສາ ອັງກິດ ຫຼາຍຂຶ້ນ ໂດຍສະເພາະ ຫລັງຈາກ ການເປີດ ປະຊາຄົມ ເສຖກິດ ອາຊຽນ ທີ່ ໃຊ້ພາສາ ອັງກິດ ເປັນຫລັກ. ນັກຮຽນ ຫຼາຍຄົນ ກໍໄດ້ໄປຈ້າງ ຮຽນຕື່ມ ຫລັງໂມງຮຽນ ເນື່ອງຈາກວ່າ ການສອນ ພາສາອັງກິດ ໃນ ໂຮງຮຽນ ຍັງມີ ຂໍ້ຈຳກັດ ຫຼາຍຢູ່.
ທາງການລາວ ໄດ້ບັນຈຸ ການຮຽນ ພາສາ ອັງກິດ ເຂົ້າໃນຫລັກສູດ ການຮຽນ ພາກບັງຄັບ ເລີ້ມຈາກຊັ້ນ ປໍ 3 ໄປຈົນຮອດ ມັທຍົມ ປີທີ 7 ເລີ້ມແຕ່ປີ 2015 ເປັນຕົ້ນໄປ. ແຕ່ພາກ ປະຕິບັດ ນັ້ນຍັງມີ ບັນຫາ ຫຼາຍຢູ່ ຍ້ອນຂາດ ຄຣູສອນ ພາສາ ອັງກິດ.