ລູກສິດຊັ້ນປະຖົມ ມັທຍົມຕົ້ນ ອ່ອນວິຊາ ສໍາຄັນ

ໄຊຍາ
2021.03.03
ລູກສິດຊັ້ນປະຖົມ ມັທຍົມຕົ້ນ ອ່ອນວິຊາ ສໍາຄັນ ທ່ານ ພຸດ ສີມມະລາວົງ ຮອງຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ເປັນຜູ້ຣາຍງານ ຜົລການວິຈັຍ ໃນຄັ້ງນີ້.
ພາບປະກອບ: ນັກຂ່າວພົລເມືອງ

ຜົລຂອງການວິຈັຍ ດ້ານການສຶກສາໃນລາວ ພົບວ່າຊັ້ນປະຖົມ ປ3-ປ5 ແລະ ມັທຍົມຕົ້ນ ມ4 ມີຜົລການຮຽນຮູ້ ພາສາລາວ ແລະ ຄະນິດສາດ ຕໍ່າກວ່າເກນມາຕຖານ 50%. ໃນນີ້ ເກນການວິຈັຍມາຕຖານ ແມ່ນອີງໃສ່ການອ່ານອອກ, ຂຽນໄດ້ ແລະ ຄິດໄລ່ເປັນ. ດັ່ງເຈົ້າໜ້າທີ່ ສູນຮັບປະກັນ ຄຸນນະພາບ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 03 ມີນາ ວ່າ.

"ມັນກໍຍາກຢູ່ ເພາະວ່າ, ເຮົາຕະກີ້ເຮົາເນສູນປະກັນ ຄຸນນະພາບການສຶກສາເນາະ. ເຮົາສ້າງມາຕຖານການອ່ານອອກ, ຂຽນໄດ້ ແລະ ຄິດໄລ່ເປັນ, ແລ້ວເຮົາກໍໄປ ສຳຣວດຂໍ້ມູນ ແລ້ວກໍສຸ່ມແລ້ວ ເຮົາກໍມາສ້າງຂໍ້ສອບ ມາຕຖານ ກໍໄປວັດແລ້ວເຮົາກໍມາສັມພາດ ແດ່, ສັມພາດຄຣູແດ່ ສັມພາດນັກຮຽນ ອີ່ຫຍັງຕ່າງໆ ປະສົມກັນຫັ້ນແຫຼະ. ແລ້ວກໍມາວິເຄາະຂໍ້ມູນ ອອກມາ ແລະກໍເຫັນວ່າຜົລມັນ ກໍຂ້ອນຂ້າງຕໍ່າກວ່າເກນນ້ອຍນຶ່ງ ວ່າຊັ້ນສະບໍ່ຮອດ 50% ທີ່ວ່າມັນໄດ້ຕາມນັ້ນ ຂອງເຮົາຫັ້ນນ່າ."

ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ການວິຈັຍ ແມ່ນເລືອກເອົານັກຮຽນເປົ້າໝາຽຈາກ 18 ແຂວງ ເຊິ່ງເລືອກເອົາ 2-3 ໂຮງຮຽນຕໍ່ນຶ່ງເມືອງ ໃນແຂວງ ແລະ ນັກຮຽນ 30 ຄົນ ຂອງແຕ່ລະ ໂຮງຮຽນໃນຈຳນວນ 120 ໂຮງຮຽນ. ໂດຍການວິຈັຍຊີ້ບອກວ່າ ສ່ວນຫຼາຍນັກຮຽນ ທີ່ມີຜົລການຮຽນ ພາສາລາວ ແລະ ຄະນິດສາດ ອ່ອນແມ່ນຢູ່ຊົນນະບົດ.

ການວິຈັຍຜົລການຮຽນໃນເທື່ອນີ້ຂັ້ນຕອນຕ່າງໆ ແມ່ນໄດ້ຮັບການຮ່ວມມື ຈາກເຈົ້າໜ້າທີ່ ຈາກສະຫະຣັຖອາເມຣິກາ ໂດຍໄດ້ຮັບ ທຶນການຊ່ອຍເຫຼືອ ຈາກອົງການທຶນເພື່ອເດັກນ້ອຍ ຂອງອົງການ ສະຫະປະຊາຊາດ ຫຼື UNICEF.

"ບໍ່ໄດ້ເວົ້າວ່າມັນອ່ອນແທ້ ຫຼື ບໍ່ອ່ອນເພາະວ່າ ຫຼາຍສັງຄົມເນາະ. ສັງຄົມ ກໍວ່າຈັ່ງຊິພວກເຮົາ ກໍເລີຍວ່າມາວິເຄາະເບິ່ງບາດນີ້ນ່າ ວ່າມັນແທ້ບໍ່. ມີແຕ່ເຮົາຂໍງົປຂອງ UNICEF ເຂົ້າເຈົ້າ ມາປະເມີນເບິ່ງເທົ່ານັ້ນ. ໄດ້ຍິນຄົນຮັບຜິດຊອບ ເຂົາເຈົ້າເວົ້າວ່າ ເຂົາເຈົ້າ ຈະເອົາ 12 ໂຮງຮຽນ ຕ້ອງແມ່ນໂຮງຮຽນພັທນາຫັ້ນ ກໍປະມານ 4 ໂຮງຮຽນ, ໂຮງຮຽນຣະດັບກາງ ກໍຊິມີ ປະມານ 4 ໂຮງຮຽນ, ໂຮງຮຽນຣະດັບອ່ອນ ກໍຊິມີປະມານ 4 ໂຮງຮຽນ."

ສະພາບໂຕຈີງ ຄຣູ ໂຮງຮຽນປະຖົມສຶກສາ ບ້ານຫ້ວຍແກ້ວ ເມືອງຄຳເກີດ ແຂວງບໍລິຄຳໄຊ ກ່າວວ່າ ນັກຮຽນທີ່ອ່ອນພາສາລາວ ສ່ວນຫຼາຍ ແມ່ນນັກຮຽນຊົນເຜົ່າ. ຍ້ອນວ່າບໍ່ເຂົ້າໃຈ ສຳນຽງການເວົ້າ ພາສາລາວ ແລະ ປັດຈັຍ ທາງດ້ານຄອບຄົວ ກໍມີສ່ວນ.

"ໃນທ້ອງຖິ່ນນີ້ແບບເດັກນ້ອຍຊົນເຜົ່າ ຫຼາຍຫັ້ນນ່າ, ເຂົາເຈົ້າບໍ່ເຂົ້າໃຈ ຮຽນໄປເຂົາເຈົ້າ ກໍບໍ່ເຂົ້າໃຈຮຽນໄປຫັ້ນນ່າ. ໄປຕາມຢູ່ເຮືອນ ເຂົາເຈົ້າ ກໍໄປໄຮ່ແລ້ວໂທຫາພໍ່ແມ່ເອົາລູກເອົາມາ ໄຮ່ມາສວນຫຼາຍມື້ ຈຶ່ງສົ່ງມາກໍບໍ່ສົ່ງມາ."

ຄຣູໄດ້ກ່າວຕື່ມວ່າ ໂຮງຮຽນບ້ານຫ້ວຍແກ້ວ ຂາດຄຣູສອນພາສາລາວ ແລະ ຄະນິດສາດ , ນອກຈາກນີ້ອຸປກອນການສິດສອນ ກໍບໍ່ພຽງພໍ.

ການວິຈັຍຄັ້ງນີ້ໄດ້ຖືກເຜີຍແຜ່ ອອກສູ່ສາທາຣະນະ ເມື່ອວັນທີ 22 ກຸມພາ ຜ່ານມາ. ໂດຍ ທ່ານ ພຸດ ສິມມະລາວົງ ຮອງຣັຖມົນຕຼີ ກະຊວງສຶກສາທິການ ແລະກິລາ ເປັນຜູ້ຣາຍງານ ຜົລການວິຈັຍໃນຄັ້ງນີ້.

ບົດຣາຍງານຂອງທະນາຄານໂລກ ໄດ້ປະເມີນທັກສະ ການອ່ານການຮຽນຂັ້ນຕົ້ນ ແລະ ປະເມີນຜົລໄດ້ຮັບ ທາງດ້ານການຮຽນໄດ້ ສະແດງໃຫ້ເຫັນວ່າ ຣະດັບທັກສະການອ່ານແລະ ການຄິດໄລ່ຍັງບໍ່ພຽງພໍ.

ໃນການສນັບສນູນ ການຮຽນທີ່ມີຄຸນນະພາບ ໃນຂັ້ນສູງຂຶ້ນ ຂອງ ຊັ້ນປະຖົມ ແລະ ມັທຍົມຕົ້ນ. ເກືອບ 30% ຂອງນັກຮຽນຫ້ອງ ປ3 ບໍ່ສາມາດ ອ່ານຄຳສັບດ່ຽວໄດ້ ໃນບົດອ່ານ ແລະ ໃນຈຳນວນ 30% ຂອງນັກຮຽນ ທີ່ສາມາດອ່ານຄຳສັບ ດ່ຽວໄດ້ ຊໍ້າພັດບໍ່ ເຂົ້າໃຈ ໃນສີ່ງທີ່ພວກເຂົາອ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.