ນັກຮຽນລາວສົນໃຈຮຽນ ພາສາຈີນ ຫຼາຍຂຶ້ນ
2021.02.18
ປັດຈຸບັນ ບໍ່ແມ່ນແຕ່ນັກຮຽນນັກສຶກສາ ເປັນຕົ້ນຢູ່ ນະຄອນຫລວງວຽງຈັນ ເທົ່ານັ້ນ ທີ່ສົນໃຈຮຽນພາສາຈີນກັນຫລາຍ ແຕ່ຢູ່ໃນ ແຂວງພາກເໜືອລາວ ເຊັ່ນແຂວງຫລວງນໍ້າທາ, ອຸດົມໄຊ ແລະ ແຂວງບໍ່ແກ້ວ ກໍສົນໃຈຮຽນຫລາຍກວ່າ ພາສາອື່ນ ຍ້ອນວ່າ ເປັນພາສາທີ່ຈະຕ້ອງໄດ້ໄຊ້ຫຼາຍ ເພາະສ່ວນໃຫຍ່ ແມ່ນບໍຣິສັດຈີນ ເຂົ້າມາລົງທຶນ ແລະການລົງທຶນນັ້ນ ກໍເພິ່ມຂຶ້ນນໍາເລື້ອຍໆ.
ແລະແຂວງບໍ່ແກ້ວ ກໍກໍາລັງຈະສ້າງ ສະຖາບັນສອນພາສາຈີນເພີ່ມອີກ 1 ແຫ່ງ ຢູ່ເມືອງຫ້ວຍຊາຍ ສໍາລັບນັກຮຽນທີ່ສົນໃຈພາສາ ຈີນ, ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ກຸມພາ ນີ້ວ່າ:
“ເຂົາເຈົ້າກະກຽມ ກະລົງກຽມສ້າງໂຮງຮຽນຢູ່ ເມືອງຫ້ວຍຊາຍ ນີ້ມັນເປັນສູນຂອງພາສາຈີນເດ໋ ຄົນລາວເຮົານີ້ແຫຼະສ້າງ ບາງຄົນ ກະຈົບ ມ.ປາຍ ຈະໄປຮຽນ ແບບກຽມພາສາຈີນ ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ແຂວງບໍ່ແກ້ວ ມີສະຖາບັນ ອີເຈັດເຕີ້ ສອນພາສາຈີນ 1 ແຫ່ງ ເປັນຂອງເອກກະຊົນ ທີ່ເປີດໃຫ້ຄົນ ທົ່ວໄປຈ້າງເຂົ້າຮຽນ ຊຶ່ງສ່ວນໃຫຍ່ ຈະແມ່ນນັກຮຽນ ທີ່ໃກ້ຈະຮຽນຈົບຊັ້ນ ມັທຍົມປາຍໄປຮຽນ ເພື່ອໄປສຶກສາ ຕໍ່ທີ່ປະເທດຈີນ ບໍ່ຕໍ່າກວ່າ 100 ປາຍຄົນແລ້ວ ແລະໂຮງຮຽນມັທຍົມທົ່ວໄປ ກໍຈະມີການສອນ ພາສາຈີນ ແລະ ພາສາອັງກິດ ຕາມຫລັກສູດຂອງ ກະຊວງສຶກສາ.
ຢູ່ແຂວງຫລວງນໍ້າທາ ກໍມີໂຮງຮຽນສອນ ພາສາຈີນ 1 ແຫ່ງເປັນໂຮງຮຽນ ມັທຍົມຕອນຕົ້ນ ລາວ-ຈີນ ມີຊື່ວ່າລ້ຽວກັງ ມີນັກຮຽນ ບໍ່ເກີນ 200 ປາຍຄົນ ແລະກໍມີຄົນສົນໃຈປະມານ 200 ປາຍຄົນ ຮຽນພາສາຈີນ ນໍາຄົນລາວ ທີ່ໄດ້ໄປຮຽນຢູ່ຈີນມາ ເພື່ອໄປເຮັດ ວຽກນໍາຄົນຈີນ, ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງຫລວງນໍ້າທາ ທ່ານນຶ່ງ ກ່າວວ່າ:
“ແຕ່ນີ້ມັນບໍ່ແມ່ນສູນນ່າ ມັນເປັນຄົນລາວ ທີ່ໄປຮຽນຢູ່ຈີນມາແລ້ວ ນັກຮຽນຈົບມໍ 7 ແລ້ວເຂົາຢາກຮຽນພາສາ ທີ່ກຽມໄປຮຽນຢູ່ຈີນ ມັນບໍ່ໄດ້ເຮັດເປັນໂຄງການ ອິຫຍັງເດ໋ ແມ່ນຫ້ອງ ສອນພາສາຈີນ ຊື່ໆນີ້ນ່າ ຫລືວ່າຮຽນໄດ້ ພາສາຈີນ ຈໍານວນນຶ່ງ ກໍໄປຊອກ ວຽກຊື່ໆນີ້ນ່າ ຫລືວ່າຮຽນໄດ້ພາສາຈີນ ຈໍານວນນຶ່ງ ກໍໄປຊອກວຽກ ບໍ່ແນ່ ບາງປີມັນກະຫຼາຍ ບາງປີມັນກະ ໜ້ອຍ ແຕ່ຣະດັບ 200 ປາຍຂຶ້ນໄປ.”
ຢູ່ແຂວງອຸດົມໄຊ ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາແຂວງທ່ານນຶ່ງກ່າວວ່າ ຢູ່ແຂວງອຸດົມໄຊ ມີໂຮງຮຽນສອນພາສາ ຈີນ 2 ແຫ່ງ, ເປັນໂຮງຮຽນຊັ້ນມັທຍົມ ຄືໂຮງຮຽນ ມິຕພາບລາວ-ຈີນ ແລະໂຮງຮຽນ ສຽວເປີຍ ຊຶ່ງໃນນັ້ນມີການສອນ ພາສາອັງກິດນໍາ, ໂຮງຮຽນແຕ່ລະແຫ່ງ ມີນັກຮຽນປະມານ 200 ຄົນ ດັ່ງທີ່ທ່່ານກ່າວວ່າ:
“ໂຮງຮຽນສອນພາສາຈີນ ຢູ່ອຸດົມໄຊເຮົາມີ 2 ແຫ່ງ ຂອງເອກຊົນໝົດ. ອັນທີ 1 ແມ່ນໂຮງຮຽນມິຕພາບລາວ-ຈີນ ເນາະ. ແຫ່ງທີ 2 ແມ່ນໂຮງຮຽນສຽວເປີຍ ນັກຮຽນກະຫລາຍຢູ່ 100-200 ປາຍພຸ້ນແຫລະ ມີພາສາອັງກິດ ພາສາຈີນ ຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ຢູ່ແຂວງອຸດົມໄຊ ບໍ່ມີສູນສອນພາສາຈີນ, ມີແຕ່ສູນສອນພາສາອັງກິດ 10 ປາຍແຫ່ງ, ແຕ່ວ່າຄົນລາວ ຫລື ນັກຮຽນລາວ ສົນໃຈພາສາຈີນ ຫລາຍກວ່າພາສາອື່ນ ຍ້ອນຈະໄດ້ໄປຮຽນຕໍ່ ທີ່ປະເທດຈີນ ແລະຈະໄດ້ໄປເຮັດວຽກນໍາຄົນຈີນ:
“ສູນແທ່ບໍ່ມີ ມີແຕ່ສູນພາສາອັງກິດ ສູນພາສາອັງກິດ ນີ້ມີຫຼາຍບໍ່ຕໍ່າກວ່າ 10 ສູນ ນີ້ແຫຼະໂຕນີ້ແຫຼະ ໂຕນີ້ເຂົາເຈົ້າມາຮຽນພາສາຈີນ ສ່ວນຫຼາຍ ກຽມໄປຮຽນຢູ່ຈີນ ແລະກໍຮຽນເພື່ອໄປ ສມັກວຽກກັບບໍຣິສັດ ຕ່າງໆນໍາຈີນຫັ້ນ.”
ເຈົ້າໜ້າທີ່ກົມການສຶກສາ ກະຊວງສຶກສາທິການ ແລະກິລາ ທ່ານນຶ່ງ ກ່າວວ່າ ຢູ່ນະຄອນຫຼວງວຽງຈັນ ມີໂຮງຮຽນໃຫຍ່ທີ່ສອນ ພາສາຈີນ 2 ແຫ່ງຄື ສະຖາບັນຂົງຈື້ ແລະ ມະຫາວິທຍາລັຍ ຊູໂຈ່ ແລະມີສູນສອນພາສາຈີນ ຂອງເອກກະຊົນອີກຫລາຍແຫ່ງ ດັ່ງທີ່ທ່ານກ່າວວ່າ:
“ຂຶ້ນຊື່ວ່າໂຮງຮຽນ ສອນພາສາຈີນ ເລີຍຫັ້ນບໍ່ມີ, ມີແຕ່ສູນເຂົາເຈົ້າສອນພາສາເພີ່ມຊື່ໆ ສະຖາບັນຂົງຈື້ ຫັ້ນທີ່ຂຶ້ນກັບ ມຊ ຫັ້ນ ໂຕນີ້ເຮົາກະບໍ່ສາມາດຈໍາຂໍ້ມູລໄດ້ເລີຍ ຄັນໄດ້ ພາສາຈີນ.”
ເຈົ້າໜ້າທີ່ສະຖາບັນຂົງຈື້ ທ່ານນຶ່ງ ກ່າວວ່າ ສະຖາບັນຂົງຈື້ ມີນັກຮຽນ ນັກສຶກສາ ແລະຊາວໜຸ່ມ ບໍ່ຕໍ່າກວ່າ 1,000 ປາຍຄົນ, ສ່ວນໃຫຍ່ ຄົນທີ່ມາຮຽນພາສາ ຢູ່ສະຖາບັນນີ້ແລ້ວ ແມ່ນສມັກໄປເຮັດວຽກ ນໍາຄົນຈີນ ແລະກໍໄດ້ວຽກເຮັດທຸກຄົນ:
“ໄດ້ໝົດທຸກອາຍຸ ພວກທີ່ບໍ່ໄດ້ພາສາຈີນ ມາເລີ່ມຕົ້ນໃໝ່ ແລະກໍມີພວກພະນັກງານ ບໍ່ໄດ້ພາສາຈີນ ກໍແມ່ນມາຮຽນແດ່. ໂອ໋ມັນ ແນ່ນອນຢູ່ແລ້ວ ຄັນເຈົ້າໄປສມັກວຽກ ຢູ່ບໍຣິສັດຈີນ ເຂົາເຈົ້າຈະຖາມເຈົ້າໄດ້ ພາສາ ໝັ້ນໃຈໄດ້ເລີຍ ຄັນໄດ້ພາສາຈີນ.”
ສ່ວນມະຫາວິທຍາລັຍຊູໂຈ່ ແມ່ນເປັນໂຮງຮຽນ ສໍາລັບນັກຮຽນ ທີ່ສ່ວນໃຫຍ່ ຈະໄປຮຽນຕໍ່ທີ່ປະເທດຈີນ, ຮັບນັກຮຽນແຕ່ລະເທື່ອ ຫລາຍກວ່າ 200 ຄົນ, ສ່ວນຜູ້ທີ່ຈະຮຽນ ເພື່ອໄປ ເຮັດວຽກນໍາຄົນຈີນນັ້ນ ບໍ່ຄ່ອຍມີ ດັ່ງເຈົ້າໜ້າທີ່ ມະຫາວິທຍາລັຍຊູໂຈ່ ທ່ານນຶ່ງເວົ້າວ່າ:
“ສ່ວນໃຫຍ່ເຂົາເຈົ້າຈະໄປຮຽນ ກະຈະໄປຕໍ່ຢູ່ຈີນ ກະຂຶ້ນກັບບາງເທີມ ບາງເທີມກະປົກກະຕິ ບາງເທີມກະເພີ່ມ ພວກເຮົາມີຮຽນ ອ່ານຮຽນຂຽນ ສົນທະນາໄປພ້ອມກັນ ແບບວັທນະທັມຈີນບໍ ໃຊ້ຊີວິດປະຈໍາວັນ ມາສອນນະ.”
ປັດຈຸບັນ ອິດທິພົນ ທາງດ້ານເສຖກິດ ຂອງຈີນ ໃນລາວ ບໍ່ແມ່ນແຕ່ຣະຫວ່າງ ຣັຖແລະຣັຖ ໃນໂຄງການໃຫຍ່ໆເທົ່ານັ້ນ ແຕ່ພາກ ເອກກະຊົນຈີນ ຮວມທັງພໍ່ຄ້າຊາວຂາຍ ກໍເຂົ້າມາ ລົງທຶນ ເຮັດທຸຣະກິດຢູ່ລາວຫລາຍຂຶ້ນ ແລະພາສາຈີນກໍ ຂຍາຍຕົວອອກໄປ ນໍາເລື້ອຍໆ.
ຢູ່ຕລາດຕ່າງໆໃນລາວ ກໍມີສິນຄ້າຈາກຈີນຫລາຍ ນັບແຕ່ເຄື່ອງໃຊ້ຂອງສອຍ ໄປເຖິງຣົດໃຫຍ່ ເຊັ່ນຢູ່ແຂວງຊຽງຂວາງ ນັກທຸຣະກິດ ຈີນເຂົ້າມາລົງທຶນ ສ້າງຕລາດຈີນ ຊື່ວ່າ ຊຽງຂວາງ ເຊັ່ນເຕີ ແລະ ຢູ່ອີກຫຼາຍແຂວງຂອງລາວ ກໍມີແຕ່ນັກທຸຣະກິດຈີນ ເຂົ້າມາລົງ ທຶນຫລາຍກວ່າ 50%.
ເຈົ້າໜ້າທີ່ທຸກທ່ານທີ່ ວິທຍຸເອເຊັຍເສຣີ ໄດ້ສໍາພາດ ໃນມື້ວັນທີ 18 ກຸມພານີ້ ແມ່ນຂໍສງວນຊື່ ແລະຕໍາແໜ່ງຂອງທ່ານ.