ທະນາຄານໂລກຊ່ອຍທຸຣະກິຈ ໃນລາວ
2014.06.11

ໃນອາທີດ ນີ້ ກຸ່ມ ບໍຣິຫານ ທະນາຄານ ໂລກ ໄດ້ ອະນຸມັດ ເງິນ ຊ່ອຍເຫຼືອ ລ້າ ໃຫ້ແກ່ ສປປລາວ 10 ລ້ານ ໂດລາ ແລະ ອີກ 10 ລ້ານ ໂດລາ ເປັນ ເຄຣດິຕ ຈາກ ສະມາຄົມ ການພັທນາ ສາກົນ ເພື່ອ ສນັບສນູນ ການເຕີບໃຫຍ່ ແລະ ການຂຍາຍ ທຸຣະກິດ ຂນາດກາງ ແລະ ຂນາດນ້ອຍ ໃນລາວ ດ້ວຍການ ອະນຸມັດ ໃຫ້ ທຸຣະກິດ ດັ່ງກ່າວ ສາມາດ ໃຊ້ ເຄຣດິຕ ຣະຍະຍາວ ໄດ້ ໃນການ ຂຍາຍ ທຸຣະກິດ.
ທຸຣະກິດ ຂນາດກາງ ແລະ ຂນາດນ້ອຍ ເປັນພາກສ່ວນ ສຳຄັນ ໃນການ ພັທນາ ເສຖກິດ ຂອງລາວ ແລະ ໄດ້ຈ້າງ ແຮງງານ ລາວ ຫລາຍກວ່າ ທຸຣະກິດ ຂແນງ ອື່ນໆ ແຕ່ ມີພຽງ 20 ສ່ວນຮ້ອຍ ເທົ່ານັ້ນ ທີ່ ກຸ່ມ ທຸຣະກິດ ດັ່ງກ່າວ ສາມາດ ໃຊ້ ເຄຣດິຕ ຣະຍະຍາວ ໄດ້ ໃນ ປັດຈຸບັນ ຈື່ງ ເປັນການຍາກ ທີ່ ຈະເຕີບໂຕ ແລະ ແຂ່ງຂັນ ກັບ ບັນດາ ປະເທດ ອາຊຽນ ທັງຫລາຍ.
ການໃຫ້ເງິນກູ້ ແລະ ເງິນໃຫ້ລ້າ ຂອງ ທະນາຄານ ໂລກ ໃຫມ່ ເທື່ອນີ້ ຈະເຮັດໃຫ້ ທຸຣະກິດ ຂນາດກາງ ແລະ ຂນາດນ້ອຍ ໃນລາວ ສາມາດ ຂຍາຍ ກິຈການ ຊື້ ອຸປກອນ ໃຫມ່ ປັບປຸງ ຣະບົບ ເທັກໂນໂລຈີ ແລະ ເພີ້ມ ການດຳເນີນ ງານ ທາງດ້ານ ທຸຣະກີດ ໄດ້ດີຂື້ນ.
ໂຄງການ ດັ່ງກ່າວ ຈະຄວບຄຸມ ໂດຍ ຫ້ອງການ ສົ່ງເສີມ ທຸຣະກິດ ຂນາດກາງ ແລະ ຂນາດນ້ອຍ ກະຊວງ ອຸດສາຫະກັມ ແລະ ການຄ້າລາວ ໃນໂຄງການ ຈະເນັ້ນ ການ ອະນຸມັດ ເຄຣດິຕ ໃຫ້ແກ່ ທຸຣະກິດ ຂນາດກາງ ແລະ ຂນາດນ້ອຍ ໃນລາວ.