ຊາວລາວບໍ່ແນ່ໃຈສາຍການ ບິນລາວ

ລາວ ມີພຽງ ສາຍການບິນລາວ ສາຍດຽວ ໃນປັຈຈຸບັນ
ລາວ ມີພຽງ ສາຍການບິນລາວ ສາຍດຽວ ໃນປັຈຈຸບັນ (Marcel)

0:00 / 0:00

ເຫດການ ເຮືອບິນ ຕົກ ໃນ ເດືອນ ຕຸລາ ປີ 2013 ໃກ້ເມືອງ ປາກເຊ ແຂວງ ຈຳປາສັກ ແລະ ໃນ 10 ວັນ ຜ່ານມາ ທີ່ ແຂວງ ຊຽງຂວາງ ທັງສອງຄັ້ງ ເຮັດໃຫ້ ຜູ້ເສັຽ ຊີວິດ ເປັນ ຈຳນວນ ຫລວງຫລາຍ ຮ່ວມທັງ ເຈົ້າຫນ້າທີ່ ຣະດັບສູງ ຂອງ ລາວ ນຳອີກ.

ເຫດການ ຍົນຕົກ ໃນສອງ ຄັ້ງນີ້ ເຮັດໃຫ້ຄົນ ລາວ ຫລາຍຄົນ ບໍ່ມີ ຄວາມ ຫມັ້ນໃຈ ໃນການ ເດີນທາງ ທາງ ອາກາດ ໃນລາວ ເພາະ ຍັງມີ ຄວາມ ຢ້ານຢູ່ ສາຍການ ບິນ ຕ່າງໆ ໃນລາວ ຕ້ອງໄດ້ ປັບປຸງ ມາຕຖານ ການບິນ ໃຫ້ ດີກວ່ານີ້ ເພຶ່ອໃຫ້ ຜູ້ໂດຍສານ ຮູ້ສຶກ ປອດພັຍ ແລະ ຫລາຍຄົນ ກໍປ່ຽນມາ ເດີນທາງ ທາງ ຣົຖຍົນ ຫລາຍກວ່າ ໃນເວລາ ນີ້ ດັ່ງຄົນ ລາວ ທ່ານນື່ງ ເວົ້າວ່າ:

"ໄກປານໃດ ຂ້ອຍກໍຊີ່ ຂີ່ຣົຖ ຢູ່ພື້ນດີນ ປອດພັຍ ສຸດ ແຫລະ ມັນກໍເຣື້ອງ ຄວາມ ເຊື່ອຫມັ້ນ ເນາະ ກະຄື ສະພາບ ຍົນ ບ້ານເຮົາ ເຮົາກໍຮູ້ ກັນວ່າເອົາ ມາແຕ່ໃສ ປະເທດ ໃດ ຜລິດກັນ ຈັ່ງໃດ ລະປີໃດ ແມ່ນບໍລະ ໃນການໃຊ້".

ຄວາມກັງວົນ ດັ່ງກ່າວ ໄດ້ສະແດງ ໃຫ້ເຫັນ ຈາກຈຳນວນ ຜູ້ ໂດຍສານ ທາງອາກາດ ພາຍໃນ ປະເທດ ຫນ້ອຍລົງ ໃນເວລາ ນີ້ ດັ່ງຈະເຫັນ ໄດ້ຈາກ ຖ້ຽວບີນ ບາງຖ້ຽວ ພາຍໃນ ປະເທດ ຂອງ ສາຍການບິນ ລາວ ຫລື ລາວແອລາຍ ບໍ່ມີຜູ້ ໂດຍສານ ຮອດ 40 ຄົນ ທັ້ງໆ ທີ່ ເຮືອບິນ ມີທີ່ນັ່ງ ເຖິງ 150 ຕັ່ງ.

ນອກຈາກ ນັ້ນ ກຸ່ມຜູ້ ໂດຍສານ ທີ່ ໂທຣະທັບ ມາ ອງປີ້ຍົນ ຂະເຈົ້າ ມັກຖາມວ່າ ເຮືອບິນ ທີ່ ຂະເຈົ້າ ຈະຈ່ອງນັ້ນ ເປັນ ເຮືອບິນ AIR-BUS ຫລື ATR ຫລາຍຄົນ ບໍ່ຫມັ້ນ ໃຈ ໃນ ເຮືອບິນ ATR ໂດຍສະເພາະ ຖ້ຽວບິນ ຣະຫວ່າງ ວຽງຈັນ-ປາກເຊ ເຖິງແມ່ນວ່າ ຈະມີການ ຫລຸດຄ່າ ໂດຍສານ ກໍຕາມ.