ທາງການລາວຈະຖືກປະທ້ວງເຣື້ອງ ສິດທິ ມະນຸດ

ອະວາຣີ
2015.01.15
F-Alliance-for-democracy ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ
Alliance-for-democracy-in-Laos

 

ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ຈະ ໄປ ປະທ້ວງ ເຣື້ອງ ການ ລ່ວງຣະເມີດ ສິດທິ ມະນຸດ ຢູ່ ສປປລາວ ໃນ ໂອກາດ ທີ່ ທາງການ ລາວ ຈະ ເຂົ້າຮ່ວມ ກອງ ປະຊຸມ ກັບ ສະຫະປະຊາ ຊາດ ເພື່ອ ທົບທວນ ການນັບຖື ສິດທິ ມະນຸດ ໃນ ສປປລາວ ຂອງ ທາງການ ລາວ. ທ່ານ ສົມເພັດ ວັດທະນຸ ເລຂາທິການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໃຫ້ ຣາຍຣະອຽດ ກ່ຽວ ກັບ ເຣື່ອງ ນີ້ວ່າ:

“ຄນະ ພັນທະມິດ ເຮົາ ແລະ ປະທານ ຈະເຂົ້າໄປ ຮ່ວມ ກອງ ປະຊຸມ ກັບ ຄນະ ຣັຖບານລາວ ຕ້ອງແມ່ນ ຄົນສຳຄັນ ຕາມຄາດ; ສ່ວນຢູ່ ຂ້າງນອກ ຫັ່ນ ພວກເຮົາ ຈະ ຈັດຄນະ ເພື່ອເຮັດ ການ ປະທ້ວງ ການຣະເມີດ ສິດທິ ມະນຸດ ຢູ່ໃນລາວ.”

ກອງປະຊຸມ ເພື່ອ ທົບທວນ ການນັບຖື ສິດທິ ມະນຸດ ໃນລາວ ເທື່ອນີ້ ຈະຖືກ ຈັດຂື້ນ ໃນ ວັນທີ່ 20 ມົກກະຣາ ນີ້ ທີ່ ນະຄອນ ເຈນີວາ ປະເທດ ສະວິດເຊີແລັນ. ນອກຈາກ ຈະ ປະທ້ວງ ແລະ ເຂົ້າຮ່ວມຟັງ ກອງປະຊຸມ ຂອງ ທາງການ ລາວ ແລະ ສະຫະ ປະຊາຊາດ ແລ້ວ ທ່ານ ສົມເພັດ ເວົ້າວ່າ ໃນວັນທີ່ 19 ມົກກະຣາ ສະມາຊິກ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ຍັງປະຊຸມ ເລືອກເອົາ ປະທານ ແລະ ຄນະ ບໍຣິຫານ ພັນທະມິດ ຊຸດໃໝ່; ຈາກນັ້ນ ໃນ ຕອນບ່າຍ ຈະ ປະຊຸມ ປຶກສາ ຫາລື ກັບ ອົງການ ເພື່ອ ສິດທິ ມະນຸດ ແລະ ປະຊາທິປະໄຕ ໃນລາວ ອື່ນໆ ທີ່ ມາຈາກ ຫລາຍ ປະເທດ ໃນ ທົ່ວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.