ສາກົນປະນາມຣັຖບານ ລາວ

ຈໍາປາທອງ
2017.05.16
F-Lao-human-rights ຂະບວນການລາວ ເພື່ອສິດທິມະນຸດ ທີ່ມີສໍານັກງານ ຢູ່ນະຄອນຫລວງປາຣີ ປະເທດຝຣັ່ງ
Lao movement for human rights

ອົງການສິດທິມະນຸດ ປະນາມ ຣັຖບານສປປລາວ ທີ່ຕັດສິນລົງໂທດ ຈໍາຄຸກ ຄົນງານລາວ 3 ຄົນ ຢ່າງຍາວນານ. ສະຫະພັນສາກົລ ເພື່ອ ສິດທິມະນຸດ ແລະ ຂະບວນການລາວ ເພື່ອສິດທິມະນຸດ ອອກຖແລງການຮ່ວມ ໃນວັນທີ 16 ພຶສພາ 2017 ນີ້ວ່າ, ການຕັດສິນລົງໂທດ ຢ່າງໜັກນັ້ນ ສະແດງໃຫ້ເຫັນວ່າ ຣັຖບາລ ສປປລາວ ຈະບໍ່ຍອມ ປະນິ ປະນອມ ຕໍ່ຜູ້ທີ່ເຄື່ອນໄຫວ ຄັດຄ້ານພັກ-ຣັຖ ແບບສັນຕິວິທີ.

ພ້ອມດຽວກັນນີ້ທັງ 2 ອົງການດັ່ງກ່າວ ຍັງຮຽກຮ້ອງ ອີກເທື່ອນຶ່ງ ໃຫ້ທາງການ ສປປລາວ ປ່ອຍຕົວຄົນງານລາວທັງ 3 ນັ້ນຢ່າງຮີບດ່ວນ ແລະ ບໍ່ມີເງື່ອນໄຂ.

ຍານາງ ວານິດາ ເທພສຸວັນ ປະທານ ຂະບວນການລາວ ເພື່ອ ສິດທິມະນຸດ ທີ່ກຸງປາຣີ ປະເທດຝຣັ່ງເສດ ກ່າວວ່າ ການຕັດສິນ ຈໍາຄຸກ ຄົນງານທັງ 3 ສະແດງໃຫ້ເຫັນອີກວ່າ ຣັຖບາລສປປລາວ ມີຄວາມມຸ້ງໝັ້ນທີ່ຈະກໍາຈັດ ການເຄື່ອນໄຫວ ຄັດຄ້ານ ຣະບອບການປົກຄອງ ແບບຜະເດັດການ ຂອງຕົນຕລອດໄປ.

ຍານາງ ວານິດາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ພຶສພາ ຕອນນຶ່ງວ່າ:

"ການຕັດສິນລົງໂທດ ສົມພອນ, ສຸການ ແລະ ຫລອດຄໍາ ຢ່າງຮ້າຍໂຫດ ເປັນສັນຍານເຕືອນ ວ່າຣະບອບ ສປປລາວ ບໍ່ມີການໂຍະຍານ ໃດໆທັງສິ້ນ ຕໍ່ຜູ້ທີ່ຕິຫລືວິຈານ ຄວາມບົກຜ່ອງ ແລະ ການກະທໍາ ທີ່ບໍ່ຖືກຕ້ອງຂອງ ເຈົ້າໜ້າທີ່ ພັກຣັຖ".

ແລະທ່ານ ຄໍາຕັນ ພູທອນພັກດີ ສະມາຊິກ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ນະຄອນຫລວງ ໂອຕາວາ ປະເທສ ການາດາ ກໍກ່າວວ່າ:

"ຂ້າພະເຈົ້າວ່າການຕັດສິນ ບໍ່ຖືກຕ້ອງ ຜິດຈັນຍາບັນ ຂອງຄວາມເປັນຄົນ 3 ຄົນນີ້ ຄວາມຜິດ ແມ່ນອັນໃດ ທີ່ເພິ່ນກ່າວຫາ ຄັນເພິ່ນສິ ກ່າວຫາ ລວມໆວ່າຜິດ ທາງການເມືອງ ຫລືວ່າຂໍ້ກ່າວຫາ ຕໍ່ຕ້ານຣະບອບ ການປົກຄອງ ຂອງເພິ່ນນັ້ນ ອັນນີ້ເພິ່ນ ກະຣະເມີດສິດທິ ຄວາມເປັນພົລເມືອງ ຂອງລາວ ຂອງຂະເຈົ້ານະ. ຂ້າພະເຈົ້າ ເຫັນວ່າ ການຕັດສິນ ໂດຍບໍ່ມີຂໍ້ ກ່າວຫາ ຕັດສິບລັບຫລັງ ປະຊາຊົນ ຜູ້ທີ່ມີສິດ ຢາກຮູ້ຢາກເຫັນ ຄືພໍ່ແມ່ພີ່ນ້ອງ ຂະເຈົ້າ".

ການຈັບ ທ້າວສົມພອນ ທ້າວສຸການ ແລະ ນາງຫລອດຄໍາ ກໍຍ້ອນວ່າ ໄດ້ຕໍານິ ວິພາກວິຈານ ຣັຖບານ ສປປລາວ ຂນະທີ່ ຄົນທັງ 3 ເຮັດວຽກງານ ຢູ່ປະເທດໄທ ຜ່ານເຟສບຸຄ ກ່ຽວກັບເຣື່ອງ ການສໍ້ຣາສບັງຫລວງ, ການ ທໍາລາຍປ່າໄມ້ ແລະ ການລະເມີດ ສິດທິມະນຸດ. ນອກຈາກນັ້ນ ທັງ 3 ຄົນຍັງໄດ້ ໄປປະທ້ວງ ຄັດຄ້ານ ຣັຖບານ ສປປລາວ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ທີ່ບາງກອກ ປະເທສໄທ ເມື່ອວັນທີ 2 ທັນວາ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.