ວັນເດັກນ້ອຍສາກົລ 2014
2014.05.30
ເນື່ອງ ໃນໂອກາດ ວັນເດັກນ້ອຍ ສາກົລ ທີ 1 ມີຖຸນາ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສິງ ທໍາມະວົງ ກ່າວຢືນຢັນ ເຖິງພັນທະ ໃນການ ກໍາຈັດ ການໃຊ້ ຄວາມຮຸນແຮງ ຕໍ່ ເດັກນ້ອຍ ໃຫ້ ໝົດສິ້ນໄປ ຈາກ ສັງຄົມ ລາວ.
ທ່ານ ທອງສິງ ກ່າວວ່າ ການໃຊ້ ຄວາມຮຸນແຮງ ຕໍ່ ເດັກນ້ອຍ ສ້າງຄວາມ ເສັຽຫາຍ ແກ່ ຊຸມຊົນ ປະເທດຊາດ ແລະ ສັງຄົມ; ສົ່ງ ຜົລກະທົບ ໃສ່ ສວັດດີພາບ ຂອງ ມວນ ຊົນ ຮວມເຖິງ ການສຶກສາ ຮໍ່າຮຽນ ຫາກບໍ່ ແກ້ໄຂ ກໍຈະມີ ຜົລຮ້າຍ ຕາມມາ ສໍາລັບ ຊຸມຊົນລຸ້ນ ປັຈຈຸບັນ ແລະ ອະນາຄົດ. ຕາມຣາຍງານ ຂ່າວ Vientiane Times.
ພ້ອມດຽວກັນ ທ່ານ ກໍຮຽກຮ້ອງ ໃຫ້ທຸກ ພາກສ່ວນ ໃນລາວ ປະເທດ ເພື່ອນມິດ ແລະ ອົງການ ຈັດຕັ້ງ ສາກົລ ຕ່າງໆ ເຮັດວຽກ ຮ່ວມກັນ ຕໍ່ໄປ ເພື່ອປົກປ້ອງ ຄຸ້ມຄອງ ເດັກນ້ອຍ.
ຕາມຄໍາເວົ້າ ຂອງ ທ່ານ ທອງສິງ ຣັຖບານ ລາວ ໄດ້ຮັບຮອງ ເອົາແຜນ ປະຕິບັດ ງານ ແຫ່ງຊາດ ເທື່ອທໍາອິດ ເມື່ອໄວໆ ມານີ້ ເພື່ອປົກປ້ອງ ແລະ ລົບລ້າງ ການໃຊ້ ຄວາມ ຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ ແຕ່ປີ 2014 ຫາ 2020 ແລະເຮັດ ໃຫ້ຄວາມ ພຍາຍາມ ໃນການ ຫລຸດຜ່ອນ ການໃຊ້ ຄວາມຮຸນແຮງ ຕໍ່ ແມ່ຍິງ ແລະ ເດັກນ້ອຍ ໃນ ປະເທດ ລາວ ໃຫ້ເປັນ ຄວາມຈິງ. ແລະ ຂະນະນີ້ ຣັຖບານ ລາວ ພວມຮ່າງ ກົດໝາຍ ສບັບໃໝ່ ຊຶ່ງ ຈະຊ່ວຍປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ ໄດ້ຫລາຍ ຂຶ້ນຕື່ມ. ແລະວ່າ ຣັຖບານ ລາວ ກໍາລັງ ສືບສວນ ເບິ່ງເຖິງ ຣະດັບ ແລະ ຮູບແບບ ຄວາມຮຸນແຮງ ທີ່ ເດັກນ້ອຍລາວ ປະເຊີນ ໃນ ຂອບເຂດ ທົ່ວ ປະເທດ.