ລູກສິດພະເຍຊູ ຖືກຈັບ
2013.02.07
ໃນມື້ວັນທີ່ 7 ກຸມພາ 2013 ຕໍາຣວດ ເມືອງພິນ ແຂວງ ສວັນນະເຂດ ຈັບແລະກັກຂັງ ພະສອນ ສາສນາເຢຊູ ນິກາຍ Protestant ສາມອົງ ໃນຂໍ້ຫາ ເຜີຍແຜ່ສາສນາ Christ. ເຫດການເກີດຂຶ້ນ ເວລາ ປະມານ 5 ໂມງແລງ ເມື່ອວັນທີ່ 5 ກຸມພາ ຜ່ານມາ ເມື່ອພະ ສອນສາສນາ ທັງສາມອົງ ຄືອາຈານ ບຸນມາ ແຫ່ງບ້ານ ອາເຫລົາໃໝ່ ເມືອງພິນ ແຂວງ ສວັນນະເຂດ ອາຈານ ສົມແກ້ວ ແຫ່ງບ້ານ ແກ້ງໄຊນ້ອຍ ເມືອງພິນ ແຂວງ ສວັນນະເຂດ ອາຈານ ບຸນມີ ແຫ່ງບ້ານ ສາເວດ ເມືອງເຊໂປນ ແຂວງ ສວັນນະເຂຕ ນຳເອົາ CD ນຶ່ງແຜ່ນ ກ່ຽວກັບ ຄຳທຳນາຍ ທີ່ຂຽນໄວ້ໃນຄຳພີ ຂອງ ສາສນາເຍຊູ ໄປໃຫ້ຮ້ານ ໃນຕລາດ ເມືອງພິນ ອັດສຳເນົາໃຫ້.
ຫລັງຈາກ ທີ່ອັດສຳເນົາໄດ້ ສາມແຜ່ນແລ້ວ ເຈົ້າຂອງຮ້ານ ແລະ ພະທັງສາມອົງ ກຳລັງສາຍ ທົດລອງເບິ່ງ ສຳເນົາ CD ທີ່ອັດໃໝ່ຢູ່ ໄປຈົນສຸດ. ໃນເວລາ ທີ່ກໍາລັງເບິ່ງ CD ຢູ່ນັ້ນ ກໍມີ ເຈົ້າໜ້າທີ່ ຕຳຣວດ ຜູ້ນຶ່ງ ຍ່າງກາຍຮ້ານໄປ ເຫັນພວກເພິ່ນ ກຳລັງເບິ່ງຢູ່ ຈຶ່ງໄປ ຣາຍງານຕໍ່ຜູ້ ບັງຄັບບັນຊາ ຄືຣ້ອຍໂທຄຳວີ ຜູ້ຣັບຜິດຊອບ ຄະດີອາຍາ ໃນເມືອງພິນ ແຂວງ ສວັນນະເຂດ.
ຫລັງຈາກນັ້ນ ຣ້ອຍໂທຄຳວີ ພ້ອມດ້ວຍຜູ້ຊ່ວຍ ສອງຄົນ ກໍບຸກເຂົ້າໄປ ໃນຮ້ານເພື່ອຈັບ ພະທັງສາມອົງ. ເຈົ້າຂອງຮ້ານ ກໍຖືກນຳຕົວໄປ ສະຖານີ ຕຳຣວດ ເຊັ່ນກັນ ເພື່ອສອບປາກຄຳ ເພີ້ມເຕີມ ແລະ ຖືກປ່ອຍຕົວ ໃນເວລາຕໍ່ມາ ສ່ວນພະສອນ ສາສນາສາມອົງ ຖືກກັກຂັງໄວ້ ໃນຄຸກ ເມືອງພິນ ໂດຍພລາການ.
ຕໍ່ການສອບສວນ ຂອງເຈົ້າໜ້າທີ່ ຕຳຣວດ ພະສອນສາສນາ ຕອບວ່າ ພວກທ່ານນຳ CD ໄປອັດສາມແຜນ ກໍເນື່ອງຈາກວ່າ ຈະນຳກັບໄປ ເບິ່ງຢູ່ເຮືອນ ໃຜລາວ ແຕ່ເຈົ້າໜ້າທີ່ ຊໍ້າພັດ ກ່າວຢໍ້າວ່າ ພວກທ່ານກຳລັງ ເຜີຍແຜ່ ສາສນາເຍຊູ ດັ່ງສະແດງ ໃຫ້ເຫັນໃນ CD ນັ້ນ.
ເຖິງວ່າ ຣັຖທັມນູນ ຂອງ ສປປລາວ ຈະບົ່ງໄວ້ວ່າ ປະຊາຊົນລາວ ທຸຸກຄົນ ມີສິດ ທີ່ຈະນັບຖື ສາສນາ ຫລື ບໍ່ນັບຖື ກໍໄດ້. ແຕ່ໃນພາກ ປະຕິບັດ ມັກມີເຫດການ ຈັບພະສອນ ສາສນາເຍຊູ ຫລື ຄຣິສຕະສາສານິກະຊົນ ຊາວເຜົ່ານ້ອຍ ຂອງລາວ ເກີດຂຶ້ນສເມີ ໂດຍສະເພາະ ໃນເຂດຫ່າງໄກ. ເມື່ອໄດ ມີຜູ້ອ້າງສິດ ຕາມຣັຖທັມນູນ ທາງຣັຖບານ ກໍມັກຕອບວ່າ ເປັນການເຂົ້າໃຈຜິດ ຂອງ ເຈົ້າໜ້າທີ່ ທ້ອງຖິ່ນ ບໍ່ແມ່ນ ນະໂຍບາຍ ຂອງຣັຖ ແຕ່ປະການໃດ.