ໃນໂອກາດສເລີມສລອງ ວັນສ້າງຕັ້ງ ອົງການ ສະຫະປະຊາຊາຕ ຫຼື ສປຊ ຄົບຮອບ 75 ປີ, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ໄດ້ສົ່ງສານ ສະແດງຄວາມສັລເສີນ ເຖິງອົງການ ສະຫະປະຊາຊາຕ ທີ່ນະຄອນນິວຢ໊ອກ ສະຫະຣັຖ ອາເມຣິກາ ຜ່ານການບັນທຶກ ວີດີໂອ ໃນມື້ວັນທີ 21 ກັນຍາ 2020 ນີ້.
ໃນສານທີ່ວ່ານັ້ນ ມີເນື້ອໃນ ທີ່ເວົ້າເຖິງທີ່ຕັ້ງ, ພາຣະບົດບາດ, ຜົລສໍາເຣັດ ແລະ ຄວາມສໍາຄັນ ຂອງອົງການ ສະຫະປະຊາຊາຕ ໃນໄລຍະ 75 ປີ ທີ່ຜ່ານມາ, ເຊິ່ງທ່ານ ທອງລຸນ ສີສຸລິດ ກ່າວຕອນນຶ່ງວ່າ ອົງການສະຫະປະຊາຊາຕ ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານ ຄວາມມຸ້ງມາດ ປຣາຖນາ ຂອງມວນມະນຸດ ທີ່ຢາກຢູ່ຮ່ວມກັນ ຢ່າງສັນຕິ, ມີການຮ່ວມມືກັນ ແລະ ຊ່ອຍເຫຼືອ ເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດ ໃຫ້ໂລກນີ້ ມີສັນຕິພາບ, ສະເຖັຽຣະພາບ ແລະ ຄວາມຈະເຣີນຮຸ່ງເຮືອງ ສີວິລັຍ:
“ຕລອດໄລຍະ 75 ປີ ຜ່ານມາ, ພວກເຮົາໄດ້ເຫັນຜົນງານ ແລະ ຜົນສຳເຣັດ ທີ່ສຳຄັນ ຫຼາຍດ້ານ ຂອງອົງການ ສະຫະປະຊາຊາຕ. ຫຼາຍປະເທດ ໄດ້ຮັບຄວາມ ເປັນເອກະຣາດແຫ່ງຊາຕ ແລະ ເປັນເຈົ້າຕົນເອງ ໃນການຕັດສິນ ຊາຕາກັມ ຂອງຊາຕຕົນ; ການເຈຣະຈາ ແລະ ປຶກສາຫາຣື ບັນຫາໂດຍສັນຕິວິທີ ໄດ້ກາຍເປັນຫຼັກການ ແລະ ແນວໂນ້ມ ໃນການແກ້ໄຂ ຂໍ້ຂັດແຍ່ງຕ່າງໆ;
ທ່ານກ່າວວ່າ ການຮ່ວມມື ເພື່ອການພັທນາ ໄດ້ຮັບການເຊີດຊູ ອັນໄດ້ເຮັດໃຫ້ ຫຼາຍລ້ານຄົນ ໃນທົ່ວໂລກ ໄດ້ຫຼຸດພົ້ນ ອອກຈາກຄວາມທຸກຍາກ; ບັນຫາການຈຳແນກ ເຊື້ອຊາດ-ຜິວພັນ, ຄວາມບໍ່ສເມີພາບ ຍິງ-ຊາຍ ໄດ້ຮັບການແກ້ໄຂ ເປັນກ້າວໆມາ ອັນເປັນການ ປະກອບສ່ວນ ທີ່ສຳຄັນ ໃນການປົກປັກຮັກສາ ສັນຕິພາບ, ຄວາມໝັ້ນຄົງສາກົລ ແລະ ການພັທນາ ໄດ້ເຕີບໃຫຍ່ ຂຍາຍໂຕ.
ທ່ານກ່າວ ຕື່ມອີກວ່າ ເຖິງວ່າ ສະພາບແວດລ້ອມ ໃນ 7 ທົດສວັດປາຍ ຜ່ານມາ ຈະແຕກຕ່າງ ຈາກສະພາບ ໃນປັດຈຸບັນ, ແຕ່ຂ້າພະເຈົ້າ ເຫັນວ່າ ຈຸດປະສົງ ເປົ້າໝາຍ ແລະ ຫຼັກການ ທີ່ໄດ້ກຳນົດໄວ້ ໃນກົດບັດ ສະຫະປະຊາຊາຕ ນັ້ນ, ແມ່ນຍັງມີຄຸນຄ່າສູງ ແລະ ແທດເໝາະ ກັບສະພາບການ ໃນປັດຈຸບັນ. ສະນັ້ນ, ມັນຮຽກຮ້ອງໃຫ້ ບັນດາປະເທດ ສະມາຊິກ ຈົ່ງພ້ອມໃຈກັນ ສືບຕໍ່ສົ່ງເສີມ ຈຸດປະສົງ ເປົ້າໝາຍດັ່ງກ່າວ ແລະ ຊ່ອຍກັນ ປັບປຸງກົລໄກ ການປະຕິບັດໜ້າທີ່ ຂອງອົງການ ສະຫະປະຊາຊາຕ ໃຫ້ແທດເໝາະ ກັບສະພາບແວດລ້ອມ ໃນປັດຈຸບັນ. ແນໃສ່ ຮັບປະກັນ ການປະຕິບັດ ພາຣະບົດບາດ ແລະ ໜ້າທີ່ ຂອງຕົນ ໃຫ້ໄດ້ຮັບຜົລສຳເຣັດ ຢ່າງມີປະສິດທິພາບສູງ ແລະ ສືບຕໍ່ ແກ້ໄຂ ສິ່ງທ້າທາຍຕ່າງໆ ຂອງວົງຄະນາຍາດສາກົລ. ທ່ານກ່າວຕໍ່ໄປວ່າ:
"ສປປລາວ ພວກຂ້າພະເຈົ້າ ພ້ອມແລ້ວ ທີ່ຈະຮ່ວມກັບ ບັນດາປະເທດສະມາຊິກ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ອົງການ ສປຊ ມີຄວາມເຂັ້ມແຂງ, ສາມາດປະຕິບັດ ໜ້າທີ່ ຂອງຕົນ ໃຫ້ມີປະສິດທິພາບສູງ ແນໃສ່ເຮັດໃຫ້ ສັນຕິພາບ ມີຄວາມຍືນຍົງ, ເສຖກິຈ-ສັງຄົມ ຂອງບັນດາປະຊາຊາຕ ໄດ້ຮັບການພັທນາ ແລະ ສີວິລັຍ ຮຸ່ງເຮືອງ.”
ອົງການ ສະຫະປະຊາຊາຕ ໄດ້ຖືກສ້າງຕັ້ງຂຶ້ນ ໃນມື້ວັນທີ 24 ຕຸລາ 1945 ໂດຍມີຈຸດປະສົງ ປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງໂລກ, ແລະ ການຮ່ວມມື ນຳສາກົລ ບົນພື້ນຖານ ຫຼັກການ ເຄົາລົບອະທິປະຕັຍ ເຊິ່ງກັນ ແລະ ກັນ, ສິດສເມີພາບ ແລະ ການຮ່ວມມືສາກົລ ໃນການແກ້ໄຂ ບັນຫາຕ່າງໆ ໃນດ້ານເສຖກິຈ, ສັງຄົມ ແລະ ວັທນະທຳ.
ປັດຈຸບັນ ອົງການສະຫະປະຊາຊາຕ ມີສະມາຊິກທັງໝົດ 193 ປະເທດ ແລະ ມີ 2 ຣັຖ ສັງເກດການ ຄືຣັຖວາຕີກັງ ແລະ ຣັຖປາເລສຕາຍ. ສຳລັບປະເທດລາວ ໄດ້ເຂົ້າເປັນສະມາຊິກ ອົງການດັ່ງກ່າວ ໃນມື້ວັນທີ 14 ທັນວາ 1955. ອົງການສະຫະປະຊາຊາຕ ມີສຳນັກງານໃຫຍ່ ຕັ້ງຢູ່ນະຄອນ ນິວຢ໊ອກ ສະຫະຣັຖອາເມຣິກາ.
ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາຕ ເຣີ່ມຂຶ້ນ ໃນມື້ວັນທີ 22 ກັນຍານີ້ ຜ່ານທາງໄກ ຫຼືອອນລາຍ ແລະ ຈະສືບຕໍ່ໄປ ຮອດວັນທີ 29 ກັນຍາ 2020.