ສື່ສັງຄົມຊ່ອຍໃຫ້ຊາວລາວ ມີສຽງ

ອຸ່ນແກ້ວ ສຸກສະຫວັນ
2015.11.17
F-Logs ປ່າໄມ້ ຖືກທໍາລາຍ ຢ່າງ ຫຼວງຫຼາຍ ໂດຍບໍ່ຄໍານຶງເຖີງ ຜົນຮ້າຍ ທີ່ຈະຕາມມາ, ປະຊາຊົນ ຈຶ່ງປ່າວຮ້ອງ ໃຫ້ທາງການ ຣັຖບານ ຮັບຮູ້
Screen captured from Citizen video

ປະຊາຊົນ ລາວ ຈຳນວນ ນຶ່ງ ສະແດງ ຄຳເຫັນ ທັກທ້ວງ ວິຈານ ຣັຖບານ ຜ່ານ ສື່ສັງຄົມ ອອນລາຍ ໃນ ຣະຍະ ທີ່ ໃກ້ຈະເຖິງ ວັນ ຄົບຮອບ 40 ປີ ການ ສ້າງຕັ້ງ ສປປ ລາວ ຫລຶື ວັນຊາດ ທີ 2 ທັນວາ.

ໃນຊ່ວງ 1 ເດືອນ ຜ່ານມາ ມີການ ເຜີຍແຜ່ ຮູປພາບ ການປັກທຸງ ຊ້າງ ສາມຫົວ ຢູ່ຕາມ ແຂວງ ພາກໃຕ້ ຂອງ ປະເທດ ລາວ ຊຶ່ງ ເປັນການ ສະແດງ ອອກ ເຖິງການ ຕໍ່ຕ້ານ ຣັຖບານ ລາວ. ແຕ່ ນັກ ວິຊາການ ໄທ ທີ່ ສຶກສາ ວິຈັຍ ກ່ຽວກັບ ການເມືອງ ລາວ ໃຫ້ ຄຳເຫັນວ່າ, ເຖິງຢ່າງໃດ ກໍ ຈະເປັນໄປ ໄດ້ຍາກ ທີ່ ຈະມີການ ປະທ້ວງ ຂອງ ປະຊາຊົນ ຢູ່ ປະເທດ ລາວ:

"ທ່ານ ກ່າວວ່າ ຄວາມຈິງ ປະຊາຊົນ ສ່ວນນຶ່ງ ບໍ່ພໍໃຈ ການ ບໍຣິຫານ ປະເທດ ໂດຍ ພັກ-ຣັຖ ໂດຍສະເພາະ ກຸ່ມຄົນ ລຸ້ນໃຫມ່ ແຕ່ ກໍບໍ່ສາມາດ ສະແດງ ອອກໄດ້ ເພາະ ຣັຖບານ ເຄີຍ ປາບປາມ ກຸ່ມ ນັກສຶກສາ ທີ່ ຕຽມ ປະທ້ວງ ເມື່ອປີ 1999 ແລະ ປີ 2009 ຢ່າງ ເດັດຂາດ ຈົນຮອດ ປັຈຈຸບັນ ບາງຄົນ ຍັງຖືກ ຂັງຄຸກ ຢູ່. ແລະ ອີກ ສາເຫດ ນຶ່ງ ຍ້ອນວ່າ ປະຊາຊົນ ຖືກສອນໃຫ້ ມີຄວາມ ເຊື່ອຫມັ້ນ ໃນ ພັກ-ຣັຖ ຜ່ານຣະບົບ ການສຶກສາ ໃນ ໂຮງຮຽນ. ປະຊາຊົນ ທີ່ ບໍ່ພໍ ໃຈ ກໍພຽງແຕ່ ຈົ່ມ ແຕ່ຈະໃຫ້ ອອກມາ ໂຮມຊຸມນຸມ ນັ້ນ ທ່ານ ຄິດວ່າ ເປັນໄປໄດ້ ຍາກ”.

ແຕ່ ປະຊາຊົນ ລາວ ຜູ້ ທີ່ສາມາດ ເຂົ້າເຖິງ ຂໍ້ມູນ ຂ່າວສານ ກໍເລືອກ ທີ່ຈະໃຊ້ ສື່ສັງຄົມ ອອນລາຍ ໃນການ ວິຈານ ການ ເຮັດວຽກ ຂອງ ຣັຖບານ ເພື່ອ ສະທ້ອນ ບັນຫາ ທີ່ ເກີດຂຶ້ນ ໃນ ສັງຄົມລາວ ເປັນຕົ້ນ ວ່າ ການສໍ້ຣາສ ບັງຫຼວງ ຂອງ ບັນດາ ພະນັກງານ ແລະ ຜູ້ນໍາ ຂັ້ນສູງ ຈໍານວນນຶ່ງ, ການຕັດໄມ້ ອອກໄປ ປະເທດ ວຽດນາມ, ບັນຫາ ເສັ້ນທາງ ທີ່ບໍ່ໄດ້ ມາຕຖານ ແລະ ບັນຫາ ການຈ່າຍ ເງິນ ເດືອນ ຊ້າ.

ເຖິງວ່າ ທີ່ ຜ່່ານມາ ທາງການ ລາວ ຈະອອກ ດໍາຣັດ ວ່າດ້ວຍ ການ ຄວບຄຸມ ຂໍ້ມູນ ຂ່າວສານ ທາງ ອິນເຕີເນັດ ແລະ ຈັບ ປະຊາຊົນ ທີ່ ເອົາເລື້ອງ ການສໍ້ຣາສ ບັງຫຼວງ ຂອງ ພະນັກງານ ຣັຖອອກ ມາເຜີຍແຜ່ ກໍຕາມ ແຕ່ ປັດຈຸບັນ ກໍຍັງມີ ຄົນສືບຕໍ່ ວິຈານ ຣັຖບານ ຜ່ານ ສື່ສັງຄົມ ອອນລາຍ ມາໂດຍ ຕລອດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.