ຄວາມສະດວກພິເສດໃຫ້ ຄົນວຽດ
2015.10.27
ຊາວລາວ ທ່ານນຶ່ງ ເວົ້າ ກ່ຽວກັບ ການໃຫ້ ສັນຊາດ ລາວ ແກ່ ຄົນຕ່າງດ້າວ ວ່າ ປະເທດ ລາວ ເປັນ ປະເທດ ເອກຣາດ ມີ ກົດຫມາຍ ຄຸ້ມຄອງ ຄືດັ່ງ ປະເທດ ອື່ນ ໃນໂລກ, ດັ່ງນັ້ນ ການທີ່ຈະ ໃຫ້ ຄົນຊາດອື່ນ ຕັດສັນຊາດ ເປັນ ລາວ ນັ້ນ ກໍຕ້ອງໄດ້ ຜ່ານ ຂັ້ນຕອນ ຕາມຣະບຽບ ກົດຫມາຍ ແບບ ຕ່າງ ປະເທດ ເພິ່ນ ປະຕິບັດ ກັນ ບໍ່ແມ່ນ ຈະ ອຳນວຍ ຄວາມສະດວກ ແບບ ພິເສດ ໃຫ້ແຕ່ ຄົນ ວຽດນາມ. ດັ່ງ ທ່ານ ເວົ້າວ່າ:
"ກົດຫມາຍ ລາວ ກໍບໍ່ໄດ້ ກີດກັ້ນ ການໃຫ້ ສັນຊາດ ແກ່ ຄົນ ຕ່າງຊາດ ແຕ່ຕ້ອງ ມີ ຄຸນສົມບັດ ຄືວ່າ ມາຢູ່ ລາວ ສີບປີບໍ ຕາມ ຮີດຄອງ ປະເພນີ ລາວ ຖ້າມີ ຄຸນສົມບັດ ກໍໃຫ້ໄດ້ ອັນນີ້ ເພິ່ນເວົ້າ ດັ່ງ ຄົນວຽດນາມ ຖ້າຢາກ ໄດ້ ສັນຊາດ ລາວ ກໍເປັນໂລດ ບໍຕ້ອງ ອາກອນ ພາສີ ໃຫ້ ແກ່ ປະເທດ ອັນນີ້ມັນ ບໍ່ ຖືກຕ້ອງ".
ທ່ານ ໄດ້ໃຫ້ ຄວາມເຫັນ ຕໍ່ ເອເຊັຽ ເສຣີ ພາຍຫລັງ ຍານາງ ຫງວຽນ ທີ ຢວານ ຮອງ ປະທານ ປະເທດ ວຽດນາມ ໄດ້ມາ ຢ້ຽມຢາມ ລາວ ແຕ່ ວັນທີ 15-18 ຕຸລາ 2015. ການມາ ຢ້ຽມຢາມ ລາວ ຂອງ ຜູ້ນຳ ຣະດັບສູງ ວຽດນາມ ຄັ້ງນີ້ ກໍແມ່ນ ເພື່ອ ຮັດແຫນ້ນ ການ ພົວພັນ ຮ່ວມມື ຣະຫວ່າງ ສອງ ປະເທດ ຂຶ້ນ ຕື່ມອີກ ທັງ ທາງດ້ານ ການເມືອງ, ເສຖກິດ ເວົ້າສັ້ນໆ ກໍແມ່ນ ການຮ່ວມມື ຮອບດ້ານ ນັ້ນເອງ.
ໃນ ເທື່ອນີ້ ຮອງ ປະທານ ປະເທດ ວຽດນາມ ໄດ້ພົບພໍ້ ກັບ ທ່ານ ໄຊສົມພອນ ພົມວິຫານ ຮອງ ປະທານ ສະພາ ແຫ່ງຊາດ ລາວ ແລະ ໄດ້ ຮຽກຮ້ອງ ໃຫ້ ສະພາ ແຫ່ງຊາດ ລາວ ຊ່ວຍ ສ້າງ ເງື່ອນໄຂ ເອື້ອອຳນວຍ ໃຫ້ ຊາວວຽດນາມ ທີ່ ອາສັຍ ຢູ່ ລາວ ຍື່ນຄຳ ຮ້ອງຂໍ ເປັນ ສັນຊາດລາວ ແລະ ໃບອະນຸຍາດ ຢູ່ ລາວ ແບບຖາວອນ ໄດ້ຢ່າງ ສະດວກ ສະບາຍ. ສິ່ງ ດັ່ງກ່າວ ສ້າງຄວາມ ບໍ່ພໍໃຈ ໃຫ້ແກ່ ຄົນ ລາວ ທົ່ວໄປ.