ນັກຮຽນຕ້ອງເສັຽຄ່າໃບ ຈົບຊັ້ນ
2015.06.08
ປັດຈຸບັນ, ພໍ່ແມ່ ນັກຮຽນ ຢູ່ ນະຄອນ ຫລວງ ວຽງຈັນ ຫລາຍໆ ຄົນ ມີຄວາມ ຂ້ອງໃຈ ນໍາ ເຣື້ອງ ການ ເສັຽຄ່າ ໃບ ປະກາດ ຈົບ ຊັ້ນ, ແລະ ມີ ຄໍາຖາມ ວ່າ ເປັນຫຍັງ ຕ້ອງເສັຽ ແລະ ຢາກຮູ້ ວ່າ ເປັນກົດ ຂອງ ກະຊວງ ສຶກສາ ທິການ ຫລືບໍ່? ດັ່ງ ຊາວ ນະຄອນ ຫລວງ ຄົນນຶ່ງ ໄດ້ ກ່າວ ເມື່ອ ວັນທີ່ 6 ມິຖຸນາ ນີ້ວ່າ:
"ໃຫ້ ທ່ານ ຖາມ ຫລາຍໆ ຄົນ ກ່າໄດ້ ຢູ່ ປະເທດ ລາວ ນີ້, ຄື ສົມມຸດ ລູກຫລານ ຂອງ ທ່ານ ນີ້ ດຽວນີ້ ນັບແຕ່ ອານຸບານ ຈົນຮອດ ມັທຍົມ ປາຍ ທຸກໆ ຊັ້ນ ເພິ່ນ ຊິອອກ ໃບ ປະກາດ ໃບ ຈົບຊັ້ນ ໃຫ້ ໝົດ ນັບແຕ່ ອານຸບານ 3 ເປັນຕົ້ນ ໄປ ຈະຕ້ອງ ເສັຽເງິນ ຄັນວ່າ ໂຮງຮຽນ ຣັຖ, ໂດຍ ສະເພາະ ມັທຍົມ ນີ້ ກ່າ ແສນ ນຶ່ງ ຕໍ່ໃບ. ຈັ່ງວ່າ ເຮົາ ຢາກພົບ ທ່ານ ຣັຖມົນຕຣີ ສຶກສາ ນີ້ ຊິຖາມ ວ່າ, ອັນນີ້ ກໍານົດ ບໍຫລື ວ່າ ແນວໃດ ຫລືວ່າ ຄູ ອາຈານ ໂຮງຮຽນ ນັ້ນ ຄິດ ເອົາເອງ, ຈົບ ຊັ້ນ ນີ້ ຕ້ອງ ຈ່າຍເງິນ ກ່ອນ ແສນ ກີບ ຈັ່ງຄ່ອຍ ເອົາໃບ ຈົບ ຊັ້ນ ໃຫ້ ແມ່ນ ຜູ້ໃດ ອອກແບບ".
ທ່ານ ວ່າ ຄວາມ ເຂົ້າໃຈ ຂອງ ສັງຄົມ ໂດຍ ທົ່ວໄປ ມັນແມ່ນ ການ ສໍ້ຣາສ ບັງຫລວງ ປະເພດ ນຶ່ງ ອີກ, ໃນວົງ ການ ສຶກສາ ແຕ່ ກໍບໍ່ມີ ຜູ້ໃດ ສາມາດ ເວົ້າຫຍັງ ໃຫ້ ເພິ່ນໄດ້:
"ວິຈານ ກ່າ ວິຈານ ຢູ່ ນອກ ສະພາ ກາເຟ ຊື່ໆ ຄົນຫລາຍໆ ຄົນ ບໍ່ກ້າ, ບໍ່ທັນ ມີ ປະຊາຊົນ ຄົນໃດ ທີ່ ຈະກ້າ ຖາມ ບໍ່ກ້າ".
ເຖິງຢ່າງໃດ ກໍດີ ທາງການ ລາວ ກໍເຄີຍ ຍົກ ບັນຫາ ການ ສໍ້ຣາສ ບັງຫລວງ ໃນ ວົງການ ສຶກສາ ຂຶ້ນມາ ເວົ້າ ຫຼາຍເທື່ອ ແລ້ວ, ແຕ່ ກໍຍັງ ແກ້ໄຂ ບໍ່ຕົກ ເພາະວ່າ ການ ສໍ້ໂກງ ປະຊາຊົນ ສໍ້ໂກງ ຣັຖ ມັນມີ ຢູ່ ທຸກ ບ່ອນ, ຕັ້ງແຕ່ ຣະດັບ ຍ່ອຍ ຮອດ ຣະດັບ ໃຫຽ່.
ພໍ່ແມ່ ນັກຮຽນ ບາງ ຄອບຄົວ ທີ່ ມີ ຖານະ ດີແດ່ ກໍ ເວົ້າວ່າ, ການຈ່າຍ ຄ່າໃບ ປະກາດ ຈົບຊັ້ນ ນັ້ນ, ອາຈເປັນ ການຊ່ວຍ ຣາຍຈ່າຍ ຄ່າ ເຈັ້ຽສໍ ເພາະວ່າ ຣັຖບານ ຂາດເຂີນ ງົບປະມານ.
ກ່ຽວກັບ ເຣື້ອງ ເສັຽຄ່າ ໃບ ປະກາດ ຈົບ ຊັ້ນນີ້ ເຮົາ ບໍ່ທັນ ໄດ້ ມີໂອກາດ ຖາມໄປ ທາງ ກະຊວງ ສຶກສາ ທິການ ເທື່ອ, ແລະ ຊາວ ນະຄອນ ຫລວງ ທ່ານ ນີ້ ກໍ ຍືນຍັນ ວ່າ ຫລາຍໆ ຄົນ ຢາກໄດ້ ຄໍາຕອບ.