ຊາວລາວ ໃຊ້ເຟສບຸກຄ໌ ຫຼາຍກວ່າ ສື່ກະແສຫຼັກ
2019.04.23

ປະຊາຊົນລາວມັກຕິດຕາມຂ່າວ ທາງສື່ສັງຄົມອ່ອນລາຍນ໌ ໂດຍສະເພາະເຟສບຸກຄ໌ ທີ່ມີຣາຍງານ ເຫດການໂຕຈິງ ທີ່ເກີດຂຶ້ນຢ່າງວ່ອງໄວ ໂດຍສະເພາະ ແມ່ນອອກ Live ສົດ ເຊິ່ງຂ່າວ ທີ່ໄດ້ຈະແຕກຕ່່າງ ຈາກຂ່າວກະແສຫຼັກ ທີ່ມີພິທີການຫຼາຍກວ່າ ແລະ ການຣາຍງານ ກໍບໍ່ທັນເຫດການ, ດັ່ງຄຳເວົ້າ ຂອງປະຊາຊົນ ແຂວງໄຊຍະບູຣີ ຕໍ່ນັກຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 23 ເມສາ ນີ້ວ່າ:
"ໂທຣະພາບ [ທັສ] ລາວ ບໍ່ໄດ້ລົງແບບວ່າ ໂຕຈິງເລີຍເດ້ ກໍມາອ່ານໃຫ້ຟັງຊື່ໆ ແຕ່ບໍ່ມີພາບປະກອບເລີຍ ໄປລົງຄຸກຄີ, ສັງຄົມທຸກມື້ນີ້ຕ້ອງໂລກ ອ່ອນລາຍນ໌ ໄວກວ່າ ໂທລະພາບ ຄືນໍ້າຖ້ວມອັັດຕະປື ເມື່ອກີ້ນີ້ ບໍ່ເປັນຫຍັງຄົນໄທ ເຂົາຮູ້ຄົນ ທີ່ເສັຽຊີວິດມີຈັກຄົນ ຄົນທີ່ ລອດຊີວິດ ມີຈັກຄົນ ແຕ່ປະເທດລາວ ຄິດປີດບັງ ເປັນຫຍັງ ຣັຖບານລາວ ບໍ່ເປີດເຜີຍ."
ສ່ວນປະຊາຊົນ ຢູ່ແຂວງສວັນນະເຂດ ກໍເວົ້າຄືກັນວ່າ ຂະເຈົ້າ ໄດ້ຟັງຂໍ້ມູນຂ່າວສານຈາກ ເຟສບຸກຄ໌ ຫລາຍກ່ວາສື່ກະແສຫລັກ ຂນະທີ່ ໂທຣະທັສລາວ ມີພຽງ 3-4 ຊ່ອງ ແລະ ຈຳກັດ ການເຂົ້າເຖິງ ຂໍ້ມູນຂ່າວສານ.
"ທາງໂທລະພາບ[ທັສ] ຂ້ອນຂ້າງຈຳກັດຂໍ້ມູນ ແລະຈຳກັດຂ່າວຄາວ ຍົກໂຕຢ່າງກ່ຽວກັບຢາເສບຕິດ ກ່ຽວກັບປະເທສຊາດ ທຸກຂ່າວບໍ່ສາມາດ ຣະບຸໄດ້ວ່າ ໂຕໃດແທ້ທີ່ເພິ່ນຈະສົ່ງ ຖ້າສິ່ງໃດທີ່ບໍ່ແນ່ນອນ ບໍ່ຊັດເຈັນ [ຈະແຈ້ງ] ເພິ່ນບໍ່ໃຫ້ອອກ ຂ່າວອ່ອນລາຍນ໌ ມັນກໍຈຳກັດ ບໍ່ໄດ້ ເຈົ້າໜ້າທີ່ມັນ ບໍ່ສາມາດທີ່ຈະກວດສອບ ເຣື່ອງຂໍ້ມູນມັນມາຈາກໃຜຕົ້ນສະບັບ."
ໃນຂນະທີ່ອົງການ ສຳນັກຂ່າວ ໄຮ້ພົມແດນ ໄດ້ເປີດເຜີຍດັຊນີ ເສຣີພາບ ສື່ມວນຊົນໂລກ ປະຈຳປີ 2019 ໂດຍປີນີ້ພົບວ່າ ເສຣີພາບ ສື່ມວນຊົນລາວ ຍັງຢູ່ໃນອັນດັບເດີມ ຈາກປີຜ່ານມາ ໂດຍຢູ່ໃນອັນດັບທີ 171 ຈາກທັງໝົດ 180 ປະເທສທົ່ວໂລກ ໃນຄະແນນ 64.49, ດັ່ງເຈົ້າໜ້າທີ່ ກະຊວງຖແລງຂ່າວວັທນະທັມ ແລະ ທ່ອງທ່ຽວ ໄດ້ກ່າວວ່າ:
"ຂະເຈົ້າ ເວົ້າໄປນັ້ນ ອ້າຍກໍບໍ່ຄ່ອຍສົນໃຈດອກ ຄືພວກອ້າຍນີ້ເອີ້ນວ່າ ສື່ສັງຄົມນິຍົມ ກໍຮັບໃຊ້ຣະບອບສັງຄົມນິຍົມ ຮັບໃຊ້ພັກ ຮັບໃຊ້ຣັຖບານ ຫັ້ນມີແຕ່ວ່າຂະເຈົ້າ ຈັດອັນດັບເຮົາວ່າມີເສຣີພາບ ຈຳນວນເທົ່ານັ້ນ ໃນເທົ່ານັ້ນເທົານີ້ ເຮົາບໍ່ເຊື່ອດອກ ເຮົາຮູ້ສຶກວ່າ ເຮັດວຽກ ມີຄວາມສຸກ ຣັຖບານ ກໍບໍ່ໄດ້ບີບບັງຄັບເຮົາ ວ່າເຮົາຕ້ອງຈັ່ງຊັ້ນຈັ່ງຊີ້ບໍ່ ບໍ່ແມ່ນ; ຍົກໂຕຢ່າງ ສົມມຸດວ່າ ຣັຖບານວ່າ ອັນນີ້ຂ່າວນີ້ ຍັງບໍ່ທັນສາມາດອອກໄດ້ ສິໄປຣາຍງານໄດ້ ມັນກໍບໍ່ໄດ້."
ອີງຕາມການຣາຍງານຂອງ ທ່ານ ທອງໃສ ຊານໄຊຍະ, ຮອງຣັຖມົນຕຣີ ກະຊວງໄປສະນີ ໂທຣະຄົມມະນາຄົມ ແລະ ການສື່ສານ, ຢູ່ໃນ ກອງປະຊຸມ ສັມມະນາວິທຍາສາດ ພາຍໃຕ້ຫົວຂໍ້ ການຄຸ້ມຄອງ ການນຳໃຊ້ ແລະ ພັທນາສື່ ໃນໄລຍະໃໝ່ ເມື່ອທ້າຍປີຜ່ານມາວ່າ, ຈາກສະຖິຕິ ເດືອນມົກກະຣາ 2018 ມີຜູ້ນຳໃຊ້ Facebook ໃນລາວເຖິງ 2.4 ລ້ານ ບັນຊີ ໃນນັ້ນນໍາໃຊ້ຜ່ານ ໂທຣະສັບ ມືຖືເຖີງ 92% ເຊິ່ງໝາຍຄວາມວ່າ ຄົນລາວ ທີ່ນຳໃຊ້ຊື່ສັງຄົມອ່ອນລາຍນ໌ ແຕ່ລະຄົນ ມີບັນຊີ ເຟສບຸກຄ໌ (Facebook) ໂຕເລກດັ່ງກ່າວ ເພີ່ມຂຶ້ນເຖິງ 6 ແສນ ບັນຊີ ໃນໄລຍະ ພຽງແຕ່ 1 ປີ ຜ່ານມາ.