ນາຍົກຣັຖມົນຕຣີ ທີ່ມີ ທຸກດ້ານ

ສົມເນ
2015.06.11
F-Gov2 ຫ້ອງວ່າການຣັຖບານ ສປປ ລາວ
L PDR

ຊາວໜຸ່ມ ລາວ ແລະ ນັກຣຽນຣູ້ ປັນຍາຊົນ ໃນ ທຸກມື້່ ນີ້ ສ່ວນຫລາຍ ເຫັນວ່າ ຜູ້ ທີ່ ຈະເປັນ ນາຍົກ ຣັຖມົນຕຣີ ຂອງ ລາວ ຄົນ ຕໍ່ໄປ, ຄວນມີ ປະສົພການ ກວ້າງ ຂວາງ ກັບ ຕ່າງ ປະເທດ ໃນ ດ້ານ ພາສາ, ຄວາມຮູ້ ຮອບຕົວ ກ່ຽວກັບ ສັງຄົມ ໂລກ, ເພື່ອ ພາບພົດ ໜ້າໃໝ່ ຂອງ ປະເທດ, ເພື່ອ ໃຫ້ ເປັນທີ່ ນັບຖື ແລະ ຢໍາເກງ.

ຄໍາເວົ້າ ນີ້ ແມ່ນ ມາຈາກ ການ ສັມພາດ ໂອ້ລົມ ກັບ ປັນຍາຊົນ ໃນ ນະຄອນ ຫລວງ ວຽງຈັນ ເມື່ອ ບໍ່ດົນ ມານີ້. ທ່ານ ຜູ້ ບໍ່ປະສົງ ອອກຊື່ ໃຫ້ ທັສນະ ວ່າ, ໂລກເຮົາ ມັນ ປ່ຽນແປງ ໄປ ຢ່າງ ໄວວາ, ຄວາມ ນຶກຄິດ ຂອງ ຄົນລາວ ກໍ ປ່ຽນແປງ ໄປ ເຊັ່ນກັນ.

ປະເທດ ລາວ ແລະ ການນໍາ ຂອງລາວ ກໍຄວນ ປ່ຽນແປງ ໄປ ຢ່າງ ແທ້ຈິງ, ໃຫ້ ສອດຂ່ອງ ກັບ ຄວາມ ນຶກຄິດ ຂອງ ຄົນ ລຸ້ນໃໝ່, ແລະ ສອດຂ່ອງ ກັບ ກະແສ ຂອງ ໂລກ ເຊັ່ນ ກັນ. ທ່ານ ເວົ້າວ່າ ສປປ ລາວ ເປັນ ປະເທດ ນ້ອຍ ບໍ່ ຈໍາເປັນ ຕ້ອງ ສະແດງ ຕົວ ຢູ່ ແຖວໜ້າ ກໍໄດ້, ແຕ່ ໃຫ້ຍ່າງ ຢູ່ໃນ ແຖວດຽວ ກັບ ຜູ້ນໍາ ໃນໂລກ ຄົນອື່ນໆ ກໍດີພໍ ແລ້ວ.

ການ ສົນທະນາ ເຣື້ອງ ການເມືອງ ໃນ ສັງຄົມ ລາວ ບໍ່ ສາມາດ ເຮັດຢ່າງ ເປີດແປນ ໄດ້, ແຕ່ ກຸ່ມ ສະພາ ກາເຟ ກໍມັກ ສົນທະນາ ກັນແບບ ວົງແຄບ, ຕ່າງ ກໍພາກັນ ກະຕວງ ຫາ ໂຕເກງ ໂຕເດັ່ນ ເປັນຕົ້ນ: ທ່ານ ທອງລຸນ ສີສຸລິດ, ທ່ານ ບຸນປອນ ບຸດຕະນະວົງ, ແລະ ຍານາງ ປານີ ຢາທໍ່ຕູ້ ທັງ 3 ຄົນນີ້ ຢູ່ໃນ ຄນະນໍາ ກົມການເມືອງ.

ສ່ວນ ຄົນລາວ ຜູ້ນຶ່ງ ພັດ ໃຫ້ ເວົ້າວ່າ, ກ່ຽວກັບ ເຣື້ອງນີ້ ກໍກະຕວງ ໄດ້ຍາກ, ເພາະວ່າ ບາງຢ່າງ ກໍຍັງ ເປັນກົກ ເປັນເລົ່າ ຢູ່:

"ຄື ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ເພິ່ນ ກໍມີ ລູກຊາຍ 3 ຊາຍ ເນາະ, ສອງຄົນ ຕິດ ກັມມະການ ພັກ ແຂວງ ເປັນ ເຈົ້າເມືອງ ທັງສອງ. ຜູ້ ທີສາມ ຕິດ ເອີ້ນວ່າ ເປັນ ກັມມະການ ສູນກາງ  ເປັນ ເລຂາ ພັກ ແຂວງ ເນາະ . ທ່ານ ຄໍາໄຕ ກ່າ ມີລູກ ທ່ານ ສອນໄຊ ມາເປັນ ຜູ້ ປະຈໍາການ ຣັຖບານ ກ່າວ່າ ແມ່ນ, ແລະ ລູກເຂີຍ ດຣ. ຄໍາແພງ ໄຊສົມແພງ".

ຊາວລາວ ອີກ ຄົນນຶ່ງ ເວົ້າວ່າ, ຜູ້ ທີ່ຈະເປັນ ນາຍົກ ຄົນ ຕໍ່ໄປ ອາຈແມ່ນ ເຈົ້າແຂວງ ຈໍາປາສັກ ກໍ ເປັນໄດ້:

"ເພິ່ນ ຕຽມ ມາແລ້ວ ວ່າຊັ້ນ ເຫັນເຂົາເວົ້າ ສີ່ ຫ້າ ເດືອນ ມານີ້  ວ່າ, ພຸ້ນແລ້ວ ລູກ ລູງ ຄໍາໄຕ ພຸ້ນແລ້ວ ເຈົ້າ ແຂວງ ຈໍາປາສັກ ມານີ້ ເພິ່ນ ກ່າມາເປັນ ຣັຖມົນຕຣີ ຢູ່ ສໍານັກງານ ນາຍົກ.... ສອນໄຊອະ ສີພັນດອນ ນີ້ລະ ໂອ້.. ສີ່ແມ່ນບໍລະ".

ນັກຮຽນຮູ້ ປັນຍາຊົນ ທີ່ ເຂົ້າໃຈ ເຣື້ອງ ການເມືອງ ພາຍໃນ ປະເທດ ແດ່ນັ້ນ ໃຫ້ ທັສນະ ວ່າ, ຖ້າຈະເວົ້າ ຕາມ ອຸດົມການ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ແລ້ວ, ກໍຕ້ອງ ເລືອກ ເອົາ ຜູ້ມີ ຄຸນສົມບັດ ທີ່ດີ ທີ່ ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.