ກອງປະຊຸມໃຫຍ່ຄັ້ງທີ 11 ເລືອກ ຜູ້ນໍາພັກ
2021.01.14

ຕາມມະຕິຕົກລົງຂອງຄະນະບໍຣິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ວັນທີ 5 ມົກກະຣາ 2021 ກອງປະຊຸມຜູ້ແທນທົ່ວ ປະເທດ ຄັ້ງທີ 11 ຂອງພັກ ໄດ້ເລືອກຕັ້ງເອົາ ຄະນະບໍຣິຫານງານສູນກາງພັກ ສມັຍທີ 11 ຊຸດໃໝ່ ຈໍານວນ 81 ຄົນ. ໃນນັ້ນ ກັມມະການສູນກາງພັກ 71 ຄົນ ແລະ ກັມມະການສູນກາງພັກ ສໍາລອງ 10 ຄົນ, ໃນຂນະທີ່ ຄະນະບໍຣິຫານງານສູນກາງພັກ ສມັຍທີ 10 ມີຈໍານວນ 77 ຄົນ, ໃນນັ້ນກັມມະການສູນກາງພັກ 69 ຄົນ (ຍິງ 7 ຄົນ) ແລະ ກັມມະການສູນກາງພັກສໍາລອງ 8 ຄົນ (ຍິງ 2 ຄົນ).
ຜ່ານການເລືອກຕັ້ງ, ຄະນະບໍຣິຫານງານສູນກາງພັກຊຸດໃໝ່ ໃນມື້ວັນທີ 14 ມົກກະຣາ 2021, ດຣ. ບຸນທອງ ຈິດມະນີ ກັມມະການ ກົມການເມືອງສູນກາງພັກ ປະທານກວດກາ ສູນກາງພັກ, ຕາງໜ້າໃຫ້ຄະນະກອງປະຊຸມ ໄດ້ປະກາດຣາຍຊື່ ຜູ້ທີ່ໄດ້ຮັບເລືອກຕັ້ງ ເປັນຄະນະບໍຣິຫານງານສູນກາງພັກ ສມັຍທີ 11 ຕໍ່ ກອງປະຊຸມວ່າ:
"ຂ້າພະເຈົ້າຂໍ ຊຶ່ງມີຣາຍລະອຽດດັ່ງຕໍ່ໄປນີ້: ກັມມະການສົມບູນສູນກາງພັກ 1. ສະຫາຍທອງລຸນ ສີສຸລິດ, 2. ສະຫາຍ ນາງປານີ ຍາທໍ່ຕູ້, 3. ສະຫາຍ ບຸນທອງ ຈິດມະນີ, 4. ສະຫາຍ ພັນຄໍາ ວິພາວັນ, 5. ສະຫາຍ ໄຊສົມພອນ ພົມວິຫານ, 6. ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ, 7. ສະຫາຍ ຄໍາພັນ ພົມມະທັດ, 8. ສະຫາຍ ສິນນະວົງ ຄຸດໄພທູນ, 9. ສະຫາຍ ສອນໄຊ ສີພັນດອນ, 10. ສະຫາຍ ກິແກ້ວ ໄຂຄໍາພິທູນ, 11. ສະຫາຍ ພົລໂທ ວິໄລ ຫລ້າຄໍາຟອງ,"
ແລະ ອີກ 60 ຄົນ ຊຶ່ງຄົນສຸດທ້າຍຄືຄົນ ທີ 71 ແມ່ນ ທ່ານ ດາວວົງ ພອນແກ້ວ, ແລະສໍາລັບກັມມະການ ສູນກາງພັກສໍາລອງມີ 10 ຄົນ, ຄົນທໍາອິດແມ່ນ ທ່ານ ມະໄລທອງ ກົມມະສິດ ແລະ ຄົນສຸດທ້າຍ ແມ່ນແມ່ຍິງ ພັນເອກ ລີວົງ ເລົາລີ.
ຫລັງຈາກການເລືອກຕັ້ງຄະນະບໍຣິຫານງານສູນກາງພັກແລ້ວ, ໃນມື້ວັນສຸກ ທີ 15 ມົກກະຣາ ກໍມີກອງປະຊຸມຄັ້ງປະຖົມມະເລີກຄົບ, ຄະນະຂອງຄະນະບໍຣິຫານງານ ສູນກາງພັກ, ຈະມີການເລືອກຕັ້ງ ກົມການເມືອງສູນກາງພັກ, ຊຶ່ງເປັນອົງການການເມືອງສູງສຸດ ຂອງການເມືອງລາວ ທີ່ຄາດວ່າຈະມີ 11 ຄົນ ຄືເກົ່າ, ຊຶ່ງໃນຊຸດນີ້ ບໍ່ເຫັນຣາຍຊື່ຜູ້ເກົ່າ 2 ຄົນຄື ທ່ານ ບຸນຍັງ ວໍລະຈິດ ແລະ ທ່ານ ຈັນສີ ໂພສີຄໍາ ແຕ່ມີຣາຍຊື່ຜູ້ໃໝ່ 2 ຄົນ ຄື ທ່ານ ກິແກ້ວ ໄຂຄໍາພິທູນ ແລະ ພົລໂທ ວິໄລ ຫລ້າຄໍາຟອງ; ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ເປັນຕໍາແໜ່ງສູງສຸດຂອງປະເທດ, ຊຶ່ງ ປົກກະຕິແລ້ວ ຜູ້ເປັນເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ຈະກໍາທັງຕໍາແໜ່ງ ປະທານປະເທດ ຄວບຄູ່ກັນໄປ ຊຶ່ງອາຈແມ່ນ ທ່ານ ທອງລຸນ ສີສຸລິດ, ກັມມະການກົມການເມືອງ ສູນກາງພັກ, ນາຍົກຣັຖມົນຕຣີຄົນປັດຈຸບັນ, ຄະນະເລຂາທິການສູນກາງພັກ ຄາດວ່າຈະມີ 9 ຄົນ ຊຶ່ງຜູ້ເປັນ ເລຂາທິການໃຫຍ່ ຄະນະບໍຣິຫານງານສູນກາງພັກ ເປັນຫົວໜ້າ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ກໍອາດຍັງແມ່ນ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງ ສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຊຶ່ງເປັນຜູ້ຕັດສິນທຸກບັນຫາສໍາຄັນ ປະຈໍາວັນ ຂອງຊາດ, ຊຶ່ງເປັນຮອງປະທານປະເທດ ຄົນປັດຈຸບັນ. ສໍາລັບປະທານ ແລະ ຮອງປະທານຄະນະກວດກາສູນກາງພັກ ກໍຄາດວ່າ ທັງໝົດຈະມີ 9 ຄົນ.
ເວົ້າບົດບາດການນໍາພາ ຂອງພັກ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານສູນກາງພັກ ໄດ້ກ່າວຢູ່ໃນບົດ ຣາຍງານ ການເມືອງຂອງທ່ານ ຕໍ່ກອງປະຊຸມໃຫຍ່ ຂອງພັກຕອນນຶ່ງວ່າ ພັກບໍ່ມີຄວາມສະດຸ້ງໄວ, ບໍ່ຍອມປັບປຸຸງຕົນເອງ:
“ພ້ອມກັນນັ້ນ ກໍຮັບຮູ້ຢ່າງເລິກເຊິ່ງ ຊຶ່ງວ່າພັກບໍ່ມີຄວາມສະດຸ້ງໄວ ບໍ່ຍອມປັບປຸງຕົນເອງ. ໃນທີ່ສຸດກໍກາຍເປັນ ພັກລ່າຫລັງສູນເສັຽ ຄວາມເຫລື້ອມໃສສັດທາ ແລະການສນັບສນູນ ຈາກມະຫາຊົນ.”
ແລະເມື່ອເວົ້າເຖິງຄວາມຫຍຸ້ງຍາກ ທາງດ້ານເສຖກິດ ແລະການເງິນຊຶ່ງບໍ່ສາມາດແກ້ໄຂໄດ້ໃນ 5 ປີຜ່ານມາທີ່ແມ່ນພັກປະຊາຊົນ ລາວເປັນຜູ້ນໍາພາ; ທ່ານ ທອງ ສີສຸລິດ ໄດ້ກ່າວຕໍ່ກອງປະຊຸມໃຫຍ່ ຂອງ ພັກຕອນນຶ່ງວ່າ, ການຂຍາຍຕົວຂອງເສຖກິດ ບໍ່ທັນຕໍ່ ເນື່ອງຕາມທິດທີ່ວາງໄວ້:
“ການຂຍາຍຕົວຂອງເສຖກິດ ບໍ່ທັນຕໍ່ເນື່ອງຕາມທິດທີ່ວາງໄວ້, ຄຸນນະພາບຂອງການເຕີບໂຕ ເສຖກິດຍັງບໍ່ທັນສູງ ແລະໝັ້ນທ່ຽງ, 2 ຄວາມຫຍູ້ງຍາກທາງເສຖກິດ ຣະບົບເງິນຕຣາ ຍັງບອບບາງ ຄັງເງິນຕຣາຕ່າງປະເທດ ບາງໄລຍະຍັງຕໍ່າກວ່າແຜນ ທີ່ວາງໄວ້.”
ກ່ຽວກັບການປ່ຽງຜູ້ນໍາ ໃນຄະນະບໍຣິຫານງານສູນກາງພັກຊຸດໃໝ່, ທີ່ບໍ່ມີຊື່ ທ່ານ ບຸນຍັງ ຜູ້ເປັນຫົວໜ້າພັກ ແລະ ທ່ານ ທອງລຸນ ກ້າວຂຶ້ນ ເປັນຄົນທໍາອິດ ຊຶ່ງມີທ່າຈະເປັນຫົວໜ້າ ພັກແທນ ທ່ານ ບຸນຍັງ ແລະ ທັງເປັນປະທານປະເທດນັ້ນ, ທ່ານ ອິນຊີທອງ ຄະນະນໍາ ແລະທັງເປັນໂຄສົກອົງການ ລາວເສຣີ Free Laos Campaign ທີ່ສະຫະຣັຖ ອາເມຣິກາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ມົກກະຣາ ນີ້ວ່າG
”ຂ້າພະເຈົ້າເຫັນວ່າ ການປ່ຽນຜູ້ນໍາໃໝ່ຂອງພັກ ປະຊາຊົນປະຕິວັດລາວນີ໋, ການນໍາພາປະເທດນີ໋, ປ່ຽນແຕ່ຄົນຊື່ໆ ແຕ່ວ່າຣະບົບ ການປົກຄອງນີ້ ສິປ່ຽນແນວໃດກະຄືເກົ່າ ເພາະ ຄະນະນໍາ ມີນະໂຍບາຍແບບເກົ່າຢູ່, ຖືວ່າແນວຄິດການປົກຄອງ ທິສດີການນໍາພາ ມັນແບບເກົ່າເມິດ ຫັ້ນນາ, ບໍ່ເຮັດໃຫ້ປະເທດປ່ຽນໄປສູ່ ປະຊາທິປະຕັຍອັນແທ້ຈິງ, ກະແບບເກົ່າ ຫັ້ນແລ້ວ ນໍ້າ ໃໝ່ແກ້ວເກົ່າ, ຖ້າບໍ່ມີຫລາຍພັກການເມືອງ ແຂ່ງຂັນກັນ, ໃນການເປັນຜູ້ນໍານີ໋ ຫາກບໍ່ມີການປ່ຽນແປງ ການບໍຣິຫານນີ໋ ມັນຈະບໍ່ພາໃຫ້ປະເທດຊາດ ກ້າວໜ້າ ແລະ ປະຊາຊົນກະຕົກຢູ່ໃນການຄອບງໍາ ແບບເກົ່າ.”
ຄະນະບໍຣິຫານງານສູນກາງພັກຊຸດໃໝ່ ຖືກເລືອກຕັ້ງໂດຍຜູ້ແທນ 768 ທີ່ຕາງໜ້າໃຫ້ໃຫ້ສະມາຊິກພັກ 348,686 ແລະຈະມີການ ເລືອກຊຸດໃໝ່ ໃນແຕ່ລະ 5 ປີ ຢູ່ໃນກອງປະຊຸມ ໃຫຍ່ຂອງພັກ ແຕ່ລະຄັ້ງ.