ລາວນອກປະທ້ວງຣັຖບານລາວ
2016.02.16

ຊາວລາວ ຢູ່ ສະຫະຣັດ ຫຼາຍ ຮ້ອຍຄົນ ຈາກອົງການ ຕ່າງໆ ໄດ້ພາກັນ ປະທ້ວງ ຣັຖບານ ລາວ ກ່ຽວກັບ ການຣະເມີດ ສິດທິມະນຸດ, ການກົດຂີ່ ຂົ່ມເຫັງ ປະຊາຊົນ ລາວ ແລະ ການປົກຄອງ ແບບ ຜະເດັດການ ໃນລາວ. ໃນ ກອງປະຊຸມ ສຸດຍອດ ອາຊຽນ-ສະຫະຣັດ ທີ່ເມືອງ SUNNY LAND ຣັດ ເຄລີຟໍເນັຽ, ໃນ ວັນທີ 15 ແລະ 16 ກຸມພາ ນີ້.
ຊາວລາວນອກ ຮຽກຮ້ອງ ໃຫ້ມີ ປະຊາທິປະໄຕ ແລະ ການປົກຄອງ ດ້ວຍຣະບົບ ກົດຫມາຍ ໃນລາວ. ດັ່ງທ່ານ ສົມດີ ຣາສີ ປະທານ ຂະບວນການ ລາວເປັນລາວ ຍຸກໃຫມ່ ຊຶ່ງເປັນນຶ່ງ ໃນຫຼາຍ ອົງການ ລາວ ທີ່ ເຂົ້າຮ່ວມ ການປະທ້ວງ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ໃນວັນ ດັ່ງກ່າວວ່າ:
"ມາປະທ້ວງ ໃນມື້ນີ້ ມີ ຈຸດປະສົງ ສອງຢ່າງ ຄືນຶ່ງ, ຮຽກຮ້ອງ ປະຊາທິປະໄຕ ໃນລາວ ໃຫ້ ຣັຖບານ ລາວແດງ ຍົກສິດທິ ໃຫ້ຄົນລາວ ແລະ ລົບລ້າງ ສັນຍາພິເສດ ຣະຫວ່າງ ລາວ-ວຽດ".
ທ່ານວ່າ ເປັນ ໂອກາດດີ ສຳລັບ ປະຊາຊົນ ລາວ ໃນ ສະຫະຣັດ ແລະ ຈາກ ຫຼາຍປະເທດ ໄດ້ມາ ຮ່ວມພລັງກັນ ປະທ້ວງ ຣັຖບານລາວ ໃນເວທີສາກົນ ແຫ່ງນີ້ ເພື່ອໃຫ້ໂລກ ຮູ້ວ່າ ສປປລາວ ຍັງປົກຄອງ ແບບ ຜະເດັດການ ຂົ່ມຂູ່ ປະຊາຊົນ ຈັບກຸມ ກຸ່ມຕໍ່ສູ້ ເພື່ອ ປະຊາທິປະຕັຍ ແລະ ຈຳກັດ ສິດທິມະນຸດ ແລະ ສິດທິ ຂັ້ນພື້ນຖານ ໃນລາວ ແລະ ໃຫ້ຕ່າງຊາດ ດັ່ງ ວຽດນາມແລະຈີນ ເຂົ້າມາ ຄວບຄຸມລາວ ທ່ານກ່າວ ເພີ້ມວ່າ:
"ຈຸດປະສົງ ອັນທີສອງ ແມ່ນ ມາເປີດໂປງ ການກະທຳ ອັນຊົ່ວຊາມ ຂອງ ຜູ້ນຳລາວແດງ, ກົດຂີ່ຂົ່ມເຫັງ ປະຊາຊົນ, ຕັດໄມ້ ທຳລາຍປ່າ ບໍ່ນັບຖື ສິດທິມະນຸດ, ສໍ້ຣາສ ບັງຫລວງ ປ່ອຍໃຫ້ ວຽດນາມ ລັ່ງໄຫລ ເຂົ້າມາລາວ".
ທ່ານວ່າ ການປະທ້ວງ ເທື່ອນີ້ ນອກຈາກ ກຸ່ມຕໍ່ສູ້ ເພື່ອ ປະຊາທິປະຕັຍ ໃນລາວ ສິບ ອົງການແລ້ວ ກໍຍັງມີກຸ່ມ ວຽດນາມ ແລະ ກຸ່ມ ຂເມນເສຣີ ຫຼາຍພັນຄົນ ມາຮ່ວມກັນ ປະທ້ວງ ຣັຖບານ ຜະເດັດການ ຂອງ ພວກຂະເຈົ້າ ນຳອີກ.