ສື່ສັງຄົມຄວນໃຊ້ໃນທາງ ທີ່ ສ້າງສັນ

ຈໍາປາທອງ
2014.06.04
f-default ຣັຖບາລລາວ ຕ້ອງການທີ່ ຈະສົ່ງເສີມ ການໃຊ້ ສື່ສັງຄົມ ໄປໃນທາງ ທີ່ສ້າງສັນ
RFA

 

ຣັຖບາລ ລາວ ຕ້ອງການ ທີ່ ຈະສົ່ງເສີມ ການໃຊ້ ສື່ສັງຄົມ ໄປໃນ ທາງ ທີ່ ສ້າງສັນ ແລະວ່າ ບໍ່ມີ ນະໂຍບາຍ ທີ່ ຈະປິດ ສື່ສັງຄົມ. ຕາມຣາຍງານ ຂອງ ໜັງສືພິມ ວຽງຈັນ ທາມສ ທີ່ ອີງໃສ່ ຄໍາເວົ້າ ຂອງເຈົ້າໜ້າທີ່ ອາວຸໂສ ລາວ ໃນວັນທີ 5 ມິຖຸນາ 2014 ນີ້.

ຢ່າງໃດ ກໍຕາມ ຣັຖບາລ ລາວ ກໍຍັງຈະໃຫ້ ເຈົ້າໜ້າທີ່ ທາງການ ຕິດຕາມ ການໃຊ້ ສື່ສັງຄົມ ຢູ່ຕໍ່ໄປ ແລະ ຈະຈໍາກັດ ການໃຊ້ ສື່ສັງຄົມ ໄປໃນທາງ ທີ່ບໍ່ດີ ໂດຍຈະມີ ຣະບຽບ ການທາງດ້ານ ກົດໝາຍ ເພື່ອແກ້ໄຂ ເຣື້ອງການໃຊ້ ສື່ມວນຊົນ ຮວມທັງ Face book ຊຶ່ງ ເປັນເຄືອຂ່າຍ ຂອງ ສື່ສັງຄົມ ທີ່ ນິຍົມ ກັນໃຊ້ ຫຼາຍກວ່າໝູ່ ຢູ່ປະເທດ ລາວ.

ທ່ານ ແກ້ວວິສຸກ ໂສລາພົມ ຜູ້ວ່າການ ອໍານວຍ ການສູນ ອິນເຕີແນັດ ແຫ່ງຊາດ ຂອງລາວ ຢືນຢັນວ່າ  ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບາລ ລາວ ບໍ່ມີ ນະໂຍ ບາຍ ທີ່ຈະປິດ ສື່ສັງຄົມ ນັ້ນ.

ທ່ານກ່າວ ຢູ່ໃນ ກອງປະຊຸມ ກ່ຽວກັບ ສື່ສັງຄົມ  ທີ່ຂ່າວສານ ປະເທດລາວ ພາສາ ຕ່າງປະເທສ ຈັດຕັ້ງຂຶ້ນ ໃນມື້ວານ ນີ້ ວັນທີ 4 ມິຖຸນາ ວ່າ “ມະຕິ ຂອງພັກ (ອັນໝາຍ ເຖິງ ພັກ ປະຊາຊົນ ປະຕິວັດ ລາວ) ວ່າຈະສ້າງ ປະເທດ ໃຫ້ ທັນສມັຍ ແລະ ເປັນ ປະເທດ ອຸດສາຫະກັມ. ສື່ສັງຄົມ ກໍເປັນພາກ ສ່ວນນຶ່ງ ຂອງ ການສ້າງ ໃຫ້ໄດ້ຄື ແນວນັ້ນ.

ການຢືນຢັນ ທີ່ວ່ານັ້ນ ມີຂຶ້ນໃນ ຂະນະທີ່ ເຈົ້າໜ້າທີ່ ຣັຖບາລ ລາວ ກໍາລັງ ຮ່າງ ກໍານົດ ຣະບຽບ ກ່ຽວກັບ ການໃຊ້ ສື່ສັງຄົມ ແລະຈະ ໃຫ້ ສັງຄົມ ປຶກສາ ຫາລື ກັນວ່າ ຈະມີດໍາຣັຖ ທີ່ ວາງ ຣະບຽບ ການ ແນວໃດ ຫລື ຈະຈໍາກັດ ແນວໃດ ສໍາລັບ ສື່ສັງຄົມ. ແຕ່ໃນຄວາມ ເປັນຈິງ ຢູ່ ສປປ ລາວ ບໍ່ວ່າຈະແມ່ນ ສື່ສັງຄົມ ຫລືວ່າ ສື່ມວນຊົນ ທົ່ວໄປ ລ້ວນແລ້ວ ແຕ່ ແມ່ນຖືກ ທາງການ ກວດກາ ຕລອດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.