ລາວ-ໄທຈະຮ່ວມມືເຣື້ອງ ຄົນຮ້າຍ ຂ້າມແດນ
2017.02.07
ເຈົ້າໜ້າທີ່ ກະຊວງປ້ອງກັນ ຄວາມສະຫງົບຂອງລາວ ຈະໃຫ້ຄວາມຮ່ວມມື ແກ່ ຣັຖບານໄທ ໃນການຕິດຕາມ ຄົນໄທກຸ່ມນຶ່ງ ທີ່ເຂົ້າມາລາວ ແລ້ວ ເຮັດຄວາມຜິດ ທີ່ຮ້າຍແຮງ ຕໍ່ກົດໝາຍໄທ, ດັ່ງເຈົ້າໜ້າທີ່ ຕຳຣວດ ສືບສວນ ສອບສວນ ຂອງລາວ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 6 ກຸມພາ ວ່າ:
"ຖ້າວ່າໝູ່ໄທ ແຈ້ງມາກະລາວເຮົາ ຈະຮ່ວມມື ຖ້າເຂົາປະສານ ມາແລ້ວ ເຮົາກໍຈະ ປະຕິບັດ ຜ່ານມາ ກະຮ່ວມມືກັນ ຢູ່ດອກ ຖ້າມັນມີກະ ລາວ ແຈ້ງໃຫ້ໄທ ຖ້າໄທມີ ກະແຈ້ງໃຫ້ລາວ ອັນນີ້ ປະສານກັນ ຢູ່ດອກຜ່ານມາ".
ເຈົ້າໜ້າທີ່ ກ່າວຕື່ມອີກວ່າ ສຳລັບຣາຍລະອຽດ ເພີ້ມເຕີມ ຂອງເລື້ອງນີ້ ຍັງບໍ່ສາມາດ ໃຫ້ຂໍ້ມູນໄດ້ເທື່ອ ເພາະເປັນເລື້ອງ ທີ່ຕ້ອງ ປະຕິບັດ ຢ່າງຮັດກຸມ, ພ້ອມດຽວກັນ ທາງການລາວ ກໍຈະຂໍໃຫ້ ທາງການໄທ ໃຫ້ຈັບຕົວ ຄົນລາວ ທີ່ ໜີຄະດີ ໄປລີ້ຢູ່ໄທ ສົ່ງກັບ ຄືນມາລາວ ໃນ ລັກສນະ ການຕອບແທນ ຊຶ່ງກັນແລະກັນ, ແຕ່ ເຈົ້າໜ້າທີ່ ບໍ່ໄດ້ຣະບຸວ່າເປັນ ຄະດີໃດ.
ກ່ອນໜ້ານີ້ ໜັງສືພິມໄທໂພສ ໄດ້ອອກຂ່າວວ່າ ພົນເອກ ປຣະວິດ ວົງສຸວັນ ຣັຖມົນຕຼີ ກະຊວງ ກະລາໂຫມ ຂອງໄທ ໄດ້ສັ່ງໃຫ້ ສະພາ ຄວາມໝັ້ນຄົງ ແຫ່ງຊາດ ຂອງໄທ ປະສານກັບ ຣັຖບານລາວ ເພື່ອຕິດຕາມ ຄົນໄທ ກຸ່ມນຶ່ງ ປະມານ 5-6 ຄົນ ທີ່ໃຊ້ ສະຖານນີ ວິທຍຸ ໃນລາວ ແລະ ສື່ສັງຄົມ ອອນລາຍ ໂຈມຕີ ສະຖາບັນເບື້ອງສູງ ຂອງໄທ ຖ້າວ່າ ຝ່າຍໄທ ໄດ້ຮັບແຈ້ງ ຈາກຝ່າຍລາວ ກໍຈະເດີນທາງໄປ ທັນທີ. ນອກຈາກນີ້ ພົນເອກ ທະວີບ ເນດນິຍົມ ເລຂາທິການ ສະພາ ຄວາມໝັ້ນຄົງ ແຫ່ງຊາດ ຂອງໄທ ກ່າວວ່າ ຄວາມຜິດ ຂອງຄົນ ກຸ່ມນີ້ ຄືການໂຈມຕີ ສະຖາບັນ ຊຶ່ງເປັນການເຮັດ ຜິດກົດໝາຍ ມາດຕາ 112.