NGO ລາວວ່າທາງການ ຊອກຫາ ທ.ສົມບັດ

ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ໃນລາວ ເວົ້າວ່າ ຣັຖບານລາວ ບໍ່ໄດ້ເສີຍເມີຍ ນໍາເຣື່ອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.
ຈໍາປາທອງ
2013.01.30
F-Sombat-Somphone ທ່ານສົມບັດ ສົມພອນ ຜູ້ທີ່ຊາວໂລກ ຢາກຮູ້ວ່າ ຢູ່ໃສ? ຫຼັງຈາກຖືກ ນໍາໂຕເຂົ້າໄປ ໃນສະຖານີ ຕໍາຣວດ ເມືອງ ສີສັຕຕະກາກ ນະຄອນຫຼວງ ວຽງຈັນ
Sombat Somphone

ເຈົ້າໜ້າທີ່ ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ໃນລາວ ທ່ານນຶ່ງ ເວົ້າກັບ ເອເຊັຍເສຣີ ໃນວັນທີ 30 ມົກກະຣາ 2013 ນີ້ວ່າ ຣັຖບານລາວ ຈະບໍ່ສາມາດ ເມີນເສີຍ ຕໍ່ການສືບສວນ ສອບສວນ ເຣື່ອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ດີເດັ່ນ ບໍ່ວ່າຈະໃນ ກໍຣະນີ ໃດກໍຕາມ ເພາະວ່າມັນເປັນ ເຣື່ອງສໍາຄັນ ທີ່ ທາງການລາວ ຈະຕ້ອງ ສະສາງໃຫ້ໄດ້ ກ່ອນທີ່ສປປ ລາວ ຈະເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015.

"ເກີດຢູ່ ປະເທດລາວ ແນ່ນອນ ຣັຖບານລາວ ຈະຕ້ອງຮັບ ຜິດຊອບ ໃຫ້ມັນມີ ຄວາມໂປ່ງໄສ ອອກມາ ໃຫ້ເຫັນໄດ້ ຄັນບໍ່ເຮັດນີ້ ທາງອາຊຽນ ຈະຕ້ອງໂຈມຕີເດ ເພາະວ່າ ຕໍ່ໄປ ຊີ່ເຂົ້າເປັນ ປະຊາຄົມ ອາຊຽນ ແລ້ວ ໝູ່ກໍຕ້ອງ ຕັ້ງຄໍາຖາມ ຂຶ້ນມາເນາະ".

ທ່ານເວົ້າ ຕໍ່ໄປວ່າ ຕັ້ງແຕ່ ເກີດເຫດການ ກັບ ທ່ານ ສົມບັດ ທ່ານ ເຫັນສື່ມວລຊົນ ໃນລາວ ອອກຂ່າວພຽງ 2-3 ຄັ້ງ ແຕ່ທ່ານ ກໍຄິດວ່າ ເວລານີ້ ພາກສ່ວນ ທີ່ກ່ຽວຂ້ອງ ກໍາລັງຕິດຕາມ ສືບສວນ ເຣື່ອງຢູ່ຢ່າງ ແນ່ນອນ ແຕ່ຍັງ ບໍ່ສາມາດ ນໍາສເນີຂ່າວ ໃຫ້ສື່ມວລຊົນ ຮູ້ນໍາເທື່ອ. ແລະວ່າ ໂດຍສ່ວນຕົວແລ້ວ ທ່ານຮູ້ຈັກກັບ ທ່ານ ສົມບັດ ເປັນຢ່າງດີ, ເຄີຍໄດ້ ປະສານງານກັນ ແລະ ເຫັນວ່າ ທ່ານ ເປັນນັກພັທນາ ທີ່ດີຫລາຍ. ທ່ານເຊື່ອວ່າ ການລັກພາຕົວ ບໍ່ໜ້າຈະເປັນ ຄົນ ໃນຣັຖບານ ເນື່ອງຈາກວ່າ ທ່ານ ມີຄວາມຜູກພັນ ທີ່ດີ ກັບຣັຖບານ. ແຕ່ຄົນສ່ວນຫລາຍ ເຫັນວ່າ ຣັຖບານລາວ ຫລົບຫລີກ ບັນຫາ ນີ້ຢູ່ຕລອດ.

ມາຮອດ ທຸກມື້ນີ້ ກໍຍັງເຫັນວ່າ ຣັຖບານລາວ ບໍ່ມີທ່າທີ ເປັນຫ່ວງນໍາ ຫຍັງໝົດ. ເກືອບຮອດ ເດືອນເຄິ່ງແລ້ວ ທີ່ທ່ານ ສົມບັດ ຖືກລັກ ພາຕົວໄປ ຫຼາຍອົງການ ຈັດຕັ້ງ ແລະ ຫລາຍປະເທດ ມີຄວາມເປັນຫ່ວງ ແລະ ກັງວົນນໍາ ຈຶ່ງພາກັນ ກົດດັນ ຣັຖບານລາວ ໃຫ້ເລັ່ງສືບສວນ ແຕ່ກໍຍັງບໍ່ມີ ຄວາມຄືບໜ້າ ຈາກ ຣັຖບານລາວ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.