ລາວຈະເປີດເວທີສົນທະນາ ບັນຫາ ເສຖກິດ
2014.11.05
ທາງການ ລາວ ຕຣຽມ ກອງ ປະຊຸມ ຣະດັບຊາດ ກ່ຽວກັບ ການ ຄົ້ນຄວ້າ ວິທຍາສາດ ເພື່ອ ການ ພັທນາ ພາຍໃຕ້ ຫົວຂໍ້ ບົນເສັ້ນທາງ ສູ່ການ ພັທນາ ແບບ ຍືນຍົງ ຢູ່ ສປປລາວ ໂດຍມີ ມະຫາວິທຍາລັຍ ແຫ່ງຊາດ ສູນ ຄົ້ນຄວ້າ ກະສິກັມ ແລະ ປ່າໄມ້ ສູນ ຄົ້ນຄວ້າ ນະ ໂຍບາຍ ແລະ ສະຖາບັນ ຄົ້ນຄວ້າ ເສຖກິດ ແຫ່ງຊາດ ຈະເປັນ ເຈົ້າພາບ ຈັດຂຶ້ນ ໃນ ວັນທີ 17 ຫາ 18 ທັນວາ 2014.
ໃນ ກອງປະຊຸມ ຈະເປີດໃຫ້ ນັກ ວິຊາການ ນັກ ຄົ້ນຄວ້າ ນຳສເນີ ບົດ ຄົ້ນຄວ້າ ຂອງຕົນ ໃຫ້ ຜູ້ເຂົ້າຮ່ວມ ມາຈາກ ຫລາຍ ພາກສ່ວນ ໄດ້ຮັບຮູ້ ຮວມທັງ ຣະດັບ ຜູ້ຕັດສິນ ບັນຫາ ຜູ້ວາງ ນະໂຍບາຍ ຕລອດ ເຖິງ ຜູ້ຕາງໜ້າ ອົງການ ຈັດຕັ້ງ ທີ່ ບໍ່ຂຶ້ນກັບ ຣັຖບານ ນັກຮຽນ ນັກ ສຶກສາ ແລະ ປະຊາຊົນ ຜູ້ ທີ່ສົນໃຈ ຢາກ ເຂົ້າຮ່ວມ ກໍ່ສາມາດ ລົງທະບຽນ ເຂົ້າ ຮັບຟັງ ໄດ້.
ນັກ ຊ່ຽວຊານ ແລະ ນັກຄົ້ນຄວ້າ ຫລາຍ ທ່ານ ໃຫ້ ທັສນະ ຜ່ານສື່ ສັງຄົມ ອອນລາຍ ວ່າ ການ ຈັດ ກອງປະຊຸມ ຄັ້ງນີ້ ຖື ເປັນເຣື່ອງ ທີ່ດີ ແລະ ໜ້າ ສນັບສນູນ. ແຕ່ ອີກດ້ານ ນຶ່ງ ກໍວ່າ ກອງ ປະຊຸມ ຄັ້ງນີ້ ກໍ່ຈະຄື ກັນ ກັບ ກອງ ປະຊຸມ ວິຊາການ ແລະ ການ ຄົ້ນຄວ້າ ຫລາຍຄັ້ງ ທີ່ຜ່ານມາ ເພາະວ່າ ຈະຄົ້ນຄວ້າ ດີສ່ຳໃດ ກໍ່ຈະ ບໍ່ມີຜົລ ຫຍັງ ຕໍ່ການ ຕັດສິນໃຈ ຂອງ ຣັຖບານ ໃນ ວຽກງານ ການ ພັທນາ. ດັ່ງ ນັກ ຄົ້ນຄວ້າ ດ້ານ ສິ່ງແວດລ້ອມ ແລະ ການ ກະເສດ ໃນລາວ ທ່ານໜຶ່ງ ໄດ້ກ່າວ ຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:
"ໂອ໋ ເປັນໄປໄດ້ ຍາກ ຣັຖບານ ຫັ້ນ ມັນຕ້ອງມີ ວ່າ ເຣື່ອງ ປະຕິບັດ ຫັ້ນ ຕ້ອງ ອີກບ່ອນໜຶ່ງ ແຕ່ວ່າ ເຣື່ອງ ຟັງນີ້ ເພິ່ນຕ້ອງ ຈັດຄົນໃຫ້ ແນ່ນອນ ເຮົາເຄີຍ ສເນີ ຢູ່ ຕາມເຮົາ ເຂົ້າໃຈ ເດີ້ ເພິ່ນໄດ້ ຕັດສິນໃຈ ໄປແລ້ວ ເພາະວ່າ ເພິ່ນ ເຮັດຫຍັງ ເພິ່ນບໍ່ໄດ້ ປຶກສາ ເຮົາແດ່ ໃນ ເມື່ອ ເພິ່ນໄດ້ ຕັດສິນໃຈ ແລ້ວປຶບ ແລ້ວຊິໃຫ້ ເພິ່ນໄປ ປີ້ນຄວາມ ກັບ ຣະດັບ ສາກົລ ຫັ້ນນະ ມັນ ເປັນໄປ ບໍ່ໄດ້ ຄັນ ຣັຖບານ ຕັດສິນ ໃຈ ລະນະ".
ໃນ ກ້ານເຊີນ ເຂົ້າຮ່ວມ ກອງ ປະຊຸມ ນັ້ນ ເວົ້າວ່າ ຈຸດປະສົງ ຂອງ ກອງປະຊຸມ ແມ່ນ ເພື່ອ ຊອກຫາ ແນວທາງ ຕ່າງໆ ໃນຄວາມ ພຍາຍາມ ທີ່ ຮັບປະກັນ ວ່າ ການ ຄົ້ນຄວ້າ ນັ້ນ ຈະສາມາດ ຕອບ ສນອງ ເປົ້າໝາຍ ຂອງ ແຜນ ພັທນາ ເສຖກິດ ສັງຄົມ ຄັ້ງທີ 8 ທີ່ ຈະມາເຖິງ ນີ້. ໃນນັ້ນ ຮວມທັງ ເຣື່ອງການ ຫລຸດພົ້ນ ອອກຈາກ ສະພາບ ປະເທດ ດ້ອຍ ພັທນາ ໃຫ້ ເສຖກິດ ຂຍາຍຕົວ ຢ່າງໄວ ຕໍ່ໄປ ມີຄວາມ ຍືນຍົງ ມີຄວາມ ສເມີ ພາບ ແລະ ລວມສູນ.