ສະພາຫາທາງໃຫ້ກົດໝາຍ ສັກສິດ
2015.12.22
ກອງປະຊຸມ ສະພາ ແຫ່ງຊາດ ໄດ້ປຶກສາ ຫາລື ຮ່າງ ກົນໄກ ບັງຄັບໃຊ້ ກົດຫມາຍ ແລະ ວິສັຍທັດ ຂອງ ສະພາ ແຕ່ນີ້ໄປ ຮອດ ປີ 2030, ຮ່າງ ຍຸທສາດ ຮອດປີ 2025 ແລະ ແຜນການ 5 ປີ ຂອງ ສະພາ ແຫ່ງຊາດ ຊຸດທີ 8 ຣະຫວ່າງ ປີ 2016 - 2020 ໂດຍຈະເນັ້ນ ຄວາມສັກສິດ ຂອງກົດໝາຍ ເປັນຫລັກ. ດັ່ງ ທ່ານ ໄຊສົມພອນ ພົມວິຫານ ຮອງປະທານ ສະພາ ແຫ່ງຊາດ ໄດ້ ກ່າວ ຕໍ່ ກອງປະຊຸມ ສະພາ ໃນ ມື້ວັນທີ 21 ທັນວາ ນີ້ວ່າ:
"ຄຸ້ມຄອງ ຣັຖ ຄຸ້ມຄອງ ສັງຄົມ ດ້ວຍກົດຫມາຍ ຮອດປີ 2030 ຄາດຄະເນ ວ່າ ບົດບັດນິຕິບັນຍັດ ຕິດຕາມ ກວດກາ ປັບປຸງ ນຳໄປສູ່ ຄຸນນະພາບ ຣະບົບ ກົດຫມາຍ ແລະ ນິຕິກັມ ດ້ວຍ ກົດໝາຍ ທີ່ຄົບຖ້ວນ ແລະ ສົມບູນຂື້ນ, ອັນຈະສ້າງ ພື້ນຖານ ດ້ານນິຕິກັມ ອັນໜັດແໜ້ນ ໃຫ້ ການຄຸ້ມຄອງ ຣັຖ ດ້ວຍກົດຫມາຍ ມີຄວາມເຂັ້ມງວດ ແລະ ສັກສິດ ຂື້ນ".
ເອເຊັຽເສຣີ ໄດ້ ຂໍຄວາມເຫັນ ຈາກ ປະຊາຊົນ ກ່ຽວກັບ ເຣື້ອງນີ້ ສ່ວນຫຼາຍ ເຫັນດີນຳ ຖ້າສາມາດ ບັງຄັບໃຊ້ ກົດຫມາຍ ຢ່າງ ຈິງຈັງ. ຊາວ ນະຄອນຫຼວງ ວຽງຈັນ ເວົ້າວ່າ ທີ່ ຜ່ານມາ ເຫັນການ ຣະເມີດ ກົດຫມາຍ ໃນຫຼາຍ ກໍຣະນີ ຕົວຢ່າງ ການບໍຣິຫານ ຈັດການ ຢູ່ດ່ານ ຊາຍແດນ ລາວ-ໄທ ທີ່ ຄົນບາງກຸ່ມ ໄດ້ຮັບ ບໍຣິການ ແບບພິເສດ.ດັ່ງ ນາງ ກ່າວວ່າ:
"ຕົວຢ່າງ ເຊັນບັດ ຂ້າມແດນ ເຮົາຜູ້ລຽນແຖວ ກໍລຽນແຖວ ເນາະ ຕໍ່ແບບຄົນຫຼາຍ ແຕ່ ບາງຄົນ ກໍຈ້າງ ພະນັກງານ ເຮັດໃຫ້ ແລ້ວ ພະນັກງານ ກໍຮັບເອົາເງີນ ໂຕນັ້ນໄປ ເຮັດໃຫ້ ແລະ ເຮົາຕ້ອງໄດ້ ຖ້າດົນ ຕົວນີ້ ກໍບໍ່ ສົມຄວນເຮັດ ປະຊາຊົນ ຕ້ອງເຄົາຣົບ ກົດຫມາຍ ກໍຄື ພະນັກງານ ກໍຕ້ອງ ເຄົາຣົບ ກົດຫມາຍ ນຳກັນ".
ປະຊາຊົນ ອີກ ນາງນຶ່ງ ຢູ່ແຂວງ ຫຼວງພຣະບາງ ເວົ້າວ່າ ຢາກໃຫ້ ທາງການ ເຄັ່ງຄັດ ເຣື້ອງກົດຫມາຍ. ດັ່ງ ນາງກ່າວວ່າ:
"ເປັນໄປໄດ້ ກໍດີ ຖ້າຫາກ ເຮັດຕາມ ກົດຣະບຽບ ທຸກຢ່າງ ມັນກໍຈະເຂົ້າທີ່ ເຂົ້າທາງ ຂຶ້ນກວ່າເກົ່າ ຈີງໆ ກໍຢາກໃຫ້ ເຣື້ອງ ກົດຫມາຍ ນີ້ ເຄັ່ງຄັດ ໃຫ້ຄົນເຂົ້າ ຣະບຽບ ວ່າຊັ້ນສະ".
ໃນອາທິດ ຜ່ານມາ ສະພາແຫ່ງຊາດ ໄດ້ຮັບຜ່ານ ກົດຫມາຍ ຫຼາຍສະບັບ ບໍ່ວ່າຈະເປັນ ກົດຫມາຍ ໃຫມ່ ຫລື ກົດຫມາຍ ສະບັບປັບປຸງ ເປັນຕົ້ນ ກົດໝາຍ ຕ້ານ ການສໍ້ຣາຊ ບັງຫຼວງ ແລະ ອື່ນໆ.