ປະຊຸມສະພາຊຸດທີ 8 ປິດແລ້ວ

ສິດນີ
2016.04.24
F-Pany ຍານາງ ປານີ ຢ່າທໍ່ຕູ້ ປະທານ ສະພາ ແຫ່ງຊາດ ສປປ ລາວ ຊຸດທີ 8
Screen captured Lao national assembly video

ພາຍຫຼັງ ທີ່ ມີການ ເລືອກຕັ້ງ ຄນະຜູ້ນຳ ແລະ ຣັຖບານ ຊຸດໃໝ່ ໃນຕອນເຊົ້າ ຂອງ ວັນທີ 20 ເມສາ 2016 ຜ່ານມາ, ກອງປະຊຸມ ສະພາ ແຫ່ງຊາດ ຊຸດທີ 8 ຄັ້ງ ປະຖົມມະເລີກ ພາຍໃຕ້ ການເປັນ ປະທານ ຂອງ ຍານາງ ປານີ ຢ່າທໍ່ຕູ້, ປະທານ ສະພາ ແຫ່ງຊາດ, ກໍ່ໄດ້ປິດລົງ ຢ່າງ ເປັນທາງການ ໃນຕອນບ່າຍ ຂອງ ວັນສຸກ ວັນທີ 22 ເມສາ 2016 ທີ່ ນະຄອນຫຼວງ ວຽງຈັນ. ດັ່ງ ຍານາງ ກ່າວ ໃນຕອນນຶ່ງ ວ່າ:

"ໃນຖ້າມກາງ ບັນຍາກາດ ອັນມ່ວນຊື່ນ ຕໍ່ ຜົນສຳເຣັດ ອັນຈົບງາມ ຂອງ ກອງປະຊຸມ ເທື່ອນີ້, ຂ້າພະເຈົ້າ ຂໍປະກາດ ອັດ ກອງປະຊຸມ ຄັ້ງ ປະຖົມມະເລີກ ຂອງ ສະພາ ແຫ່ງຊາດ ຊຸດທີ 8 ຢ່າງ ເປັນທາງການ ນັບແຕ່ ເວລານີ້ ເປັນຕົ້ນໄປ. ຂໍຂອບໃຈ".

ໃນຕອນບ່າຍ ຂອງ ວັນດຽວກັນ, ກ່ອນຈະປິດ ກອງປະຊຸມ ຄນະປະຈຳ ສະພາ ແຫ່ງຊາດ ກໍ່ໄດ້ຊີ້ແຈງ ຕໍ່ ກອງປະຊຸມ ເຖິງຜົນ ການຈັດຕັ້ງ ປະຕິບັດ ວຽກງານ ຕ່າງໆ ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຣະຫວ່າງ ປີ 2011-2015 ພ້ອມທັງ ນຳສເນີ ແຜນງານ ໃນຕໍ່ໜ້າ ຂອງ ສະພາ ແຫ່ງຊາດ ຊຸດທີ 8 ນັບແຕ່ ປີ 2016 ເປັນຕົ້ນໄປ ຈົນເຖິງ ປີ 2020.

ນອກຈາກນີ້, ສະພາ ແຫ່ງຊາດ ຍັງໄດ້ເປີດ ໂອກາດ ໃຫ້ຄນະ ຣັຖບານ ຊຸດໃໝ່ ຊີ້ແຈງ ເຖິງ ບັນຫາ ສຳຄັນ ຕ່າງໆ ຂອງຊາດ, ໂດຍ ແມ່ນ ທ່ານ ສົມດີ ດວງດີ, ຮອງ ນາຍົກ ຣັຖມົນຕຼີ ແລະ ຣັຖມົນຕຼີ ກະຊວງ ການເງິນ ຂຶ້ນຊີ້ແຈງ ເຖິງ ສາເຫຕ ທີ່ເຮັດໃຫ້ ເສຖກິຈ ໂດຍຮວມ ມີຄວາມຝືດເຄືອງ ໃນລະຍະ ຜ່ານມາ ເລີ່ມແຕ່ ປີ 2012, ທີ່ ເປັນສາເຫຕ ເຮັດໃຫ້ ບໍ່ສາມາດ ເບີກຈ່າຍ ເງິນເດືອນ ໃຫ້ແກ່ ພະນັກງານ ຣັຖກອນ, ຄຣູ, ແລະ ແພດ ຫມໍ ໃນ ທົ່ວປະເທດ ໄດ້ທັນ ເວລາ.

ກອງປະຊຸມ ສະພາ ແຫ່ງຊາດ ຊຸດທີ 8 ຈົບລົງ ໂດຍ ປາສຈາກ ສຽງຄັດຄ້ານ ຈາກ ສະມາຊິກ ສະພາ ໃນການ ຄັດເລືອກເອົາ ຄນະຜູ້ນຳ ໃຫມ່ ທີ່ ນຳໂດຍ ທ່ານ ບຸນຍັງ ວໍຣະຈີດ ແລະ ຣັຖບານ ຊຸດໃຫມ່ ໂດຍ ທ່ານ ທອງລຸນ ສີສຸລີດ ເປັນ ນາຍົກ ຣັຖມົນຕຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.