ສະພາສາມັນຄັ້ງທີ 8 ປິດ

ສິດນີ
2014.12.28
f-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາດ ສປປ ລາວ
LPDR

 

ກອງປະຊຸມ ສະພາ ແຫ່ງຊາດ ສມັຍ ສາມັນ ຄັ້ງທີ 8 ຊຸດທີ 7 ໄດ້ປິດລົງ ຢ່າງເປັນ ທາງການ ໃນວັນສຸກ ຜ່ານມາ ຊຶ່ງມີການ ຜ່ານ ກົດຫມາຍ 7 ສະບັບ ແລະ ໃນ ຫລາຍ ນະໂຍບາຍ ຂອງ ຣັຖບານ.

ຍານາງ ປານີ ຢາທໍ່ຕູ່ ປະທານ ສະພາ ໄດ້ກ່າວເຖິງ ຄວາມສຳເຣັດ ຂອງ ກອງປະຊຸມ ໃນພິທີປິດ ຊຶ່ງ ກອງປະຊຸມ ເທື່ອນີ້ ໄດ້ເລີ້ມມາ ແຕ່ ວັນທີ 9 ທັນວາ ຈົນຮອດ ວັນສຸກ ຜ່ານມາ ເປັນເວລາ 14 ວັນ ແລະ ໄດ້ມີການ ໂຕະຖຽງ ກັນ ໃນຫຼາຍ ບັນຫາ ທີ່ສເນີ ໂດຍ ສະມາຊີກ ສະພາ ຈາກ ແຂວງ ຕ່າງໆ.

ກົດຫມາຍ 7 ສະບັບ ທີ່ມີການ ອະພິປາຍ ແລະ ຕົກລົງກັນ ນັ້ນ, 3 ສະບັບ ເປັນ ກົດຫມາຍ ດັດແປງ ແລະ 4 ສະບັບ ເປັນ ກົດເຫມາຍ ໃຫມ່. ກົດຫມາຍ ປັບປຸງ ຫລື ດັດແປງ 3 ສະບັບ ນັ້ນ ແມ່ນ ກົດຫມາຍ ກ່ຽວກັບ ການ ເກັບພາສີ ແລະ ກົດຫມາຍ ວ່າດ້ວຍ ສາທາ ຣະນະສຸກ.

ສຳລັບ ກົດຫມາຍໃຫມ່ 4 ສະບັບ ນັ້ນ ກໍມີ ກົດຫມາຍ ກ່ຽວກັບ ການຄວບຄຸມ ເງິນຕຣາ ຕ່າງ ປະເທດ, ກົດຫມາຍ ຄົນ ເຂົ້າເມືອງ ກົດຫມາຍ ຄົນຕ່າງຊາດ ໃນລາວ, ກົດຫມາຍ ຄວບຄຸມ ເຄື່ອງດື່ມ ປະເພດເຫລົ້າ ແລະ ກົດຫມາຍ ປ້ອງກັນ ການໃຊ້ ຄວາມຮຸ່ນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ.

ພິທີປິດ ກອງປະຊຸມ ສະພາ ແຫ່ງຊາດ ດັ່ງກ່າວ ເຂົ້າຮ່ວມ ໂດຍ ປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ, ຮອງປະທານ ປະເທດ ທ່ານ ບຸນຍັງ ວໍຣະຈີດ ແລະ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສີງ ທັມມະວົງ ຮ່ວມດ້ວຍ ຄນະ ຣັຖມົນຕຣີ ແລະ ເຈົ້າຫນ້າທີ່ ຣະດັບສູງ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.