ລາວຂໍເຂົ້າສະພາ ສິດທິ ມະນຸດ
2015.10.28

ໃນ ວັນທີ 28 ຕຸລາ ນີ້ ຢູ່ ກອງປະຊຸມ ສະໄໝ ສາມັນ ສະຫະ ປະຊາຊາຕ ທີ່ ນະຄອນ ນິວຢອກ ຈະມີການ ປ່ອນບັດ ເລືອກເອົາ ປະເທດ ສະມາຊິກ ທີ່ ສມັກເຂົ້າໄປ ມີບ່ອນນັ່ງ ຢູ່ໃນ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ ທີ່ ມີກໍານົດ 3 ປີ ຊຶ່ງ ສປປ ລາວ ໄດ້ ສມັກ ຊິງເອົາ ຕັ່ງນຶ່ງ ສໍາລັບ ພາກພື້ນ ເອເຊັຽ.
ຂະບວນການ ລາວ ເພື່ອ ສິດທິ ມະນຸດ ຮຽກຮ້ອງ ຕໍ່ ນາໆຊາຕ ບໍ່ໃຫ້ ເລືອກເອົາ ສປປ ລາວ ເພາະວ່າ ສະພາບ ການຣະເມີດ ສິດທິ ມະນຸດ ໃນລາວ ຍັງ ຮ້າຍແຮງ ຢູ່. ດັ່ງ ຍານາງ ວານິດາ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໄດ້ກ່າວ:
"ເຮົາ ຈະລໍຖ້າ ຟັງວ່າ ສປປ ລາວ ຈະ ຖືກເລືອກບໍ່ ເພາະ ຂລສມ ເຫັນວ່າ ສປປ ລາວ ຣະເມີດ ສິດ ຂອງ ປະຊາຊົນ ຫຼາຍໂພດ ບໍ່ຄວນ ຈະຖືກ ເລືອກ ໄປນັ່ງ ຢູ່ໃນ ຄນະ ກັມມາທິການ ນີ້ ຊຶ່ງ ມີໜ້າທີ່ ຮັບຜິດຊອບ ພັທນາ ແລະ ປົກປ້ອງ ສິດທິ ມະນຸດ ໃນໂລກ".
ຍານາງ ວານິດາ ວ່າ ອົງການ ຂອງ ທ່ານ ໄດ້ ເຂື່ອນໄຫວ ເປັນເວລາ ປະມານ 3 ປີ ແລ້ວ ເພື່ອ ຕັກເຕືອນ ຂໍຮ້ອງ ແລະ ໃຫ້ຂໍ້ມູນ ແກ່ຫຼາຍ ຣັຖບານ ອົງການ ສິດທິ ມະນຸດ ຕ່າງໆ ໃນ ຢູໂຣບ ແລະ ໃນໂລກ ເພື່ອ ຕ້ານ ການເຂົ້າໄປ ຢູ່ໃນ ສະພາ ສິດທິ ມະນຸດ ທີ່ ສປປລາວ ພຍາຍາມ ຢາກເຂົ້າໄປ ມີທີ່ນັ່ງ ໂດຍ ບອກ ພວກເພິ່ນ ວ່າ ຍັງມີການ ຣະເມີດ ສິດທິ ມະນຸດ ຫຼາຍ ຢູ່ໃນ ລາວ.
ຫຼາຍປີ ມານີ້ ສ ປປ ລາວ ບໍ່ເຄີຍ ເອົາໃຈໃສ່ ນໍາການ ແນະນໍາ ຂອງ ສາກົນ ທີ່ ຢາກໃຫ້ ລາວ ອະນຸມັດ ສິດທິ ພື້ນຖານ ແກ່ ປະຊາຊົນ ຂອງຕົນ ໃນ ການ ສະແດງ ອອກ ດ້ານ ຄວາມຄິດ ຄວາມເຫັນ ການ ປາກເວົ້າ ຂີດຂຽນ ແລະ ໂຮມ ຊຸມນຸມ ແບບ ເສຣີ. ກົງກັນຂ້າມ ສປປລາວ ຊໍ້າພັດ ປະກາດ ວ່າ ອິດທິ ກໍາລັງ ໄດ້ ພຍາຍາມ ໂຄ່ນລົ້ມ ລະບອບ ໃໝ່ ຂອງຕົນ ດ້ວຍ ສັນຕິ ວິທີ ພ້ອມທັງ ສືບຕໍ່ ຈັບກຸມ ຄຸມຂັງ ຜູ້ຄົນ ທີ່ ບໍ່ເຫັນດີ ນໍາ ແນວທາງ ການເມືອງ ຂອງ ພັກ ແລະ ຣັຖ.