ຜູ້ນຳລາວຂຍາຍ ການພົວພັນ
2013.07.01

ປະກົດວ່າ ວ່າງຫລັງໆ ມານີ້ ທາງການລາວ ໄດ້ສົ່ງຜູ້ນຳ ຣະດັບສູງ ໄປຊອກຫາ ຄວາມຮ່ວມມື ແລະ ການຊ່ອຍເຫລຶອ ຈາກ ດິນແດນ ແຫ່ງໃຫມ່ ຫລາຍຂຶ້ນ ນອກຈາກ ວຽດນາມ ແລະ ຈີນ.
ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ໄດ້ເດີນທາງ ໄປເຖິງ ກຸງມິນສ ປະເທດ ເບລາຣຸສ ໃນມື້ ວັນທີ 30 ມີຖຸນາ ແລະ ໃນວັນທີ 1 ກໍຣະກະດາ ກໍໄດ້ພົບ ກັບ ຜູ້ນຳຈາກ ປະເທດ ດັ່ງກ່າວ.
ເປັນເທຶ່ອ ທຳອິດ ທີີ່ຜູ້ນຳ ຣະດັບສູງ ສປປລາວ ໄດ້ໄປ ຢ້ຽມຢາມ ປະເທດ ເບລາຣຸສ ເພຶ່ອ ຈຸດປະສົງ ໃນ ການຊອກຫາ ຄວາມຮ່ວມມື ແລະ ການຊ່ອຍເຫລືອ ຈາກ ປະເທດ ດັ່ງກ່າວ ຊຶ່ງ ເປັນດິນແດນ ແຫ່ງໃຫມ່ ສຳລັບ ສປປລາວ.
ໃນການໄປ ຢ້ຽມຢາມ ປະເທດ ເບລາຣຸສ ເທຶ່ອນີ້ ທ່ານ ຈູມມະລີ ມີຈຸດປະສົງ ໄປ ທັສນະ ສຶກສາ ແລະ ຢ້ຽມຢາມ ເຂດ ອຸດສາຫະກັມ ແລະ ການກະເສດ ຫລາຍແຫ່ງ ພ້ອມທັງ ຈະມີການ ລົງນາມ ຄວາມຮ່ວມມື ໃນຫລາຍ ສບັບ ສ່ວນໃຫຍ່ ຈະເປັນ ຄວາມຮ່ວມມື ທາງດ້ານ ການກະເສດ, ການຜລິດ ອາຫານ ການ ທ່ອງທ່ຽວ ການ ກໍ່ສ້າງ ແລະ ທຸຣະກິດ ບໍ່ແຮ່.
ໃນຂນະດຽວກັນ ເຈົ້າຫນ້າທີ່ ຣະດັບສູງ ສປປລາວ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ລາວ ກໍໄດ້ເດີນທາງ ໄປຢ້ຽມຢາມ ປະເທດ ບາເຣັນ ເພຶ່ອ ຍົກຣະດັບ ຄວາມຮ່ວມມື ດ້ານການຄ້າ, ເສຖກິດ ການ ລົງທຶນ ການກິລາ ແລະ ເຍົາວະຊົນ ກັບ ປະເທດ ດັ່ງກ່າວ ແລະ ກໍເປັນເທຶ່ອ ທຳອິດ ທີ່ ທ່ານ ສົມສະຫວາດ ໄດ້ໄປຢ້ຽມຢາມ ປະເທດ ຮັ່ງມີ ຕາເວັນ ອອກກາງ.