ຂເມນ-ລາວຮ່ວມປະທ້ວງຂັບໄລ່ ວຽດນາມ
2014.10.08

ສະພາ ສິດທິ ມະນຸດຊົນ ຊາວລາວ ທີ່ ສະຫະຣັຖ ອະເມຣິກາ ແລະ ເຄືອຂ່າຍ ປະຊາຊົນ ຂເມນ ເພື່ອ ກໍາພູຊາ ຮ່ວມກັນ ຈັດການ ຊຸມນຸມ ປະທ້ວງ ຂຶ້ນຢູ່ ຕໍ່ໜ້າ ສະຖານທູດ ວຽດນາມ ໃນ ນະຄອນ ຫລວງ ວໍຊິງຕັນ ດີຊີ ໃນ ວັນທີ 6 ຕຸລາ 2014 ເພື່ອ ທວງໃຫ້ ຄອມມິວນິສ ວຽດນາມ ຍຸຕິ ການຂາຍ ອານາເຂດ ຂອງຕົນ ໄປສູ່ 2 ປະເທສ ໃກ້ຄຽງ ຄື ລາວ ແລະ ກໍາພູຊາ ຍຸຕິ ການ ເຮັດໃຫ້ 2 ປະເທສ ນີ້ ເປັນເມືອງ ຂຶ້ນ ແບບໃໝ່ ຂອງຕົນ ແລະ ທວງໃຫ້ ຄອມມິວນິສ ວຽດນາມ ອອກໄປ ຈາກ ດິນແດນ ແຫ່ງນີ້ ດັ່ງ ຍານາງ ບຸນຈັນ ເສນທະວົງ ຄນະ ຈັດຕັ້ງ ການຊຸມນຸມ ປະທ້ວງ ແລະ ອາຈານ ກໍາເມືອນ ຈາກ ກໍາພູຊາ ກ່າວຕອນ ນຶ່ງວ່າ:
"ແກວ ຄອມມິວນິສ ຈົ່ງອອກ ຈາກ ປະເທດລາວ ແລະ ກໍາປູເຈັຽ ດຽວນີ້ ວຽດນາມ ອອກຈາກ ປະເທດ ລາວ ປະເທດ ກັມພູຊາ ດຽວນີ້".
ສໍາລັບ ທ່ານ ອະລິຍະພອນ ຈັນທະລາ ຊຶ່ງເປັນ ນຶ່ງ ໃນຂນະນໍາ ຂະບວນ ນັກສຶກສາ ລາວ ເພື່ອ ປະຊາທິປະຕັຍ 26 ຕຸລາ ຈາກຣັຖ Connecticut ກໍໄດ້ກ່າວ ເຖິງ ຄວາມໝາຍ ຂອງ ການ ປະທ້ວງ ແລະ ເຫດຜົລ ຂອງການ ມາເຂົ້າ ຮ່ວມ ນັ້ນວ່າ:
"ສໍາຄັນ ຢ່າງຍິ່ງ ຣັຖບານ ຄອມມິວນິສ ວຽດນາມ ເປັນຜູ້ ປົກຄອງ ປະເທດລາວ ປົກຄອງ ຣັຖບານ ລາວ ໃນຕອນນີ້ ກໍຖືວ່າ ເປັນມື້ ອັນດີ ທີ່ ຄວນຈະມາ ປຸກລຸກ ໃຫ້ ປະຊາຊົນ ລາວ ຫລາຍໆ ຣັຖ ໃນທົ່ວ ອະເມຣິກາ ກໍຄື ໃນ ທົ່ວໂລກ ໄດ້ຮັບຮູ້ ວ່າ ວຽດນາມ ແມ່ນ ຄອມມິວນິສ ບໍ່ດີ ແນວໃດ ພວກເຮົາ ຈຶ່ງຄ່ອຍ ມາເຮັດ ແບບນີ້".
ກ່ອນການ ປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ວຽດນາມ ກໍໄດ້ມີ ການຊຸມນຸມ ຢູ່ຕໍ່ໜ້າ ທໍານຽບຂາວ ຮຽກຮ້ອງ ໃຫ້ ຜູ້ນໍາ ສະຫະຣັຖ ອະເມຣິກາ ຊ່ວຍ ປະຊາຊົນ ລາວ ແລະ ກໍາພູຊາ ທີ່ ຕໍ່ສູ້ ຕ້ານການ ຄອບຄອງ ຂອງ ຄອມມິວນິສ ວຽດນາມ ແລະ ຢ້ານວ່າ ການຂຍາຍ ອານາເຂດ ຂອງ ຄອມມິວນິສ ວຽດນາມ ນັ້ນ ຈະແຜ່ລາມ ໄປທົ່ວ ຂົງເຂດ ເອເຊັຍ ຕາເວັນອອກ ສ່ຽງໃຕ້.
ຜູ້ເຂົ້າຮ່ວມ ທັງການ ປະທ້ວງ ຕໍ່ຕ້ານ ວຽດນາມ ແລະ ການຊຸມນຸມ ຮຽກຮ້ອງ ຜູ້ນໍາ ສະຫະຣັຖ ນາງນຶ່ງ ກ່າວເຖິງ ຄວາມຮູ້ສຶກ ຂອງຕົນວ່າ:
"ດີໃຈ ທີ່ ມີໂອກາດ ໄດ້ມາຮ່ວມ ຊຸມນຸມ ຕໍ່ຕ້ານ ວຽດນາມ ເໜືອ ທີ່ເຂົ້າມາ ລຸກລານ ເມືອງລາວ ເຮົາ ເຮົາກະ ບໍ່ມັກ ລະເຮົາໄດ້ ມາຮ່ວມ ກັບຂແມ ກໍດີໃຈ ໄດ້ປຸ້ມລຸມ ກັນ ທັງ 2 ປະເທດ ກໍບໍ່ມັກ ວຽດນາມ ມາ ລຸກລານ ເຮົາກໍຢ້ານ ເສັຽ ປະເທດເຮົາ ເພາະວ່າ ລາວ ກໍຕ້ອງ ເປັນຂອງ ລາວ ຂແມ ກໍຕ້ອງ ເປັນຂອງ ຂແມ ບໍ່ແມ່ນ ຂອງ ວຽດນາມ ພໍ່ແມ່ ພີ່ນ້ອງ ທຸກຄົນ ໄດ້ຟັງນີ້ລະ ກໍເອົາ ຈິດໃຈ ມາປຸ້ມລຸມ ຊ່ວຍກັນ".
ກ່ອນ ຈະມີການ ປະທ້ວງ ແລະ ການຊຸມນຸມ ຮຽກຮ້ອງ ທີ່ວ່າ ນັ້ນ 2 ອົງການ ຈັດຕັ້ງ ກໍໄດ້ຈັດ ກອງປະຊຸມ ຂຶ້ນຢູ່ ໃນຂົງເຂດ ນະຄອນ ຫລວງ ວໍຊິງຕັນ ດີຊີ 2 ວັນ ຄື ວັນທີ 4 ແລະ ວັນທີ 5 ຕຸລາ ເພື່ອຄົ້ນຄວ້າ ຫາ ຊ່ອງທາງ ແກ້ໄຂ ບັນຫາ ການຂຍາຍ ອານາເຂດ ຂອງ ຄອມມິວນິສ ວຽດນາມ ທີ່ເຮັດໃຫ້ ລາວ ແລະ ກໍາພູຊາ ເປັນເມືອງ ຂຶ້ນ ແບບໃໝ່ ເຂົາ.
ການປະທ້ວງ ແລະ ການ ຊຸມນຸມ ຮຽກຮ້ອງ ຄັ້ງນີ້ ມີຜູ້ ຕ່າງໜ້າ ຈາກ ຫລາຍ ອົງການ ຈັດຕັ້ງ ຂອງລາວ ແລະ ກໍາພູຊາ ທັງທີ່ຢູ່ ສະຫະຣັຖ ອາເມຣິກາ ແລະ ຈາກ ປະເທສ ອື່ນໆ.