ກົດໝາຍຄວບຄຸມຜູ້ໃຊ້ ອອນລາຍ

ໄມຊູລີ
2015.10.07
F-internet ອິນເຕິເນັດ ຄື ຄັງຂອງຂໍ້ມູນ ຈາກທົ່ວໂລກ
Citizen Journalist

ທີ່ຜ່ານມາ ທາງການ ລາວ ພຍາຍາມ ຄວບຄຸມ ການນຳໃຊ້ ອິນເຕີເນັດ ຂອງ ປະຊາຊົນ ເພື່ອ ຮັບປະກັນ ຄວາມ ໝັ້ນຄົງ ແລະ ຄວາມສງົບ ຂອງ ຊາດ, ໂດຍ ການອອກ ດຳຣັດ 327 ວ່າດ້ວຍ ການຄຸ້ມຄອງ ຂໍ້ມູນ ຂ່າວສານ ທາງ ອິນເຕີເນັດ ທີ່ ອອກ ສູ່ສັງຄົມ ແຕ່ ເດືອນ ກັນຍາ ປີ 2014 ຜ່ານມາ, ແຕ່ ໃນທາງ ປະຕິຕົວ ບັດຈິງ ຣັຖບານ ລາວ ຍັງ ບໍ່ສາມາດ ກວດກາ ການນຳໃຊ້ ອິນເຕີເນັດ ໄດ້ ຢ່າງ ທົ່ວເຖິງ. ດັ່ງນັ້ນ ໃນ ອະນາຄົດ ທາງການ ລາວ ອາດຈະມີ ການອອກ ກົດໝາຍ ເພີ່ມຕື່ມ. ຕາມ ຄໍາເວົ້າ ຂອງ ເຈົ້າຫນ້າທີ່ ສູນກາງ ອິນເຕີເນັດ ແຫ່ງຊາດ:

“ຖ້າຈະເວົ້າ ເຣື້ອງ ສື່ສັງຄົມ ອອນລາຍ ໂດຍສະເພາະ ແມ່ນບໍ່ມີ. ໃນ ກົດໝາຍ ຕົວນີ້ ກໍເວົ້າ ສ່ວນນຶ່ງ ເຖິງເຣື້ອງ ສື່ສັງຄົມ ອອນລາຍ ແຕ່ບໍ່ໄດ້ ຣະບຸ ແຈ້ງຫມົດ. ແຕ່ ໃນ ອະນາຄົດ ກະຄືຈະມີ ການ ຄົ້ນຄວ້າ ເພາະ ປະເດັນນີ້ ມັນເປັນ ປະເດັນ ທີ່ ຮ້ອນແຮງຢູ່”.

ຕໍ່ຄໍາຖາມ ກໍຣະນີ ທ່ານ ບຸນທັນ ທຳມະວົງ ຊາວລາວ ສັນຊາດ ໂປແລັນ ຖືກ ສານຕັດສິນ ຈຳຄຸກ 4 ປີ ກັບ 9 ເດືອນ ຍ້ອນ ໃສ່ຮ້າຍ ປ້າຍສີ ພັກ-ຣັຖ ຜ່ານ ສື່ສັງຄົມ ອອນລາຍ ນັ້ນ, ເຈົ້າໜ້າທີ່ ຜູ້ດຽວ ກັນນີ້ ໃຫ້ ຄວາມເຫັນວ່າ:

“ຄິດວ່າ ຈະເປັນ ບົດຮຽນ ໃຫ້ຜູ້ທີ່ ຮູ້ເທົ່າ ບໍ່ເຖິງການ ຖ້າເຮົາ ຍົກປະເດັນ ນີ້ຂຶ້ນມາ ອາດຈະເປັນ ປະໂຫຍດ ເປັນ ປະເດັນ ໃຫ້ຜູ້ຄົນ ຢ້ານ ເພາະວ່າ ມັນ ມີປັນຫາ ທີ່ສາມາດ ລົງໂທດ ໄດ້”.

ຕໍ່ ບັນຫານີ້ ທາງ ວິທຍຸ ເອເຊັຽ ເສຣີ ໄດ້ ສອບຖາມ ໄປຍັງ ຜູ້ນຳໃຊ້ ອິນເຕີເນັດ ໃນ ສປປ ລາວ. ນັກ ຊ່ຽວຊານ ດ້ານ ໄອທີ ຜູ້ນຶ່ງ ໃຫ້ ຄຳເຫັນ ວ່າ ເປັນໄປໄດ້ ວ່າ ໃນ ອະນາຄົດ ຣັຖບານ ລາວ ອາດໃຊ້ ມາຕການ Single Gateway ຫຼື ການຄວບຄຸມ ການ ຈະລາຈອນ ທາງ ອິນເຕີເນັດ ແບບ ປະຕູດຽວ ແຕ່ ຈະບໍ່ແມ່ນ ໃນມໍ່ໆ ນີ້ ເພາະ ສະພາບ ປັນຫາ ປັດຈຸບັນ ບໍ່ໄດ້ ຮ້າຍແຮງ ປານນັ້ນ.

ຣັຖບານ ລາວ ບໍ່ໄດ້ ກັງວົນ ເຣື້ອງ ຄວາມປອດໄພ ໃນ ການເຮັດ ທຸຣະກິດ ການເງິນ ຜ່ານ ຣະບົບ ອອນລາຍ ເພາະ ປະຊາຊົນ ລາວ ຍັງບໍ່ທັນ ນຳໃຊ້ຫຼາຍ. ສິ່ງ ທີ່ ຣັຖບານ ເປັນຫ່ວງ ມີພຽງ ການແຜ່ ກະຈາຍ ຂໍ້ມູນ ຂ່າວສານ ຂອງ ປະຊາຊົນ ຊຶ່ງ ເມື່ອມີ ຂໍ້ມູນ ດ້ານລົບ ອອກມາ ຣັຖ  ກໍ ສາມາດ ອອກມາ ຊີ້ແຈງ ແກ້ ຂ່າວ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.