ຂໍ້ຫ້າມກົດເກນອິນເທິເນັດ ຖືກ ວິຈານ
2014.09.24
ນັບຕັ້ງແຕ່ ຣັຖບານ ລາວ ອອກດໍາຣັດ ຫ້າມ ວິພາກ ວິຈານ ນະໂຍບາຍ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບາລ ລາວ ມາ ໄດ້ມີການ ວິພາກ ວິຈານ ກັນຢ່າງ ຫຼວງຫຼາຍ ຍ້ອນ ເຫັນວ່າ ມັນເປັນ ດໍາຣັດ ທີ່ ຈໍາກັດ ຮັດແຄບ ແລະ ຄວບຄຸມ ການໃຊ້ ອິນເທິເນັດ ຢ່າງ ເຂັ້ມງວດ ທີ່ສຸດ ແບບ ບໍ່ເຄີຍມີ ມາກ່ອນ ຢູ່ ປະເທສ ລາວ.
ດໍາຣັດ ວ່າດ້ວຍການ ຄຸ້ມຄອງ ຂໍ້ມູນ ຂ່າວສານ ຜ່ານ ອິນເທິເນັດ ດັ່ງກ່າວ ຈະເຮັດໃຫ້ ຜູ້ໃຊ້ ອິນເທິເນັດ ປະເຊີນ ກັບ ຄວາມຜິດ ທາງ ອາຍາ ໃນການ ເຜີຍແພ່ ຂໍ້ມູນ ຂ່າວສານ. ເຖິງ ແມ່ນຂໍ້ມູນ ນັ້ນ ຈະເປັນ ຄວາມຈິງ ແຕ່ເມື່ອ ຖືກ ທາງການລາວ ຕີ ຣາຄາວ່າ ເປັນການ ໃສ່ຮ້າຍ ປ້າຍສີ ຕົນແລ້ວ ກໍຈະມີ ຄວາມຜິດ ໄດ້.
ຂໍ້ຫ້າມ ໃນ ມາດຕຣາ 15 ຂອງ ດໍາຣັດ ສະບັບນີ້ ກໍານົດໄວ້ ວ່າ ຫ້າມ ບໍ່ໃຫ້ຜູ້ ໃຫ້ ບໍຣິການ ອິນເທິເນັດ ເຜີຍແພ່ ຂໍ້ມູນ ຂອງ ຜູ້ໃຊ້ ບໍຣິການ ໂດຍບໍ່ໄດ້ ຮັບ ອະນຸຍາດ; ສ້າງ ເງື່ອນໄຂ ຫລື ອໍານວຍ ຄວາມສະດວກ ໃຫ້ ແກ່ບຸກຄົນ ນິຕິ ບຸກຄົນ ຫລື ການຈັດຕັ້ງ ທີ່ມີ ການ ເຄື່ອນໄຫວ ຕ້ານ ຫລື ທໍາລາຍ ແນວທາງ ນະໂຍບາຍ ຂອງ ພັກ-ຣັຖ ກະທົບ ເຖິງ ວຽກງານ ປ້ອງກັນ ຊາດ ແລະ ປ້ອງກັນ ຄວາມສງົບ ແລະ ມີ ພຶດຕິກັມ ອື່ນ ທີ່ເປັນການ ຣະເມີດ ຣະບຽບ ກົດໝາຍ.
ແລະ ຢູ່ໃນ ມາດຕຣາ 16 ກໍບົ່ງໄວ້ ເຖິງການ ຫ້າມຜູ້ໃຊ້ ບໍຣິການ ອິນເທີເນັດ ນໍາສເນີ, ສົ່ງ ແລະ ສົ່ງຕໍ່ຂໍ້ມູນ ຂ່າວສານ ທີ່ີ ເນື້ອໃນ ຕາມທີ່ໄດ້ ກໍານົດໄວ້ ໃນ ມາດຕຣາ 10 ຂອງ ດໍາລັດ ນີ້ດ້ວຍ ທຸກຮູບການ ແລະ ປະກອບ ຄໍາເຫັນ ທີ່ເປັນການ ສນັບສນູນ ຕໍ່ເນື້ອໃນ ຂໍ້ມູນ ຂ່າວສານ ຕາມທີ່ໄດ້ ກໍານົດໄວ້ ໃນມາດຕຣາ 10 ຊຶ່ງໄດ້ບົ່ງ ໄວ້ເຖິງ 7 ເນື້ອໃນ ທີ່ບໍ່ ອະນຸຍາດ ໃຫ້ ຜູ້ເຜີຍແພ່ ຜ່ານ ອິນເທິເນັດ ກະທໍາ.
ເວົ້າເຖິງ ມາຕການ ຕໍ່ຜູ້ ລ່ວງຣະເມີດ ທາງການ ລາວ ກໍ ກໍານົດເອົາ ໄວ້ວ່າ ບຸກຄົນ ນິຕິ ບຸກຄົນ ຫລື ການຈັດຕັ້ງ ທີ່ ຣະເມີດ ດໍາຣັດ ຂອງ ນາຍົກ ຣັຖມົນຕຣີ ລົງວັນທີ 16 ກັນຍາ 2014 ນີ້ ຈະຖືກ ກ່າວເຕືອນ ສຶກສາ ອົບຮົມ ລົງວິນັຍ ປັບໃໝ ໃຊ້ແທນ ຄ່າເສັຽຫາຍ ທາງແພ່ງ ຫລື ຖືກລົງໂທດ ທາງ ອາຍາ.