ຣັຖບານລາວຫາທາງແກ້ບັນຫາ ເສຖກິດ

ມະນີຈັນ
2014.08.01
F-Thongsing ທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນຕຣີ ສປປລາວ
Wikipedia

 

ຣັຖບານ ລາວ ໄດ້ ຮັບຜ່ານ ຮ່່າງ ດໍາຣັດ ນາຍົກ ຣັຖມົນຕຣີ 6 ສະບັບ ແລະ ໄດ້ຫາຣື ກ່ຽວກັບ ມາຕການ ຕ່າງໆ ເພື່ອ ຮັບປະກັນ ຄວາມໝັ້ນຄົງ ແລະ ຄວາມເປັນ ຣະບຽບ ຮຽບຮ້ອຍ ທາງສັງຄົມ.

ຂ່າວຊິນຮົວ ຣາຍງານ ໃນວັນທີ 31 ກໍຣະກະດາ 2014 ວ່າ ການຮັບຜ່ານ ມີຂຶ້ນຢູ່ ກອງປະຊຸມ 2 ວັນ ທີ່ ຫ້ອງການ ຣັຖບານ ຊຶ່ງ ນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ເປັນ ປະທານ. ໃນນັ້ນ ໄດ້ຮັບຜ່ານ ຮ່າງຄໍາສັ່ງ ຂອງ ປະທານ ປະເທດ ກ່ຽວກັບ ການໃຫ້ ສັນຊາດ ກິຕິມະສັກ ແກ່ຄົນ ຕ່າງປະເທດ ຮວມເຖິງ ດໍາຣັດ ນາຍົກ ຣັຖມົນຕຣີ ກ່ຽວກັບ ການກວດສອບ ໂຄງການ ລົງທຶນ ຂອງ ຣັຖບານ ຢ່າງຮີບດ່ວນ ອີກດ້ວຍ.

ພ້ອມດຽວກັນ ຄນະຣັຖບານ ລາວ ຍັງໄດ້ ປຶກສາຫາຣື ເຖິງການ ແກ້ໄຂ ຮ່າງ ນະໂຍບາຍ ວ່າດ້ວຍ ການພັທນາ ພລັງງານ ໄຟຟ້າ ແບບຍືນຍົງ ຢູ່ພາຍໃນລາວ ຕລອດເຖິງ ຮ່າງ ວິສັຍທັດ ເພື່ອ ການຮວມຕົວ ເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015. ມີການ ຮຽກຮ້ອງ ໃຫ້ ກະຊວງ ທີ່ກ່ຽວຂ້ອງ ກັບກິຈການ ເສຖກິດ ຕ່າງໆ ດໍາເນີນການ ຢ່າງເດັດດ່ຽວ ໃນການ ປະຕິບັດ ມາຕການ ເພື່ອ ຮັບປະກັນ ສະເຖັຍຣະພາບ ທາງ ເສຖກິດ.

ນາຍົກ ຣັຖມົນຕຣີ ໄດ້ແນະນໍາ ໃຫ້ ພາກສ່ວນ ກ່ຽວຂ້ອງ ເຮັດວຽກ ຫລາຍຂຶ້ນ ເພື່ອເກັບ ຣາຍຮັບ ໃຫ້ໄດ້ ຕາມແຜນການ ປະຈໍາປີ ຂນະທີ່ ມາຮອດ ປັຈຈຸບັນ ການເກັບ ຣາຍຮັບ ໃນປີນີ້ ໄດ້ພຽງ 60 ສ່ວນຮ້ອຍ ຂອງ ແຜນການ ແລະ ກໍມີການ ເຕືອນ ເຈົ້າໜ້າທີ່ ໃຫ້ແຈ້ງ ຊັບສິນ ຕາມທີ່ພັກ ແລະ ອົງການ ກວດສອບ ແຫ່ງຣັຖ ໄດ້ປະກາດ ໄປນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.