ສະພາບ ຢາເສບຕິດ ຢູ່ລາວ ຍັງໜັກໜ່ວງ

ສີສຸກ ດາວເຮືອງ ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ກ່ອນຖືກຈັບ ໃນປີ 2017.
ສີສຸກ ດາວເຮືອງ ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ກ່ອນຖືກຈັບ ໃນປີ 2017. (ນັກຂ່າວ ພົລເມືອງ)

0:00 / 0:00

ໃນປີ 2021 ທີ່ຜ່ານມາ, ຣັຖບານ ໄດ້ປະກາດ ເອົາບັນຫາ ການແກ້ໄຂ ຢາເສບຕິດ ເປັນວາຣະແຫ່ງຊາຕ ຫຼື ວຽກງານອັນຮີບດ່ວນ ແຕ່ປະຊາຊົນ ແລະ ເຈົ້າໜ້າທີ່ກໍຍັງເຫັນວ່າ ບັນຫາຢາເສບຕິດ ຍັງບໍ່ຫຼຸດລົງ.

ປະຊາຊົນ ທ່ານ ນຶ່ງ ຢູ່ ແຂວງພາກໃຕ້ຂອງລາວ ໄດ້ໃຫ້ສຳພາດຕໍ່ວິທຍຸເອເຊັຽເສຣີ ວ່າ:

" ຢາ ​ເສບ​ຕິດ​ຢູ່​ບ້ານ​ເຮົາ​ນີ້ ປາກ​ເພິ່ນ​ເວົ້າ​ວ່າ ຊິ​ລົງ​ປາບ​ປາມ​ຫັ້ນ​ແຫຼ ຫາກ​ຜູ້​ໃດ​ທີ່​ວ່າ​ກະ​ທັມ​ຜິດນີ້ ຫາກ​ສຸດ​ທ້າຍນີ້ ເບິ່ງ​ພີ່​ນ້ອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ ເດືອດ​ຮ້ອນ​ຫຼາຍ ເພາະ​ວ່າ ຕິດ​ຫຼາຍ ເພາະ​ວ່າ ປັດ​ຈຸ​ບັນ​ນີ້​ກະ.

ເອົາ ​ກັນ​ບໍ່​ໄດ້​ເລີຍ ສ່ວນ​ມາກ​ຄົນ​ທີ່​ຕິດ​ເສບ​ຕິດ ຄົນ​ທຸກ​ຄົນ​ຍາກນີ້​ແຫຼະ ພວກ​ຮົ່ງ​ພວກ​ມີ​ກະ​ມີ​ແຕ່​ຂາຍ​ລ້ຳ​ລວຍ​ໄປ ກະ​ມີ​ແຕ່​ກະ ສາ​ລະ​ວັນ​ຈຳ​ປາ​ສັກ​ນີ້​ໜັກ ມີ​ກໍ​ລະ​ນີ​ທີ່​ເກີດ​ຂຶ້ນ​ຢູ່​ບ້ານ​ເຮົາ​ນີ້ ເຣື່ອງ​ຢາ​ເສບ​ຕິດ​ໜ້າ​ເປັນ​ຫ່ວງ​ສຸດ ພັກ​ ແລະ ຣັ​ຖ ເພິ່ນ​ຊິ​ໄປ​ແກ້​ໄຂ​ແນວ​ໃດ​ຕໍ່​ບັນ​ຫານີ້."

ບັນ​ຫາ​ຢາ​ເສບ​ຕິດ​ຍັງ​ບໍ່​ໝົດ​ໄປ ຖ້າ​ວ່າ ບໍ່​ສາ​ມາດ​ກຳ​ຈັດ​ຄົນ​ຜ​ລິຕ ແລະ ຄົນ​ຂົນ​ສົ່ງ​. ເຈົ້າ​ໜ້າ​ທີ່​ທາງ​ການ​ລາວ ທ່ານ ນຶ່ງ ໄດ້​ໃຫ້​ສັມພາດ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

ເຈົ້​າ​ໜ້າ​ທີ່:

“ໂອ້​ຍັງ ມັນ​ເປັນ​ຈັ່ງ​ຊີ້ ຖ້າ​ວ່າ ຍັງ​ມີ​ຄາ​ຊິ​ໂນ ຢູ່​ສາມ​ຫຼ່ຽມ​ທອງ​ຄຳ​ຫັ້ນ​ນ່າ ບໍ່​ສິ້ນ​ສຸດ​ແທ້ໆ ຊິ​ແຕ່ງ​ນາຍ​ພົນ​ໄປ ກະ​ຄື​ເກົ່າ ແຕ່ງ ພັນ​ເອກ ພັນ​ຫຍັງ​ໄປ ກະ​ຄື​ເກົ່າ​ແຫຼະ ຢູ່​ສາມ​ຫຼ່ຽ​ມ​ຫັ້ນ​ນ່າ ໄປ​ຫັ້ນ​ກະ​ມີ​ແຕ່​ເອົາ​ເງິນ​ໝົດ​ເດ້ ເວົ້າ​ແນວ​ນັ້ນ​ແຫຼະ. ເຈົ້າ​ບໍ່​ທັບ​ມ້າງ​ຈຸດ​ເລີ່ມ​ຕົ້ນ​ຂອງ​ມັນ​ນີ້ ເຮັດ​ບໍ່​ໄດ້​ດອກ ຄັນ​ວ່າ ໂອ້ຍ ວາ​ຣະແຫ່ງ​ຊາຕນີ້ ຄື ວ່າ ລະ​ໂຕນີ້​ນິ ຖ້າ​ເຈົ້າ​ກຳ​ຈັດ​ຄົນ​ຜ​ລິຕບໍ່​ໄດ້​ນິ ດັບ​ຄົນ​ຂົນ​ສົ່ງ ຄົນ​ຂາຍ​ນີ້ ບໍ່​ໄດ້. ກະ​ຊິ​ໄປ​ກຳ​ຈັດ​ພວກ​ເສບ ພວກ​ຫຍັງ ຄື​ເກົ່າ​ແຫຼ ຈັບ​ໄປ​ເຂົ້າ​ຄຸກ ໄປ​ບຳ​ບັດ ອອກ​ມາ ມັນ​ກະ​ກິນ​ຄື​ເກົ່າ ມັນ​ຊິ​ມີ​ບ່ອນ​ຂັງ ຊິ​ມີ​ບ່ອນ​ລ້ຽງ​ເຂົາ.”

ການ​ປາບ​ປາມ​ຢາ​ເສບ​ຕິດ ນັ້ນ​ຂຶ້ນ​ຢູ່​ກັບ​ເວ​ລາ ແລະ ຄວາ​ມຕໍ່ເນື່ອງ ໃນ​ການ​ດຳ​ເນີນ​ການ. ປະ​ຊາ​ຊົນ ຕັ້ງ​ຄຳ​ຖາມ​ວ່າ ຖ້າ​ວ່າ ຄະ​ນະ​ຣັ​ຖ​ຊຸດນີ້ ໝົດ​ອາ​ຍຸ​ການ​ໄປ ແລ້ວ ຄະ​ນະ​ຣັ​ຖ​ຊຸດ​ໃໝ່ທີ່​ຂຶ້ນ​ມາ ຈະ​​ສືບ​ຕໍ່​ດຳ​ເນີນ​ການ​ອີກ​ຫຼືບໍ່.

ປະ​ຊາ​ຊົນ ທ່ານ ອີກ​ທ່ານ​ນຶ່ງ ໄດ້​ໃຫ້​ສັມ​ພາດ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ຄັນ ​ວ່າ ໃຊ້​ເວ​ລາ ມັນ​ກະ​ເປັນ​ຈັ່ງ​ຊີ້​ແຫຼະ ມັນ​ບໍ່​ແມ່ນ​ຜູ້​ເກົ່າ​ໃດ ຊິ​ຢູ່​ຕໍ່​ໄປ​ອີກ ຜູ້​ໃໝ່​ມາ​ຊິ​ດຳ​ເນີນ​ນະ​ໂຍ​ບາຍ​ແບບ​ໃດ​ອີກ ຊິ​ສາ​ນ​ຕໍ່​ບໍ່​ລະ. ຜູ້​ທີ່ບໍ່​ແທ້ບໍ່​ຈິງ ມາ​ອ້າງວ່າ ໂຕ​ເອງ​ແທ້ ໂຕ​ເອງ​ຈິງ ມັນ​ຢູ່​ຈຸດນີ້​ແຫຼະ ບາດນີ້ ອັນ​ທີ​ນຶ່ງ, ອັນ​ທີ​ສອງ ຄື​ນະ​ໂຍ​ບາຍທີ່​ອອກ​ມານີ້​ດີ​ແລ້ວ ວາ​ຣະ​ແຫ່ງ​ຊ​າຕນີ້ ຕ່າງ​ແຕ່​ວ່າ ເມື່ອ​ເພິ່ນ​ອອກ​ຈາກ​ອຳ​ນາດ ແລ້ວ​ຜູ້​ຂຶ້ນ​ມາ​ປີ 2026 ນີ້ ຊິ​ສານ​ຕໍ່​ບໍ່ ແລະ ຊິ​ເຄັ່ງ​ຄັດ​ຄື​ເກົ່າ ຫຼື ເຄັ່ງ​ຄັດ​ກວ່າ​ເກົ່າ​ບໍ່.

ຜ່ານ ​ມານີ້ ສານ​ຕໍ່​ຢູ່ ແນມ​ເບິ່ງ​ຊື່ໆ ການ​ປາບ​ປາມ​ຢາ​ເສບ​ຕິດ ຊິ​ມາ​ໃຫ້​ສຳ​ເຣັດ​ພາຍ​ໃນ 5-6 ນີ້ ບໍ່​ມີ."

ນັກ​ຂ່າວ: ອັນ​ເພິ່ນ​ວ່າ ມັນ​ເປັນ​ວຽກ​ງານ​ທີ່​ຮີບ​ດ່ວນ ເປັນ​ວາ​ຣະ​ແຫ່ງ​ຊາຕ ເຮັດ​ພາຍ​ໃນ​ປີ ສອງ​ປີ ນີ້​ໃດ ເພິ່ນ​ວ່າ?

ປະ​ຊາ​ຊົນ:

" ບໍ່ ​ໄດ້ ບໍ່​ມີ​ທາງ ເອົາ​ຂ້ອຍ​ໄປ​ຂ້າ​ຖິ້ມ​ກະ​ໄດ້ ຂ້ອຍ​ໃຫ້​ຕັດ​ຫົວ​ຂ້ອຍ​ໂລດ 5 ປີ ກໍ​ຍັງ​ເຮັດ​ບໍ່​ໄດ້ ຂ້ອຍ​ກ້າ​ເອົາ​ຫົວ​ຂ້ອຍ​ປະ​ກັນ ບໍ່​ມີ​ທາງ ບໍ່​ໄດ້​ເດັດ​ຂາດ."

ນັກ​ຂ່າວ: ຄື​ວ່າ​ ປະ​ກົດ​ເປັນ​ຂ່າວຢູ່ ການ​ຈັດ​ຢາ​ເສບ​ຕິດ?

ປະ​ຊາ​ຊົນ:

" ເປັນ ​ຂ່າວ​ຢູ່ ແຕ່​ວ່າ ຕົວ​ຈິງ ຢູ່​ພື້ນ​ຖານນີ້ ມັນ​ຍັງ​ມີ​ເຕັມ​ພຽບ. ມັນ​ຍັງ​ມີ​ເຕັມ​ພຽບ ຕຳ​ຣວດ​ຢູ່​ພື້ນ​ຖານ​ຍັງ​ເຮັດ​ວຽກ​ເລັກໆ ນ້ອຍໆ. ຂັ້ນ​ແຂວງ​ເຮັດ​ດີ ຂັ້ນ​ເມືອງ ອຳ​ເບີ ອຳ​ບະ. ແຈ່ວ​ນ່າ ເມື່ອ​ລະ​ລາຍ​ໃນ​ນ້ຳ ມັນ​ກະ​ຈາ​ງຕົ໋ວ. ເປັນ​ຫຍັງ​ມັນ​ຈັ່ງ​ຈ່າງ ເພາະ​ວ່າ ແຈ່ວ​ທີ່​ເຈົ້າ​ລະ​ລາຍ​ໄປ​ນັ້ນ ເຈົ້າ​ກວດ​ເບິ່ງ​ຄັກ​ລະ​ບໍ, ເຈົ້າ​ຖອກ​ລົງ​ລະ​ກະ​ນັ່ງ​ເບິ່ງ. ຄັນ​ຊິ​ມາ​ເບິ່ງ​ໝົດ ມັນ​ຊິ​ມາ​ບໍ່​ເຖິງ ມັນ​ຕ້ອງ​ອາ​ໄສ​ຜູ້​ຮອງ​ລົງ, ຮອງ​ລອງ ມັນ​ພັດ​ບໍ່​ຈິງ​ຈັງ. ບາງ​ແຂວງ​ເຮັດ​ຈິງ 5 ປີ ກະ​ບໍ່​ໄດ້, ຢ່າ​ຊິ​ມາ​ເວົ້າ 2 ປີ."

ນັກ​ຂ່າວ: ເປັນ​ຫຍັງ​ຈັ່ງ​ບໍ່​ໄດ້?

ປະ​ຊາ​ຊົນ:

" ເຮົາ ​ກະ​ເຫັນ​ວິ​ທີ​ການ​ເຮັດ​ວຽກ ພຶດ​ຕິ​ກັມ​ ປະ​ຕິ​ບັດ​ການ​ໂຕ​ຈິງ ຂໍ້​ມູນ​ຫຼັກ​ຖານວ່າ ຜູ້​ໃດ​ເປັນ​ແບກ​ອັບ."

ນັກ​ຂ່າວ: ເຈົ້າ​ໜ້າ​ທີ່ນີ້​ຮູ້ບໍ່​ວ່າ ແມ່ນ​ຜູ້​ໃດ​ເປັນ​ພໍ່​ຄ້າ​ຢາ​ເສບ​ຕິດ ລາຍ​ນ້ອຍ, ລາຍ​ກາງ ລາຍ​ໃຫຍ່?

ປະ​ຊາ​ຊົນ:

“ບ້ານ​ບາງ​ບ້ານ ຮ່ວມ​ຫົວ​ກັບ​ຕຳ​ຣວດ​ກຸ່ມ ແຕ່ກີ້​ເປັນ​ຕາ​ແສງ​ເນາະ ແຕ່​ດຽວນີ້ ມັນ​ເປັນ​ກຸ່ມ ກຸ່ມ​ນ້ອຍ​ກຸ່ມ​ໃຫຍ່ ສາມ​ບ້ານ, ສີ່​ບ້ານ, ຫ້າ​ບ້ານ, ຫົກ​ບ້ານ ກະ​ວ່າໄປ ກະ​ຄື​ແຕ່ກີ້​ຫັ້ນ​ແຫຼ ຕາ​ແສງ​ນ້ອຍ ​ກະສາມ​ບ້ານ ໃຫຍ່ ກະ​ຫ້າ-ຫົກ​ບ້ານ. ແລ້ວ​ພວກ​ນີ້ ມັນ​ຈະ​ສ​ເນີ​ຈັ່ງ​ນຶ່ງ ພາ​ສາ​ດອກ​ໄມ້​ມັນ​ຍັງ​ມີ​ຢູ່​ຕົວ​ຈິງ ຖາມ​ວ່າ ມັນ​ເຮດບໍ່ ມັນ​ເຮັດ ກູ​ຮູ້​ວ່າ ມີ​ຢູ່​ເຂດ​ກຸ່ມ​ຂອງ​ກູນີ້ ຫົກ​ໝູ່​ບ້ານນີ້ ມີ​ຄົນ​ຄ້າ​ຢາ​ຢູ່ ທຸກ​ບ້ານ ບ້ານ​ລະ 3 ຄົນ​ຊາ 7-8 ຄົນ ແຕ່​ກູ​ສ​ເນີ​ໄປ​ພຽງ​ແຕ່ 7 ຄົນ ຈັບ ພວກ​ມຶງ​ມິດ​ກ່ອນ​ເດີ ຫຼັງ​ຈາກ​ຈັບ​ໄປ​ແລ້ວ ສ້າງ​ຜົ​ລ​ງານ​ສາມ​ເດືອນ ກະ​ຈັ່ງ​ຖ່າຍ​ຄືນ ບາງ​ບ່ອນ​ບາງ​ເຂດ ສ່​ວນ​ໃຫຍ່.”

ປັດ​ຈຸ​ບັນ ກຸ່ມ​ເສບ​ຢາ ມີ​ການ​ປ່ຽນ​ຮູບ​ແບບ ດັ່ງ ພົນ​ເອກ ວິ​ໄລ ຫລ້າ​ຄຳ​ຟອງ ຮອງນາຍົກຣັຖມົນຕຣີ ແລະຣັ​ຖ​ມົນ​ຕ​ຣີ ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສງົບ ໄດ້​ກ່າວ​ຕອນ​ນຶ່ງວ່າ:

“ຄື​ວ່າ ແຂວງ​ຄຳ​ມ່ວນ​ເພິ່ນ​ສ​ເນີ​ມາ ດຽວນີ້ ມັນ​ມີ​ຢາ​ຊິ​ນິດ​ໃໝ່ ອອກ​ມານີ້ ມັນ​ກະ​ມີ​ຫຼາຍ​ຊິ​ນິດ​ເປັນ​ເລ້​ລ່ຽມ​ຂອງ​ເຂົາ​ເຈົ້າ ເຮັດ​ເປັນ​ກາ​ເຟ​ ກະ​ມີ ເຮັດ​ເປັນ​ໝາກ​ປູມ​ເປົ້າ​ກະ​ມີ ເຮັດ​ເປັນ​ແນວ​ດົມ​ກະ​ມີ ສ່ວນ​ຫຼາ​ຍ​ລະ​ແມ່ນ ສະ​ຖານ​ທີ່​ບັນ​ເທີງ. ບັນ​ເທີງນີ້ ກະ​ຄຸມ​ຍາກ​ຄື​ກັນ ຈັກ​ເຂົາ​ເອົາ​ມາ​ແຕ່​ໃສ ແຕ່​ວ່າ ຢູ່​ຫັ້ນ​ພັດ​ມີ​ມົ້ວ​ສຸມ​ທຸກ​ປະ​ເພ​ດ. ໜ້າ​ທີ່​ຂອງ​ພວກ​ເຮົາ​ໄປ​ກວດ​ກາ​ໄປ​ຄຸມ ຖ້າ​ມີ​ລະ​ພວກ​ເຮົາ​ແກ້ ສ່ວນ​ວ່າ ກຳ​ນົດ​ເວ​ລາ​ເປີດ​ປິດ ລະ​ແມ່ນ​ອົງ​ການ​ນຶ່ງ​ອີກ ແລະ ຜູ້​ອະ​ນຸ​ຍາດ ​ມີ​ອົງ​ການ​ນຶ່ງ ແຕ່​ວ່າ ພວກ​ເຮົາ​ມີ​ໜ້າ​ທີ່​ຄື​ແນວ​ນັ້ນ ເຫັນ​ລະ​ພວກ​ເຮົາ​ກະ​ປະ​ຕິ​ບັດ​ຕາມ​ ລະ​ບຽບ​ຫຼັການ ອັນ​ນີ້ ກະ​ມີ​ແທ້ ພວກ​ເຮົາ​ກຳ​ລັງ​ຄົ້ນ​ຄົ້ວ ກຳ​ລັງ​ກວດ​ກາ​ຢູ່​ເນາະ.”

ໃນວັນທີ 06 ສິງຫາຜ່ານມາ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຈັບ​ໂຕ ຜູ້​ຄ້າ​ຢາ 2 ຄົນ ເປັນຄູ່ຜົວເມັຽ ສັນຊາຕລາວ ລັກລອບຂົນຢາເສພຕິດ 6,600,000 ເມັດ ຈາກປະເທດພະມ້າ ເຂົ້າມາແຂວງບໍ່ແກ້ວ.

ໃນປີ 2021 ທີຜ່ານມາ ແຂວງບໍ່ແກ້ວ ໄດ້ຈູດທຳລາຍ ຢາເສພຕິດປະເພດ ຢາບ້າທີ່ເຈົ້າໜ້າທີ່ ຢຶດໄດ້ 23,000,000 ເມັດ.

ເຈົ້າ​ໜ້າ​ທີ່ກະ​ຊວງ​ ປ້ອງ​ກັນ​ຄວາມ​ສ​ງົບ ຂອງ​ລາວ ໄດ້​ຣາຍ​ງານ​ ໃນ​ຕົ້ນ​ປີ 2022 ວ່າ ໄດ້ຂຶ້ນ​ບັນ​ຊີ​ລາຍ​ຊື່ ນັກ​ຄ້າ​ຢາ​ເສບ​ຕິດ ຈຳ​ນວນ 2,000 ປາຍ​ຄົນ​ທີ່​ຈະ​ຕ້ອງ​ເຝົ້າ​ລະ​ວັງ ແລະ ຕິດ​ຕາມ​ໂຕ​ມາ​ດຳ​ເນີນ​ຄະ​ດີ ຊຶ່ງ​ສ່ວນ​ຫຼາຍແລ້ວ ຈະ​ເປັນ​ເຄືອ​ຂ່າຍຂອງ​ຂບວນ​ການ ​ຄ້າ​ຢາ​ເສບ​ຕິດຂ້າມ​ຊາຕ, ຜູ້​ຕ້ອງ​ຫາ​ຄະ​ດີ​ຢາ​ເສບ​ຕິດ ທີ່​ເຄີຍ​ຕິດ​ຄຸກ​ມາ​ກ່ອນ​ໜ້ານີ້ ແລະ ກຸ່ມ​ທີ່​ມີ​ໝາຍ​ຈັບ​ແລ້ວ ແຕ່​ຍັງ​ຫາ​ໂຕບໍ່​ພົບ.

ນັກ​ຄ້າຢາ​ເສບ​ຕິດ ຈຳ​ນ​ນວນ 2,000 ປາຍ ຄົນ, ເຊິ່ງສ່ວນ​ຫຼາຍ​ເປັນ​ຄົນ​ລາວ ໃນ​ປະ​ເທດ ແລະ ມີ​ຄົນ​ວຽດ​ນາມ, ຄົນ​ຈີນ ແລະ ຄົນ​ໄທ​ຍ.

ໃນ​ປີ 2020-2021 ທີ່​ຜ່ານ​ມາ ປະ​ເທດ​ລາວ ມີ​ຄະ​ຢາ​ເສບ​ຕິດ ​ທັງ​ໝົດເກືອບ 3,000, ເຣື່ອງ​ຈັບ​ກຸມຜູ້​ຕ້ອງ​ຫາ ໄດ້ເກືອບ 4,000 ຄົນ, ຢຶດ​ຂອງ​ກາງ​ຢາ​ບ້າໄດ້ 125 ລ້ານ​ເມັດ, ຢາ​ໄ​ອສ 2,500 ກິ​ໂລກຼັມ ແລະ ສານ​ເສບ​ຕິດ​ອີກ​ຫຼາຍ​ຢ່າງ ອີ​ງ​ຕາມ​ຂໍ້​ມູນ​ຈາກ​ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ.

ຄະ​ດີ​ຢາ​ເສບ​ຕິດ ​ທີ່​ໂດ່ງ​ດັງ​ ກໍ​ຄື ໃນ​ວັນ​ທີ 3 ມີ​ນາ 2022 ສານ​ປະ​ຊາ​ຊົນ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ຕັດ​ສິນ​ປະ​ຫານ​ຊີ​ວິຕ ທ້າວ ສີ​ສຸກ ດາວ​ເຮືອງ ຈຳ​ເລີຍ​ທີ 1 ອາ​ຍຸ 45 ປີ ໃນ​ສະ​ຖາ​ນະ​ຄ້າ​ຢາ​ເສບ​ຕິດ, ຟອກ​ເງິນ ແລະ ຄ້າ​ອາ​ວຸດ​ເສິກ​ຣາຍ​ໃຫຍ່​ຂອງ​ລາວ.​

ທ້າວ ສີ​ສຸກ ດາວ​ເຮືອງ ອາ​ຊີບ​ທຸ​ຣະ​ກິຈ ຢູ່​ບ້ານ​ຂຸນ​ຕາ​ທົ່ງ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ຖືກ​ເຈົ້າ​ໜ້າ​ທີ່ ຕຳ​ຣວດຈັບ​ໄດ້ ໃນ​ ວັນ​ທີ 1 ເມ​ສາ 2017 ຢູ່​ ແຂວງ​ຫລວງ​ພ​ຣະ​ບາງ.