ເລັ່ງຂຶ້ນທະບຽນ ຄົນງານລາວ ໃນເຂດ ສາມຫຼ່ຽມຄຳ

ພະນັກງານ ໃນເຂດເສຖກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ມາກວດຫາ ເຊື້ອພຍາດໂຄວິດ-19 ໃນໄລຍະທີ່ໂຄວິດ-19 ເຣີ່ມຣະບາດຮ້າຍແຮງ.
ພະນັກງານ ໃນເຂດເສຖກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ມາກວດຫາ ເຊື້ອພຍາດໂຄວິດ-19 ໃນໄລຍະທີ່ໂຄວິດ-19 ເຣີ່ມຣະບາດຮ້າຍແຮງ. (ນັກຂ່າວ ພົລເມືອງ)

0:00 / 0:00

ກະ​ຊງງ​ແຮງ​ງານ ແລະ ສວັດ​ດີກ​ານ​ສັງ​ຄົມ ເລັ່ງ​ຂຶ້ນ​ທະ​ບຽນ​ຄົນ​ງານ​ລາວ ທີ່​ເຮັດ​ວຽກ​ຢູ່​ໃນ​ເຂດ ​ເສ​ຖ​ກິ​ຈ ​ພິ​ເສດ ສາມ​ຫລ່ຽມ​ຄຳ ເມືອງ​ຕົ້ນ​ເຜິ້ງ​ ແຂວງບໍ່​ແກ້ວ ເພື່ອ​ໃຫ້​ງ່າຍ​ໃນ​ກວດ​ກາ ແລະ ຄຸ້ມ​ຄອງ ໃຫ້​ເປັນ​ໄປ​ຕາມ​ລະ​ບຽບ​ກົດ​ໝາຍ ​ຂອງ​ປະ​ເທດ​ລາວ.

ມາ​ຮອ​ດ​ປັດ​ຈຸ​ບັນ, ທາງ​ການ​ລາວ ສາ​ມາດ​ຂຶ້ນ​ທະ​ບຽນ ຄົນ​ງານ​ລາວ​ແລ້ວ​ ປະ​ມານ 1,000 ປາຍ​ຄົນ ແລະ ຍັງ​ຈະ​ສືບ​ຕໍ່ ​ຂຶ້ນ​ທະ​ບຽນ​ໄປ​ເລື້ອຍ ຈົນ​ກວ່າ​ຈະ​ຄົບ​ທຸກ​ຄົນ.

ເຈົ້າ​ໜ້າ​ທີ່​ຜ​ແນກ​ແຮງ​ງານ ແລະສວັດດີການ​ສັງ​ຄົມ ແຂວງບໍ່​ແກ້ວ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ສິງ​ຫາ ວ່າ:

" ຕ້ອງ ໄດ້ ລົງ ທະ ບຽນ ຈັ່ງ ສາ ມາດ ເຂົ້າ ມາ ເຮັດ ວຽກ ໄດ້ . ເຣື່ອງ ຄ່າ ໃຊ້ ຈ່າຍ ເກັບ ຄ່າ ທັມ ນຽມ , ຕາມ ທາງ ບໍ ຣິ ສັດຫັ້ນ ແຫຼະ ບໍ່ ມີ ບັນ ຫາ ເນາະ ດຽວນີ້ ງ່າຍ ເນາະ ງ່າຍ ຢູ່ ."

ທ່ານ ກ່າວ​ຕື່ມ​ວ່າ ການ​ຂຶ້ນ​ທະ​ບຽນ​ຄົນ​ງານ​ລາວ ເຣີ່ມ​ມາ​ແຕ່ ​ຕົ້ນ​ເດືອນ​ສິງ​ຫາ 2022 ໂດຍການ​ຂຶ້ນ​ທະ​ບຽນ​ຄົນ​ງານ ຍັງ​ບໍ່​ພົບ​ຂໍ້​ຫຍຸ້ງ​ຍາກ ທີ່ເປັນ​ບັນ​ຫາ, ແຕ່ຍັງ​ມີ​ຄົນ​ງານ​ລາວ ມາ​ຂຶ້ນ​ທະ​ບຽນ​ໜ້ອຍ ເຊິ່ງ​ທາງ​ການ​ລາວ ​ຈະ​ພະ​ຍາ​ຍາມ​ຊຸກ​ຍູ້ ແລະ ປະ​ຊາ​ສັມ​ພັນ​ໃຫ້​ຄົນ​ງານ​ລາວ ຫັນ​ມາ​ຂຶ້ນ​ທະ​ບຽນເພີ່ມ​ຂຶ້ນ ຢ່າງ​ຕໍ່​ເນື່ອງ ໃຫ້​ໄດ້​ຢ່າງ​ໜ້ອຍ 400-500 ຄົນ ຕໍ່​ມື້.

ໃນ​ຂະ​ນະ​ທີ່ ນາຍ​ໜ້າ​ຮັບ-ສົ່ງ​ຄົນ​ງານ ເຂົ້າ​ໄປ​ເຮັດ​ວຽກ​ ໃນ​ເຂ​ດ​ເສ​ຖ​ກິ​ຈ​ພິ​ເສດ ສາມ​ຫລ່ຽມ​ຄຳ ກ່າວ​ວ່າ ຄົນ​ງານ​ລາວ ສ່ວນ​ໃຫຍ່ ທີ່​ເຮັດ​ວຽກ ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດສາມ​ຫລ່ຽມ​ຄຳ ຫຼື ມີ​ແຜນ​ໄປ​ເຮັດ​ວຽກ ​ໃນ​ເຂດ​ດັ່ງ​ກ່າວ ບໍ່​ສົ​ນ​ໃຈ ທີ່​ຈະ​ໄປ​ຂຶ້ນ​ທະ​ບຽນ ​ຕ​າມ​ລະ​ບຽບ​ກົດ​ໝາຍ ຍ້ອນ​ວ່າ ການ​ຂຶ້ນ​ທະ​ບຽນ​ຄົນ​ງານ ມີ​ຄ່າ​ໃຊ້​ຈ່າຍ​ສູງ.

ຄ່າ​ຂຶ້ນ​ທະ​ບຽນຕໍ່​ຄົນ ມີ​ລາ​ຄາ​ຢູ່​ທີ່ 75,000 ກີບ ສຳ​ລັບ​ຄົນ​ລາວ, ແຕ່​ຄົນງານ​ຕ່າງ​ປະ​ເທດ ຈະ​ເສັຽ 150,000 ກີບ ແລະ ຍັງ​ມີ​ຄ່າ​ກວດ​ສຸ​ຂ​ພາບ ປະ​ຈຳ​ປີ 250,000 ກີບ ຕໍ່​ຄົນ. ສະ​ເລັ່ຽ​ແລ້ວ ຈ​ະ​ມີ​ຄ່າ​ໃຊ້​ຈ່າຍ​ຢ່າງ​ໜ້ອຍ 325,000 – 400,000 ກີບ ແລະ ຍັງ​ຈະ​ມີ​ຄ່າ​ບໍ​ຣິ​ການ​ອື່ນໆ ອີກ​ຈຳ​ນວນ​ນຶ່ງ.

ຄົນ​ງານ​ໃໝ່ ທີ່​ຈະ​ເຂົ້າ​ໄປ​ເຮັດ​ວຽກ​ໃນ ເຂດ​ເສ​ຖ​ກິ​ຈ​ພິ​ເສດ​ສາມ​ຫລ່ຽມ​ຄຳ ຈະ​ຕ້ອງ​ຈ່າຍ​ຄ່າ​ບໍ​ຣິ​ການ​ອື່ນໆ​ອີກ ຫຼາຍ​ຢ່າງ ສະ​ນັ້ນ ມັນ​ຈຶ່ງ​ເຮັດ​ໃຫ້​ຄົນ​ງານ​ລາວ​ຈຳ​ນວນ​ນຶ່ງ ເລືອກ​ທີ່​ຈະ​ລັກ​ເຂົ້າ​ໄປ​ເຮັດ​ວຽກ ໂດຍບໍ່​ຜ່ານ​ຂັ້ນ​ຕອນນີ້ ແລະ ບໍ່​ຕ້ອງ​ການ​ໃຫ້​ທາງ​ການ​ລາວ ໄປ​ຕິດ​ຕາ​ກວດ​ກາການ​ເຮັດ​ວຽກ​ຂອງ​ໂຕ​ເອງ.

ນາຍ​ໜ້າ​ຮັບ​-ສົ່ງ​ຄົນ​ງານ ເຂົ້າ​ໄປ​ເຮັດ​ວຽກ​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ສິງ​ຫາ ວ່າ:

" ເອີ ! ດຽວນີ້ນິ ສ່ວນ ຫຼາຍ ມີ ແຕ່ ລັກ ເຂົ້າ ເນາະ . ເພາະ ວ່າ ເອກ ສານ ກະ ບໍ່ ໄດ້ ສຳ ຄັນ ຫຍັງ , ມີ ແຕ່ ຜ່ານ ໜ້າ ດ່ານ ມານີ້ ກະ ບໍ່ ມີ ຄວາມ ໝາຍ ແລ້ວນ່າ . ເຂົາ ກະ ບໍ່ ຢາກ ເຮັດ ແມ່ນ ມັນ ຫຼາຍ ແນວ ຫັ້ນ ແຫຼະ ຄວາມ ໝາຍ ເຂົ້າ ໄປ ແລ້ວ . ມັນ ກະ ຄື ກັນ ຫັ້ນ ນ່າ ."

ຄົນ​ງານ​​ລາວບາງ​ຄົນ ທີ່​ເຮັດ​ວຽກ ກໍ​ຂຶ້ນ​ທະ​ບຽນຖືກ​ຕ້ອງ​ ຕາມ​ກົດ​ໝາຍ ເພາະ​ວ່າວຽກ​ທີ່​ເຮັດ​ປັດ​ຈຸ​ບັນ ເປີດ​ເຜີຍຢ່າງ​ຈະ​ແຈ້ງ ແລະ ສ້າງ​ຄວາມ​ຮັບ​ປະ​ກັນຕົນ​ໂຕ​ເອງ ໃນ​ກໍ​ລະ​ນີ ເມື່ອ​ເກີດ​ບັນ​ຫາ​ຂຶ້ນ ກໍ​ຈະ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຕາມ​ກົດ​ໝາຍຄົນ​ງານ​ລາວ ທີ່​ເຮັດວຽກ​ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ຄົນ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ສິງ​ຫາ ວ່າ:

" ທຸກ ​ຄົນ​ທີ່​ໄດ້​ເຂົ້າ​ໄປ ຕ້ອງ​ຂຶ້ນ​ທະ​ບຽນ​ໝົດ. ລົງ​ທະ​ບຽນ​ໝົດ ຈັ່ງ​ຜ່ານ​ເຂົ້າ​ໄປ ແລ້ວ​ກໍ​ກວດ​ເລືອດ​ນຳ. ເຮັດ​ແນວ​ນັ້ນກະ​ໄດ້ ຖ້າບໍ່​ຢາກ​ຂຶ້ນ [ທະ​ບຽນ] ກະ​ແຕ່​ມີ​ທາງ​ເຂົ້າ​ອື່ນ ຄື​ແບບ​ລັກ​ເຂົ້າ​ເອົາ ແນວ​ນັ້ນ​ກະ​ໄດ້."

ຄົນ​ງານ​ລາວ ຈຳ​ນວນ​ນຶ່ງ ທີ່​ເຂົ້າ​ໄປ​ເຮັດ​ວຽກ ​ກັບ​ຄົນ​ຈີນແບບບໍ່​ຂຶ້​ນ​ທະ​ບຽນ ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ຖືກ​ນາຍ​ຈ້າງ​ຈີນ ​ເອົາ​ປຽບ, ຂົ່ມ​ຂູ່ ແລະ ບັງຄັບ​ໃຫ້​ເຮັດ​ວຽກ, ສະ​ນັ້ນ ກາ​ນ​ຂຶ້ນ​ທະ​ບຽນກໍ​ເປັນ​ວິ​ທີ ​ການ​ນຶ່ງ ໃນ​ການ​ປົກ​ປ້ອງ​ ຄົນ​ງານ​ລາວ​.

ຄົນ​ງານ​ລາວອີກ​ຄົນ​ນຶ່ງ ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ໄດ້​ກ່າວ ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ສິງ​ຫາ ວ່າ:

" ແມ່ນໆ ເຂົ້າ ​ເຮັດ​ລະ​ບົບ​ໃໝ່. ເຂົາ​ຊິ​ໃຫ້ດູ​ແລທົ່ວ​ເຖິງນ່າ ຖ້າ​ມີ​ບັນ​ຫາ​ຫຍັງ​ນ່າ ມັນ​ມີ​ບັນ​ຫາ​ຫຼາຍ ​ເຂົາ​ເລີຍ​ແກ້ ມັນ​ຈັ່ງ​ບໍ່​ມີ​ຫາງ​ສຽງ [ການ​ຂຶ້ນ​ທະ​ບຽນ] ກະ​ແລ້ວ​ແຕ່​ຮ້ານເຂົາ ຂໍ້​ຕົກ​ລົງ​ຂອງ​ຮ້ານ​ແຈ້ງ​ໄປ​ເອງ."

ຄົນ​ລາວ ຜູ້​ທີ່​ໄປ​ເຮັດ​ທຸ​ຣະ​ກິ​ຈ ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ຈະ​ມີໃບອະ​ນຸ​ຍາດ​ເຂົ້າ-ອອກ. ຄົນ​ລາວ​ຜູ້ທີ່​ປະ​ກອບ​ການ​ຮ້ານ​ອາ​ຫານ ຢູ່​ຕ​ລາດດອນ 20 ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດສາມ​ຫລ່ຽມ​ຄຳ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ສິງ​ຫາ ວ່າ:

" ບໍ່ ​ໄດ້​ຂຶ້ນ​ນ່າ ເພາະ​ວ່າ ຂອງ​ຊຸມ​ຂ້ອຍ​ເປັນ​ຄົນ​ລາວ, ມັ​ນບໍ່​ໄດ້ ຂຶ້ນ​ຫຍັງ​ເລີຍ. ມີ​ແຕ່​ເຂົາ ຫາກ​ເຮັດ​ໃບໃຫ້ ໃບ​ສັນ​ຍານີ້. ເຂົາ​ໃຫ້​ຂຶ້ນ​ຫັ້ນ​ແຫຼະ ເຂົາ​ຢ້ານ​ເປັນ​ແຮງ​ງານ​ເຖື່ອນ​ວ່າ ຈັ່ງ​ຊີ້ ແຕ່​ວ່າ ຖ້າ​ເຮົາ​ມາ​ປະ​ກອບ​ທຸ​ຣະ​ກິ​ຈ ໃຫ້​ບັດ​ເຂົ້າ-​ອອກ​ກໍ​ແລ້ວ."

ໃນ​ເບື້ອງ​ຕົ້ນ ເຈົ້າ​ໜ້າ​ທີ່ ​ຈະ​ຂຶ້ນ​ທະ​ບຽນ​ຄົນ​ງານ​ລາວກ່ອນ ​ແລະ ເຈົ້າ​ໜ້າ​ທີ່ ມີ​ແຜນ​ຈະ​ຂຶ້​ນ​ທະ​ບຽນ​ຄົນ​ງານຈີນ, ພະ​ມ້າ ແລະ ສັນ​ຊາຕ​ອື່ນໆ ໃນ​ຕົ້ນ​ປີ 2023.

ຄົນ​ງານ​ຕ່າງ​ປະ​ເທດ ທີ່​ເຂົ້າ​ມາ​ເຮັດ​ວຽກໃນ​ເຂດ​ດັ່ງ​ກ່າວ ແບບ​ຂຶ້ນ​ທະ​ບຽນ​ຖືກ​ຕ້ອງ ກໍ​ບໍ່​ມີ​ບັນ​ຫາ​ຫຍັງ ຍ້ອນ​ວ່າ ເຂົາ​ເຈົ້າ​ໄດ້​ຮັບ​ການ​ຄຸ້ມ​ຄ​ອງ ຕາມ​ລະ​ບຽບ​ກົດ​ໝາຍ​ ຂອງ​ປະ​ເທດ​ລາວ.

ເຈົ້າ​ໜ້າ​ທີ່ ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ແຂວງບໍ່​ແກ້ວ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ສິງ​ຫາ ວ່າ:

" ເຂົ້າ ​ປະ​ເທດ​ແບບ​ຖືກ​ຕ້ອງ ກະ​ບໍ່​ມີ​ບັນ​ຫາ​ດອກ, ແມ່ນ​ໃຫ້​ມັນ​ຖືກ​ຕ້ອງ​ເຈົ້າ ມີ​ການ​ຄຸ້ມ​ຄອງ​ແຮງ​ງານ​ເນາະ. ພາຍ​ໃຕ້​ລະ​ບຽບ​ກົດ​ໝາຍ ສ​ປ​ປ ​ລາວ ເຮົາ​ນີ້​ແຫຼະ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜ​ແນກ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ແຂວງບໍ່​ແກ້ວ ຍັງ​ບໍ່​ສາ​ມາດ​ຣາຍ​ງານ​ໄດ້​ວ່າ ຈຳ​ນວນ​ຄົນ​ງານ​ລາວ ແລະ ຄົນ​ງານ​ຕ່າງ​ປະ​ເທດ​ ຢູ່​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ ວ່າ ມີ​ຫຼາຍ​ໜ້ອຍ​ຂ​ນາດ​ໃດ, ແຕ່​ຮຽກ​ຮ້ອງ​ໃຫ້ ຫົວ​ໜ່ວຍ​ທຸ​ຣະແຮງ​ງານ ຜູ້​ປະ​ກອບ​ການ​ໃຫ້​ຄວາມ​ຮ່ວມ​ມື ​ຢ່າງ​ເຕັມ​ທີ່ ໃນ​ການ​ລະ​ດົມ​ເອົາ​ຄົນ​ງານ​ລາວ ແລະ ຄົນ​ງານ​ຕ່າງ​ປະ​ເທດ ຢູ່​ແຕ່​ລະຫົວ​ໜ່ວຍ​ແຮງ​ງານ ໃນ​ແຕ່​ລະ​ຕຶກ, ອາ​ຄານ ອອກ​ມາ​ຂຶ້ນທະ​ບຽນ ​ໃຫ້​ຖືກ​ຕາມ​ລະ​ບຽບ​ກົດ​ໝາຍ.

ທາງ​ການ​ລາວ ບໍ່​ພຽງ​ແຕ່​ຂຶ້ນທະ​ບຽນຄົນ​ງານ ຢູ່​ເຂ​ດ​ເສ​ຖ​ກິ​ຈ​ພິ​ເສດ ສາມ​ຫລ່ຽມ​ຄຳເທົ່າ​ນັ້ນ ແຕ່ ຍັງ​ໃຫ້​ຂຶ້ນ​ທະ​ບຽນ​ຄົນ​ງານ ​ຢູ່ເຂດ​ເສ​ຖ​ກິ​ຈ ​ພິ​ເສດບໍ່​ເຕັນ​ແດນ​ງາມ ແຂວງ​ຫລວງ​ນ້ຳ​ທາ ເຊັ່ນ​ດຽວ​ກັນທັງ​ໝົດ ​ເພື່ອ​ເປັນ​ການ​ຕິດ​ຕາມ ກວດ​ກາ ແລະ ຄຸ້ມ​ຄອງ​ຕາມ​ກົດ​ໝາຍ​ຂອງ​ປະ​ເທດ​ລາວ.