ຜູ້ນໍາລາວຕ້ອງເຮັດໃຫ້ ທ.ສົມບັດກັບມາ
2013.06.14

ອົງການ ນິຣະໂທດກັມ ສາກົນ ອອກຖແລງການ ໃນມື້ນີ້ວ່າ ຣັຖບານລາວ ຕ້ອງຮັບ ປະກັນ ການກັບມາ ຈາກການ ຫາຍສາບສູນ ຂອງ ນັກພັທນາ ຊຸມຊົນ ລາວ ທ່ານ ສົມບັດ ສົມພອນ ຜູ້ທີ່ໄດ້ ຮັບເຄາະຮ້າຍ ຈາກ ການ ບີບບັງຄັບ ໃຫ້ ຫາຍ ສາບສູນ ໃນຂນະທີ່ ຢູ່ໃນກຳມື ຂອງ ເຈົ້າຫນ້າທີ່ ລາວ.
ທ່ານ Rupert Abbot ນັກຄົ້ນຄວ້າ ຈາກອົງການ ນິຣະໂທດກັມ ສາກົນ ສາຂາ ກຳພູຊາ ລາວ ແລະ ວຽດນາມ ເວົ້າວ່າ ອິງຕາມ ຫລັກຖານ ຂໍ້ມູນ ຈາກ ກ້ອງ ວົງຈອນປິດ ຂອງ ຣັຖບານ ສາມາດ ສລູບໄດ້ ວ່າ ທ່ານ ສົມບັດ ສົມພອນ ເປັນຜູ້ ໄດ້ຮັບ ເຄາະຮ້າຍ ຈາກການ ບີບບັງຄັບ ໃຫ້ ຫາຍສາບສູນ ທ່ານວ່າ ທາງການລາວ ຕ້ອງ ຮັບປະກັນ ການກັບຄືນສູ່ ຄອບຄົວ ຂອງ ທ່ານ ສົມບັດ ໃນທັນທີ ທັນໃດ ໂດຍ ປາສຈາກ ເງຶ່ອນໄຂໃດໆ ທັງສິ້ນ ດ້ວຍການ ແຕ່ງຕັ້ງ ຄນະກັມມະການ ເອກຣາດ ຂຶ້ນ ເພື່ອສືບສວນ ໃນກໍຣະນີ ການຫາຍສາບສູນ ຂອງ ທ່ານ ແລະ ໃນຂະນະ ດຽວກັນ ກໍໃຫ້ນຳຜູ້ ມີສ່ວນ ຮັບຜິດຊອບ ກ່ຽວກັບ ເຣື້ອງນີ້ ມາລົງໂທດ ໃຫ້ໄດ້ ເພື່ອໃຫ້ ຄວາມເປັນທັມ ແລະ ຖືກຕ້ອງ ແກ່ຄອບຄົວ ຂອງ ທ່ານ ສົມບັດ.
ທ່ານວ່າ ຕາມກົດຫມາຍ ສາກົນ ການບີບ ບັງຄັບ ໃຫ້ ຫາຍສາບສູນ ຫມາຍເຖິງ ການຈັບກຸມ ຫລື ກັກຂັງ ບຸກຄົນ ໂດຍ ເຈົ້າຫນ້າທີ່ ຫລື ສາຍລັບ ຂອງ ຣັຖບານ ຫາກບຸກຄົນ ເຫຼົ່ານັ້ນ ປະຕິເສດ ທີ່ ຈະຮ່ວມມື ກັບ ຣັຖບານ ຫລື ປະຕິເສດ ທີ່ ຈະເຮັດບາງຢ່າງ ທີ່ເຂົາບໍ່ ເຫັນພ້ອມນໍາ.