ລາວ-ໄທ ປະສານງານຄົນເຂົ້າເມືອງ

ສົມເນ
2015.02.13
f-border ດ່ານຕໍາຣວດ ກວດຄົນ ເຂົ້າ-ອອກເມືອງ ທີ່ແຂວງ ຈໍາປາສັກ
RFA

ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ ຂອງລາວ ຕຣຽມ ພ້ອມ ປະສານງານ ກັບ ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ ຂອງໄທ ກ່ຽວກັບ ການເຂົ້າ ໄປ ປະເທດໄທ ຂອງ ຊາວລາວ ໂດຍ ສະເພາະ ຍິງສາວ ລາວ ຍ້ອນຢ້ານ ຈະຕົກ ເປັນ ເຫຍື່ອ ຂອງ ພວກ ຄ້າມະນຸດ.

ຖ້າຫາກ ສົງໄສ ວ່າ ຊາຍຫນຸ່ມ ຍິງສາວ ຈະຕົກ ຢູ່ໃນ ຄວາມສ່ຽງ ແລ້ວ ເພິ່ນ ກໍຈະບໍ່ ອະນຸຍາດ ໃຫ້ ເຂົ້າ ປະເທດ ແລະ ຈະແຈ້ງ ໃຫ້ ເຈົ້າໜ້າທີ່ ຝ່າຍລາວ ໄປ ຮັບເອົາ ກັບຄືນ ປະເທດ. ດັ່ງ ເຈົ້າໜ້າທີ່ ປະຈໍາ ດ່ານ ວັງເຕົ່າ ແຂວງ ຈໍາປາສັກ ເວົ້າວ່າ:

"ກໍຄື ເບື້ອງໄທ ເພິ່ນຢາກ ໃຫ້ ຮູ້ລະອຽດ ຫັ້ນແຫລະ ວ່າ ໄປຈັ່ງໃດ ມີ ໜັງສືບໍ່ ສີ່ໄປອອກ ແຮງງານ ອີ່ສັງ ຖ້າວ່າເພິ່ນ ສໍ້ວ່າ ບໍ່ຮູ້ບ່ອນ ທີ່ໄປ ອີ່ສັງ ເພິ່ນກໍ ສະກັດກັ້ນ ກະແຈ້ງມາ ໃຫ້ ທາງການ ລາວ ເອົາຄືນ ເພາະວ່າ ໄປມັນ ກໍຢ້ານມີ ຄວາມສ່ຽງ ຖືກ ຕົກເປັນ ເຫຍື່ອ ພວກ ຄ້າມະນຸດ".

ທ່ານ ເວົ້າວ່າ ປັດຈຸບັນ ຢູ່ຕາມ ດ່ານ ກວດຄົນ ເຂົ້າເມືອງ ທັງເບື້ອງ ລາວ ແລະ ໄທ ໃຫ້ຄວາມ ສໍາຄັນ ເຣື້ອງ ກວດສອບ ຊາວຫນຸ່ມ ຍິງສາວ ລາວ ທີ່ ຈະເດີນທາງ ເຂົ້າໄປ ປະເທດໄທ ຫລາຍ ເປັນພິເສດ. ຜ່ານມາ ເຈົ້າໜ້າທີ່ ບໍ່ໄດ້ ກວດຂັນ ຢ່າງ ຄັກແນ່ ເຮັດໃຫ້ ບາງ ຈໍາພວກ ຕົກເປັນ ເຫຍື່ອ ຂອງ ພວກ ຄ້າມະນຸດ.

ເມື່ອ ນັກຂ່າວ ຖາມໄປຍັງ ເຈົ້າໜ້າທີ່ ດ່ານ ກວດຄົນ ເຂົ້າເມືອງ ຂົວ ມິຕພາບ ແຫ່ງທີ 4 ແຂວງ ບໍ່ແກ້ວ ຊຽງຮາຍ ເຈົ້າໜ້າທີ່ ກໍ ອະທິບາຍ ວ່າ ຢູ່ດ່ານ ຂອງລາວ ຈະ ອະນຸຍາດ ໃຫ້ ຄົນລາວ ທີ່ ມີ ໜັງສື ຖືກ ຕ້ອງຕາມ ກົດໝາຍ ເຂົ້າໄປ ປະເທດ ໄທ ໄດ້ ທຸກຄົນ ແຕ່ ຈະເຂົ້າໄດ້ ຫລືບໍ່ ໄດ້ນັ້ນ ຂຶ້ນຢູ່ ກັບ ເຈົ້າໜ້າທີ່ ດ່ານ ຂອງໄທ. ດັ່ງທ່ານ ກ່າວວ່າ:

"ຖ້າວ່າໄປ ບໍ່ ຖືກຕ້ອງ ໄທ ບໍ່ໃຫ້ເຂົ້າ ເລີຍເນາະ ທຸກມື້ນີ້ ທາງ ເຈົ້າໜ້າທີ່ ຕ ມ ໄທ ວິເຄາະ ເບິ່ງວ່າ ບຸກຄົນ ນີ້ ຈະເຂົ້າໄປ ໄທ ໄດ້ເນາະ ຖ້າວ່າ ບໍ່ມີຜູ້ ຮັບຮອງ ເອົາ ຖືວ່າເຂົາ ບໍ່ໃຫ້ ເຂົ້າ ຊິໃຫ້ເຂົ້າ ໄປບໍ່ໃຫ້ ເຂົ້າ ແມ່ນ ເຈົ້າໜ້າທີ່ ຕ ມ ໄທ ເປັນຜູ້ ອະນຸຍາດ ເນາະ".

ໜັງສືພິມ ທາງການ ລາວ ຣາຍງານ ເມື່ອ ບໍ່ນານ ມານີ້ວ່າ ເຈົ້າໜ້າທີ່ ໄທ ປະຕິເສດ ບໍ່ໃຫ້ ແມ່ຍິງລາວ 100 ກ່ວາຄົນ ເຂົ້າໄປ ໄທ ເພາະຢ້ານ ວ່າ ຕົກເປັນ ເຫຍື່ອ ຂອງ ພວກ ຄ້າມະນຸດ ດັ່ງ ທີ່ເຄີຍ ເປັນມາ. ເມື່ອ ຖາມວ່າ ດ່ານ ແຂວງ ບໍ່ແກ້ວ ໄດ້ຮັບ ຄົນລາວ ທີ່ໄທ ປະຕິເສດ ບໍ່ໃຫ້ ເຂົ້າ ປະເທດ ແລ້ວ ຈັກຄົນ ທ່ານ ກໍບອກວ່າ ໃຫ້ ໄປຖາມ ທາງ ຝ່າຍໄທ. ນອກນັ້ນ ນັກຂ່າວ ໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ດ່ານ ຂົວ ມິຕພາບ ຄໍາມ່ວນ ນະຄອນພະນົມ, ສວັນນະເຂດ ມຸກດາຫານ ແລະ ນະຄອນ ຫລວງ ວຽງຈັນ ໜອງຄາຍ ແຕ່ ບໍ່ສາມາດ ຕິດຕໍ່ ໄດ້.

ກ່ຽວກັບ ເຣື້ອງ ນີ້ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ຢູ່ ນະຄອນ ຫລວງ ວຽງຈັນ ບອກວ່າ ສູນກາງ ຕໍາຣວດ ໄດ້ ສັ່ງໃຫ້ ເຈົ້າໜ້າທີ່ ປະຈໍາ ດ່ານ ກວດຄົນ ເຂົ້າເມືອງ ທຸກແຫ່ງ ສອບຖາມ ຍິງສາວ ວັຍຫນຸ່ມ ລາວ ທີ່ ຈະ ເດີນທາງ ໄປ ປະເທດ ໄທ ໃຫ້ ຣະອຽດ ເພື່ອ ສະກັດກັ້ນ ບໍ່ໃຫ້ ຕົກເປັນ ເຫຍື່ອ ຂອງ ພວກ ຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.