ຣະບົບການສຶກສາໃນລາວ

ສິດນີ
2014.03.11
F-students ອະນາຄົດ ຂອງນັກຮຽນ ໃນແຂວງເຊກອງ (ຮູປຖ່າຍໂດຍຜູ້ກັບ ໄປຢ້ຽມຢາມບ້ານເກີດ)
Kongkeo Saycocie

 

ທະນາຄານ ໂລກ ຣາຍງານວ່າ ຣະບົບ ການສຶກສາ ຂອງລາວ ປະເຊີນ ກັບ ບັນຫາ ທ້າທາຍ ໃນການ ບັນລຸ ເປົ້າຫມາຍ ທີ່ຈະ ເຮັດ ໃຫ້ເດັກນ້ອຍ ໃນລາວ ຫມົດທຸກຄົນ ສາມາດ ເຂົ້າເຖິງ ການສືກສາ ໄດ້ ແລະ ການ ຍົກຣະດັບ ການສືກສາ ໃຫ້ໄດ້ ມາຕຖານ ທັ້ງໆທີ່ ຣັຖບານ ຈ່າຍ ງົບປະມານ ໃນການ ສຶກສາ ຢ່າງ ຫລວງຫລາຍ ແຕ່ຍັງ ປະເຊີນກັບ ບັນຫາ ທ້າທາຍ ນັ້ນຢູ່.

ຣາຍງານ ຣະບຸວ່າ ນຶ່ງໃນຈຳນວນ ສີ່ງ ທ້າທາຍນັ້ນ ກໍແມ່ນ ງົບປະມານ ໃນການ ໃຊ້ຈ່າຍ ກ່ຽວກັບ ອຸປກອນ ການຮຽນ ການສອນ ການຝຶກ ອົບຮົມ ນາຍຄຣູ ແລະອື່ນໆ ຍັງຕ່ຳຢູ່. ເຮັດໃຫ້ ພໍ່ແມ່ ນັກຮຽນ ຫລື ຊາວບ້ານ ຍັງຕ້ອງໄດ້ ຊ່ອຍໃນການ ໃຊ້ຈ່າຍ ໃນໂຮງຮຽນ ທີ່ ລູກຂອງຕົນ ໄປຮຽນ. ການຂາດ ອຸປກອນ ການຮຽນ ການສອນ ແລະນາຍຄຣູ ເປັນສາເຫດ ນຶ່ງ ທີ່ເຮັດໃຫ້ ຄຸນນະພາບ ການສຶກສາ ໃນລາວ ຕ່ຳ.

ໃນປີ 2011 ຣັຖບານ ລາວ ໄດ້ໃຫ້ການ ຊ່ອຍເຫລືອ ໃນການຊື້ ອຸປກອນ ການຮຽນ ການສອນ ເພື່ອຍົກຣະດັບ ການສືກສາ ໃນລາວ ໃນສີ່ງ ທີ່ ຕ້ອງການສູງ ຕ໋ໍ່ການ ສຶກສາ  ທາງການລາວ ຍັງມອບ ຄວາມຮັບ ຜິດຊອບ ແກ່ແຂວງ ເມືອງ ແລະ ທ້ອງຖິ່ນ ເປັນຜູ້ ບໍຣິຫານ ຈັດການ ກ່ຽວກັບ ເຣື້ອງນີ້ ໃນການ ປັບປຸງ ຄຸນນະພາບ ແລະ ຣະບົບ ການສືກສາ ໃນລາວ. ແຕ່ ການ ປະຕິບັດ ງານ ຂອງ ເຈົ້າຫນ້າທີ່ ທ້ອງຖິ່ນ ຍັງບໍ່ໄດ້ ມາຕຖານ ແລະ ຍັງຂາດ ຄວາມຣູ້ ກ່ຽວກັບ ເຣື້ອງນີ້ ຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.