ລາວວຽດນາມກໍາພູຊາ ຮ່ວມ ປະທ້ວງ

ຈໍາປາທອງ
2017.05.31
f-vn ຊຸມຊົນຊາວລາວ ທີ່ຮ່ວມການປະທ້ວງ ນາຍົກຣັຖມົນຕຣີວຽດນາມ ຢູ່ຕໍ່ໜ້າທໍານຽບຂາວ ນະຄອນຫລວງ ວໍຊິງຕັນ ດີຊີ ວັນທີ 31 ພຶສພາ 2017
RFA/KS

ຊຸມຊົນຊາວລາວ, ວຽດນາມ ແລະກໍາພູຊາ ຮ່ວມກັນປະທ້ວງ ນາຍົກ ຣັຖມົນຕຣີວຽດນາມ ຫວຽນ ຊວນ ຟຸກ ຢູ່ຕໍ່ໜ້າ ທໍານຽບຂາວ ທໍານຽບ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ໃນຕອນບ່າຍຂອງວັນທີ 31 ພຶສພາ 2017 ນີ້ ເພື່ຶອ ສິດທິມະນຸດ, ປະຊາທິປະໄຕ ແລະ ຕ້ານຄອມມິວນິສ ວຽດນາມ ທີ່ ປະຕິບັດ ນະໂຍບາຍ ຂຍາຍອານາເຂດ ຕໍ່ລາວ ແລະ ກໍາພູຊາ.

ຜູ້ເຂົ້າຮ່ວມການປະທ້ວງ ທີ່ສະແຫວງຫາ ສັນຕິພາບ, ເອກກະຣາດ, ອະທິປະໄຕ ຂອງປະເທດຕົນ ແລະ ເພື່ອສິດ, ເສຣີພາບ ແລະ ປະຊາທິປະໄຕ ຂອງ ປະຊາຊົນ ຕ່າງກໍ ພາກັນຮຽກຮ້ອງ ແລະທວງໃຫ້ ຜູ້ນໍາພັກ ຄອມມິວນິສ ວຽດນາມ ທີ່ຜູກຂາດ ອໍານາດ ເລີກລົ້ມ ນະໂຍບາຍ ແລະການກະທໍາ ທີ່ຣະເມີດ ສິດທິມະນຸດ ຢູ່ວຽດນາມ ແລະ ນະໂຍບາຍ ຂຍາຍອານາເຂດ ຕໍ່ປະເທສ ເພື່ອນບ້ານ ໃກ້ຄຽງຄື ລາວ ແລະ ກໍາພູຊາ, ເພື່ອຄວາມຢູ່ເຢັນ ເປັນສຸຂ ຂອງ ປະຊາຊົນ.

ຍານາງ ບຸນຈັນ ເສນທະວົງ ຊາວລາວ-ອະເມຣິກັນ ໃນຂົງເຂດ ນະຄອນຫລວງ ວໍຊິງຕັນ ດີຊີ ຊຶ່ງເປັນນຶ່ງ ໃນຈໍານວນ ຊຸມຊົນລາວ ທີ່ເຂົ້າຮ່ວມ ການປະທ້ວງ ນັ້ນກ່າວເຖິງ ເປົ້າໝາຍ ຂອງການມາຮ່ວມ ການປະທ້ວງ ນາຍົກຣັຖມົນຕຣີວຽດນາມ ຄັ້ງນີ້ວ່າ:

"ພວກເຮົາເນາະ ຊາວລາວເຮົາ ຊາວກັມປູເຈັຽ ຫລືວ່າ ຊາວວຽດນາມເສຣີ ຮູ້ຈັກດີວ່າ ນະໂຍບາຍ ຂອງຜູ້ນໍາວຽດນາມ ເປັນນະໂຍບາຍ ທີ່ບໍ່ເປັນທັມ ຢູ່ໃນຊາດ ຂະເຈົ້າເອງ ຂະເຈົ້າກໍຂົ່ມເຫັງ ປະຊາຊົນ ບໍ່ໃຫ້ສິດໃຫ້ສຽງ ຖ້າເວົ້າອີ່ຫຍັງ ກໍຖືກຈັບຖືກກຸມ ຄືກັນ ລະບັດນີ້ ໂດຍສະເພາະ ລາວເຮົາ ແຮງໄດ້ຮັບ ຜົລກະທົບ ຊາດຂອງພວກເຮົາ ຖືກວຽດນາມ ຄວບຄຸມ ພວກເຮົານີ້ ບໍ່ໄດ້ມີເອກຣາດ ຢ່າງສົມບູນ".

ພ້ອມກັນນັ້ນ ຍານາງ ກໍຍັງເວົ້າຕື່ມວ່າ ນອກຈາກການ ປະທ້ວງແລ້ວ ຍັງຈະໄດ້ຍື່ນສານເຖິງ ປະທານາທິບໍດີ ສະຫະຣັຖ, ຣັຖບາລ ແລະ ຣັຖສະພາ ສະຫະຣັຖ ນໍາດ້ວຍ:

"ນອກຈາກພວກເຮົາ ເຮັດການປະທ້ວງລະເຮົາ ຍັງມີສານເຖິງ ປະທານາທິບໍດີ ແລະ ເຖິງຣັຖບານ ສະຫະຣັຖ ແລະ ຣັຖສະພາ ສະຫະຣັຖ ໃຫ້ເພິ່ນຮັບຮູ້ວ່າ ພວກເຮົານີ້ ຄົນລາວ-ອາເມຣິກັນ ນີ້ປະທ້ວງ ແລະປະນາມນະໂຍບາຍ ຂຍາຍອໍານາດ ຂຍາຍ ອະນາເຂດຂອງວຽດນາມ ເໜືອ ອັນນີ້ເຮົາຢາກໃຫ້ເພິ່ນຮູ້ ເພິ່ນຮັບຮູ້ນໍາ ເຖິງເພິ່ນຈະຮູ້ແລ້ວກໍຕາມ".

ທ່ານ ຟຸກ ຊາວວຽດນາມ ທີ່ເກີດຢູ່ປະເທສລາວ ແລະໄດ້ມາຢູ່ ສະຫະຣັຖ 40 ປາຍປີແລ້ວ ນັ້ນກໍເວົ້າວ່າ ເຮຶ່ອງການຊຸມນຸມ ປະທ້ວງ ຕ້ານພວກ ຄອມມິວນິສ ນີ້ ແມ່ນມັກຫຼາຍ:

"ໃນບັນດາ ອັກຕີວິສ ນີ້ ເຣື່ອງການປະທ້ວງຕ້ານ ພວກຄອມມິວນິສ ນີ້ມື້ນີ້ ຄັກຫຼາຍ".

ແລະ ຍານາງ Chao Kelly ປະທານ ຄນະກັມມະການ ດ້ານການເມືອງ ຂອງຊຸມຊົນ ຊາວວຽດນາມ-ອະເມຣິກັນ ຢູ່ຣັດ ແມ້ດຊາຈູເຊັຕ ກໍກ່າວວ່າ:

"ມື້ນີ້ ປະທານາທິບໍດີ  ທຣັ້ມ ຈະພົບພໍ້ກັບ ທ່ານ ຫງວຽນ ຊວນ ຟຸກ ນາຍົກຣັຖມົນຕຣີ ຄອມມິວນິສ ວຽດນາມ ເວລາ ບ່າຍ 3 ໂມງ. ດັ່ງນັ້ນ ຊາວວຽດນາມ-ອະເມຣິກັນ ຈາກທົ່ວ ສະຫະຣັດ ແລະ ຈາກປະເທດ ການາດາ ຈຶ່ງໄດ້ມາທ້ອນໂຮມກັນ ຮຽກຮ້ອງ ເປັນສຽງດຽວ ກັນວ່າ ພວກເຮົາຕ້ອງການ ໃຫ້ມີ ເສຣີພາບ ແລະ ປະຊາທິປະໄຕ ໃນປະເທດ ວຽດນາມ, ເສຣີພາບ ທາງສາສນາ, ເສຣີພາບ ໃນການ ປາກເວົ້າຂີດຂຽນ, ເສຣີພາບ ໃນດ້ານຂ່າວສານ ແລະ ສິດທິມະນຸດ ໃນວຽດນາມ ແລະ ສໍາຄັນສຸດຄື ມີ ສະພາບ ແວດລ້ອມ ທີ່ສະອາດ ຂອງຊາວ ວຽດນາມ 90 ລ້ານຄົນ ໃນວຽດນາມ ໃຫ້ຂະເຈົ້າມີ ສິດທິມະນຸດ ຂັ້ນພື້ນຖານ, ດ້ວຍເຫດນີ້ແຫຼະ ພວກເຮົາ ຈຶ່ງມາໂຮມກັນ ປະທ້ວງ ໃນມື້ນີ້",

ການປະທ້ວງ ນາຍົກຣັຖມົນຕຣີ ວຽດນາມ ຂອງຊຸມຊົນຊາວລາວ, ວຽດນາມ ແລະ ກໍາພູຊາ ທວງໃຫ້ຍຸຕິ ການລະເມີດ ສິດທິມະນຸດ ຢູ່ ວຽດນາມ ແລະ ເລີກລົ້ມ ນະໂຍບາຍ ຂຍາຍອານາເຂດ ຕໍ່ລາວ ແລະ ກໍາພູຊາ ມີຜູ້ເຂົ້າຮ່ວມ ເປັນຈໍານວນ ຫລວງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.