ກອງປະຊຸມຫາຣືແກ້ໄຂ ບັນຫາ ໃນລາວ

ຈໍາປາທອງ
2014.08.17
F-Alliance ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ ມີສູນກາງ ຢູ່ປະເທດ ເຢັຽຣະມັນ ຮ່ວມກັບອົງການ ຈັດຕັ້ງ ເພື່ອ ປະຊາທິປະໄຕ ແລະ ສິດທິມະນຸດ ຂອງ ຊຸມຊົນ ຊາວລາວ ຢູ່ ສະຫະຣັຖ ອະເມຣິກາ ຮ່ວມກັນ ຈັດ ກອງປະຊຸມ
RFA

 

ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ ມີສູນກາງ ຢູ່ປະເທດ ເຢັຽຣະມັນ ຮ່ວມກັບ ອົງການ ຈັດຕັ້ງ ເພື່ອ ປະຊາທິປະໄຕ ແລະ ສິດທິມະນຸດ ຂອງ ຊຸມຊົນ ຊາວລາວ ຢູ່ ສະຫະຣັຖ ອະເມຣິກາ ແລະ ຈາກ ປະເທດ ອື່ນໆ ຮ່ວມກັນ ຈັດ ກອງປະຊຸມ ປຶກສາ ຫາລື ກ່ຽວກັບ ວິທີ ການແກ້ໄຂ ບັນຫາ ໃນລາວ ຂຶ້ນທີ່ເມືອງ ໂລແວລ ຣັຖ ແມສຊາຈູແຊັຕ ໃນວັນທີ 16 ສິງຫາ 2014 ນີ້.

ຫລັງຈາກ ກອງປະຊຸມ ຮ່ວມທີ່ວ່າ ນີ້ແລ້ວ ກໍມີ ກອງປະຊຸມ ຂອງ ພັນທະມິດ ເພື່ອ ປະຊາທິປະໄຕ ປະຈໍາ ສະຫະຣັຖ ອະເມຣິກາ ຊຶ່ງ ໃນນັ້ນ ນອກຈາກ ການຣາຍງານ ກ່ຽວກັບ ການ ເຄື່ອນໄຫວ ປະຈໍາ 4 ປີຜ່ານມາ ແລ້ວ ກໍມີການ ປ່ອນບັດ ເລືອກຕັ້ງ ເອົາ ປະທານ ແລະ ຄນະ ບໍຣິຫານ ຊຸດໃໝ່ ໂດຍແມ່ນ ທ່ານ ວັນລັງ ຄໍາສຸກ ເລຂາທີ 1 ຂອງ ພັນທະມິດ ເພື່ອ ປະຊາທິປະໄຕ ໃນ ລາວ ໄດ້ຮັບເລືອກ ໃຫ້ເປັນ ປະທານ ແລະ ໄດ້ມີການ ວາງແຜນ ການ ເຄື່ອນໄຫວ ສະເພາະໜ້າ ຂອງ ພັນທະມິດ ຊຶ່ງ ທ່ານ ລິນຄໍາ ໄຊລິດເດດ ປະທານ ປະຊາຄົມ ລາວ-ອະເມຣິກັນ ກ່າວວ່າ:

"ພັນທະມິດ ປະຈໍາ ສະຫະຣັຖ ອະເມຣິກາ ໃນວັນນີ້ ໄດ້ແກ່ ທ່ານ ບັນລັງ ຄໍາສຸກ. ຂ້າພະເຈົ້າ ມີຄວາມ ພາກພູມໃຈ ທ່ານ ບັນລັງ ຄໍາສຸກ ນີ້ ເປັນຄົນທີ່ ເໝາະສົມ ທີ່ວ່າ ເຮັດແທ້ ທໍາຈິງ ລະເພິ່ນ ກະເປັນຄົນ ທີ່ເອົາ ໃຈໃສ່ ເຣື່ອງ ວຽກຂອງຊາດ ເປັນ ປະທານ ພັນທະມິດ ປະຈໍາ ສະຫະຣັຖ ອະເມຣິກາ. ຂ້າພະເຈົ້າ ເຊື່ອແນ່ວ່າ ບັນລັງ ຄໍາສຸກ ຕ້ອງຂຍາຍ ແນ່ນອນ ເພາະວ່າ ຜູ້ນີ້ ເປັນຜູ້ ທີ່ວ່າ ເອົາໃຈໃສ່ ແທ້ໆ ລະກະ ເປັນຄົນ ທີ່ວ່າ ໜັກແໜ້ນ ໃນຊາດ".

ໃນຕອນແລງ ຂອງ ວັນດຽວກັນ ນັ້ນ ປະຊາຄົມ ລາວ-ອະເມຣິກັນ ແມສຊາຈູແຊັຕ ຮ່ວມກັບ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ກໍໄດ້ ຈັດງານ ຣາຕຣີ ສະໂມສອນ ເພື່ອ ພົບປະ ສັງສັນ ແລະ ເປັນກຽດ ໃຫ້ແກ່ ວັນສເລີມ ສລອງ ທຸງ ມໍຣະດົກ ທຸງຊາດ ຊ້າງສາມຫົວ ແລະ ເສຣີພາບ ລາວ ນໍາດ້ວຍ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.