ລາວໃນອອສເຕຣເລັຽ ຮຽກຮ້ອງເຣື້ອງ ທ.ສົມບັດ


2013.02.27
f-bob-carr ຊາວລາວ ໃນນະຄອນ ຊິດນີ ຣັຖ New South Wales ປະເທດ ອອສເຕຣເລັຽ ພົບກັບ ທ່ານ Robert Carr ຣັຖມົນຕຣີ ກະຊວງການ ຕ່າງປະເທດ ເມື່ອຄືນ ວັນທີ 8 ກຸມພາ 2013
RFA/PX

ຊາວລາວ ໃນ ນະຄອນ ຊິດນີ ຣັຖ  New South Wales ປະເທດ Australia, ໄດ້ພາກັນ ຍື່ນໜັງສື ຮຽກຮ້ອງ ໃຫ້ ຣັຖມົນຕຣີ ກະຊວງການ ຕ່າງປະເທດ Australia ທວງຖາມ ຣັຖບານ ສປປລາວ ກ່ຽວກັບ ການຫາຍໄປ ຂອງ ທ່ານ ສົມບັດ ສົມພອນ.

ໃນການ ພົບພໍ້ກັບ ທ່ານ Robert Carr ຣັຖມົນຕຣີ ກະຊວງ ການຕ່າງປະເທດ Australia ເມື່ອຄືນ ວັນທີ 8 ກຸມພາ 2013 ຊາວລາວ ໃນນະຄອນ ຊິດນີ ໂດຍການນໍາພາ ຂອງ ຂະບວນການ ເພື່ອ ສິດທິມະນຸສ ແລະ ປະຊາທິປະໄຕ ໃນ Australia ໄດ້ຍື່ນໜັງສື ຮ້ອງຂໍໃຫ້ ທ່ານ Carr ທວງຖາມ ກ່ຽວກັບ ການຫາຍໄປ ຂອງທ່ານ ສົມບັດ ສົມພອນ.

ການຫາຍໄປ ຂອງທ່ານ ສົມບັດ ສົມພອນ ໄດ້ສ້າງຄວາມ ວິຕົກກັງວົນ ໃຫ້ຊຸມຊົນ ນາໆຊາດ ຢ່າງກວ້າງຂວາງ ຊຶ່ງຮວມທັງ ປະເທດ ໃນກຸ່ມອາຊຽນ, ສະພາ ສະຫະພາບຢູໂຣບ, ອົງການ ສິດທິມະນຸສ ສະຫະປະຊາຊາດ ແລະ ກະຊວງ ການຕ່າງປະເທດ ສະຫະຣັຖ ອະເມຣິກາ, ບໍ່ນັບຄົນລາວ ທີ່ອາສັຍ ຢູ່ຕ່າງປະເທດ ທົ່ວໄປ ທົ່ວໂລກ.

ຄົນ Australian ຜູ່ນຶ່ງ ທີ່ໄດ້ຕິດຕາມ ການຫາຍໄປ ຂອງ ທ່ານ ສົມບັດ ສົມພອນ ມີຄວາມ ວິຕົກກັງວົນ ແລະ ໄດ້ຕິດຕໍ່ ທວງຖາມ ທ່ານ Robert Carr ຜ່ານທາງ Email ວ່າ:

“ເມື່ອທ່ານ Carr ໄດ້ໄປ ຢ້ຽມຢາມ ສປປລາວ ລະຫວ່າງວັນທີ 17 ຫາ 20 ກຸມພາ 2013 ໄດ້ມີໂອກາດ ຍົກບັນຫາ ຂໍ້ຂ້ອງໃຈ ຂອງຊາວໂລກ ກ່ຽວກັບ ການຫາຍໄປ ຂອງ ທ່ານ ສົມບັດ ຕໍ່ທາງການ ລາວ ບໍ່?”

ຊຶ່ງ ທ່ານ Carr ກໍໄດ້ຕອບ ຜ່ານທາງ Email ວ່າ:

“ທ່ານໄດ້ຍົກ ກໍຣະນີ ການຫາຍໄປ ຂອງ ທ່ານ ສົມບັດ ຂຶ້ນມາສອບຖາມ ເມື່ອໄດ້ ພົບພໍ້ກັບ ນາຍົກ ຣັຖມົນຕຣີ ສປປລາວ ທ່ານ ທອງສິງ ທັມມະວົງ ແລະ ຣັຖມົນຕຣີ ກະຊວງ ການຕ່າງປະເທດ ສປປລາວ ທ່ານ ທອງລຸນ ສີສຸລິດ".

ໃນເວລາ ດຽວກັນ ນັ້ນ ທ່ານ Robert Carr ຍັງໄດ້ ຖ່າຍທອດ ຄວາມວິຕົກ ກັງວົນ ຂອງຊາວ Australian ກ່ຽວກັບ ເຫດການ ດັ່ງກ່າວ ອີກດ້ວຍ. ທ່ານ Robert Carr ຍັງໄດ້ກ່າວວ່າ ໄດ້ຮັບຄໍາຢືນຢັນ ຈາກ ນາຍົກ ຣັຖມົນຕຣີ ສປປລາວ ທ່ານ ທອງສິງ ທັມມະວົງ ວ່າຈະສືບຕໍ່ ກົດດັນ ເຈົ້າໜ້າທີ່ ພາກຣັຖ ໃຫ້ຊອກຄົ້ນຫາ ທ່ານສົມບັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.