ຊາວລາວຕຽມໄປໃຊ້ສິດ ປ່ອນບັດ ເລືອກຕັ້ງ
2021.02.19

ຊາວລາວ ຢູ່ຫຼາຍແຂວງ ມີຄວາມພ້ອມໄປໃຊ້ສິດ ປ່ອນບັດເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດ ຊຸດທີ 9 ແລະສະພາປະຊາຊົນ ຂັ້ນແຂວງ ຊຸດທີ 2 ຢູ່ໜ່ວຍເລືອກຕັ້ງ ໃກ້ບ້ານໃນວັນ ອາທິດ ທີ 21 ກຸມພາ ທີ່ຈະມາເຖິງນີ້ ແລະຫຼາຍຄົນ ກໍມີຜູ້ທີ່ຈະເລືອກຢູ່ ໃນໃຈແລ້ວ. ຊາວລາວຢູ່ແຂວງບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ກຸມພາ ວ່າ:
"ຜູ້ແທນຢູ່ໃນໃຈກະພໍມີຢູ່ ເຮົາເຫັນລາຍຊື່ເຫັນຫຍັງຕັ້ງແຕ່ ວັນທີ 1 ກຸມພາ ແລ້ວ ເຮົາກະຕ້ອງເບິ່ງວ່າຜູ້ໃດ ທີ່ວ່າທຳງານດ້ວຍ ຄວາມສັດຊື່ ບໍຣິສຸດ ແລ້ວກະມີຄວາມຈິງໃຈເຮັດວຽກ ເຮັດງານແທ້ບໍ່ ພວກເຮົາກະເປັນຄົນພື້ນຖານຢູ່ນີ້ເນາະ ເຮົາຮູ້ວ່າບຸກຄົນ ໃດທີ່ວ່າເຮັດແທ້ທຳຈິງ."
ຍານາງ ກ່າວຕື່ມວ່າ ສຳລັບຜູ້ສມັກຮັບເລືອກຕັ້ງ ສະພາແຫ່ງຊາດ ຊຸດທີ 9 ແລະສະມາຊິກສະພາປະຊາຊົນ ຊັ້ນແຂວງຊຸດທີ 2 ປະຈຳແຂວງບໍ່ແກ້ວ ໃນຄັ້ງນີ້ເຫັນວ່າ ສ່ວນໃຫຍ່ ເກືອບແມ່ນ ຜູ້ສມັກໜ້າໃໝ່ ທີ່ບໍ່ເຄີຍເຮັດໜ້າທີ່ ເປັນຜູ້ແທນມາກ່ອນ ສ່ວນ ບັນດາຜູ້ແທນ ຄົນກ່ອນໆກໍເຫັນວ່າ ຫຼາຍຄົນບໍ່ໄດ້ລົງສມັກ ຍ້ອນວ່າອາຍຸ ຢູ່ໃນເກນເຂົ້າກິນ ບຳນານ ແລະ ບາງສ່ວນກໍກັບຄືນ ໄປເຮັດວຽກໃນອົງການຈັດຕັ້ງ ຂອງຕົນເອງ.
ຊາວລາວຢູ່ແຂວງຫຼວງພຣະບາງ ເວົ້າວ່າການໄປໃຊ້ສິດ ປ່ອນບັດເລືອກຕັ້ງ ໃນວັນທີ 21 ກຸມພາ ນີ້ ລາວກໍຫວັງຢ່າງຍິ່ງວ່າຈະ ເລືອກຄົນດີ ມີຄວາມສາມາດ ເປັນຜູ້ແທນຂອງ ປະຊະຊົນ ໂດຍພິຈາຣະນາ ຈາກລະດັບການສຶກສາ ແລະ ປະສົບການເຮັດວຽກ.
"ເອີ! ກະມີຢູ່ກະເລືອກຄົນທີ່ຜູ້ຂະເຈົ້າ ມີຄວາມຮູ້ມີຄວາມສາມາດຫັ້ນແຫຼະ ເບິ່ງເລື່ອງການສຶກສາ ປະສົບການເຮັດວຽກຫັ້ນແຫຼະ."
ຍານາງ ເວົ້າອີກວ່າ ໃນໄລຍະທີ່ຜ່ານມາ ຕົນບໍ່ເຄີຍເຫັນບັນດາ ຜູ້ສມັກຮັບເລືອກຕັ້ງລົງພື້ນທີ່ ມາໂຄສະນາຫາສຽງຢູ່ເຂດບ້ານ ຂອງຕົນຈັກຄົນເຫັນແຕ່ໂຄສະນາ ທາງດ້ານລະດັບ ການສຶກສາ ແລະ ປະສົບການເຮັດວຽກ ທີ່ເຜີຍແຜ່ທາງສື່ອອນລາຍ ເທົ່ານັ້ນ ແຕ່ຕົນກໍບໍ່ ໄດ້ຕິດໃຈຫຼາຍ ແລະ ພ້ອມໄປເຮັດໜ້າທີ່ ພົລເມືອງໃນມື້ເລືອກຕັ້ງ.
ສ່ວນຊາວລາວ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ການເລືອກໃນເທື່ອນີ້ ຖືວ່າຫາຜູ້ສມັກຮັບເລືອກຕັ້ງໃນໃຈ ກໍຢາກຍາກ ຍ້ອນເຄີຍໄປຮ່ວມເບິ່ງ ໂຄສະນາຫາສຽງ ຂອງຜູ້ສມັກແຕ່ລະຄົນ ພັດເຫັນແຕ່ມີການບອກແຕ່ ປວັດສ່ວນຕົວ ກັບປະສົບການ ເຮັດວຽກໃນໄລຍະຜ່ານມາ ບໍ່ເຫັນມີການເວົ້າເຖິງນະໂຍບາຍ ການຊ່ວຍເຫຼືອ ປະຊາຊົນ ແຕ່ຢ່າງໃດ:
"ເພິ່ນມາເຜີຍແຜ່ ເພິ່ນກະບໍ່ເວົ້າຫຍັງ ມີແຕ່ເວົ້າປວັດຂອງເພິ່ນເອງ ບໍ່ໄດ້ເວົ້າຫຍັງ ຄັນຖ້າວ່າເພິ່ນເວົ້າເລື່ອງ ນະໂຍບາຍແດ່ ກະຢາກຖາມຄືນ ຢູ່ເພິ່ນກະບໍ່ເວົ້າ ມີແຕ່ວ່າສເນີປວັດ ແຕ່ລະຄົນຫັ້ນຊື່ໆ."
ເຈົ້າໜ້າທີ່ຜູ້ທີ່ຮັບຜິດຊອບ ຕຽມການເລືອກຕັ້ງ ໄດ້ກ່າວວ່າ ມີຄວາມພ້ອມສຳລັບການເລືອກຕັ້ງ:
"ເລືອກຕັ້ງປ່ອນບັດວັນທີ 21 ເຮົາຕຽມພ້ອມ ດຽວນີ້ກໍມີແຕ່ຖ້າມື້ປ່ອນບັດ ເພາະວ່າ ຜູ້ທີ່ມີລາຍຊື່ເພິ່ນກໍລົງໄປຫາສຽງເນາະ ຫາສຽງ ຫັ້ນກະແລ້ວໆ ມາແຂວງໝົດແລ້ວ ກະຍັງຖ້າແຕ່ມື້ ປ່ອນບັດ."
ຍານາງ ກ່າວອີກວ່າ ສຳລັບການປ່ອນບັດ ຕາມໜ່ວຍເລືອກຕັ້ງຕ່າງໆ ທີ່ຖືກຈັດຂຶ້ນນັ້ນ ກໍຈະດຳເນີນຕາມ ມາຕການປ້ອງກັນ ການແຜ່ລະບາດ ໂຄວິດ-19 ທີ່ກະຊວງ ສາທາຣະນະສຸກໄດ້ກຳນົດ ໂດຍຈະມີການເວັ້ນໄລຍະຫ່າງທາງສັງຄົມ ແລະ ຈຳກັດ ບໍ່ໃຫ້ມີຈໍານວນຄົນ ເຂົ້າໄປບ່ອນບັດ ພ້ອມກັນຫຼາຍເກີນໄປ.
ສໍາລັບຊາວບ້ານ ທີ່ບໍ່ສາມາດ ເດີນທາງໄປໜ່ວຍເລືອກຕັ້ງໄດ້ ເປັນຕົ້ນຜູ້ສູງອາຍຸບາງຄົນ ຫຼື ຄົນເຈັບທີ່ນອນປິ່ນປົວຢູ່ໂຮງໝໍ, ຈະມີ ເຈົ້າໜ້າທີ່ ໜ່ວຍເລືອກຕັ້ງ ໄປຫາຢູໂຮງໝໍ ເພື່ອເອົາປັດໄປໃຫ້ລົງຄະແນນສຽງ. ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ຜູ້ຢູ່ໂຮງໝໍ ກະມີໜ່ວຍເລືອກຕັ້ງເຄື່ອນທີ່ 2-3 ຄົນ ເອົາຫີບໄປບາງຄົນ ເຖົ້າຊະລາ ທີ່ບໍ່ອາດສາມາດຢ່າງມາໄດ້ ກໍເຄື່ອນທີ່ໄປ ໃຫ້ປ່ອນຢູ່ກັບເຮືອນ."
ສຳລັບຜູ້ມີສິດເລືອກຕັ້ງຢູ່ລາວ ແມ່ນເປັນພົລເມືອງລາວ ທີ່ມີສັນຊາດລາວທີ່ມີອາຍຸ 18 ປີຂຶ້ນໄປ ບໍ່ເປັນຜູ້ເສັຽຈິດ ແລະບໍ່ຢູ່ໃນ ລະຫວ່າງຖືກສານຕັດສິນຈຳຄຸກ ສ່ວນຄົນຕ່າງຊາດ ຢູ່ລາວ ຈະບໍ່ມີສິດປ່ອນບັດ ເລືອກຕັ້ງ.
ທ່ານ ສົມພູ ດວງສະຫວັນ ໂຄສົກຄະນະກຳມະການ ເລືອກຕັ້ງແຫ່ງຊາດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າໄດ້ມີການລະດົມປະຊາຊົນ ໃຫ້ໄປໃຊ້ສິດເລືອກຕັ້ງ:
"ເຮົາກະແມ່ນລະດົມ ຜູ້ທີ່ມີສິດບ່ອນບັດເລືອກຕັ້ງ ໃນຂອບເຂດທົ່ວປະເທດ ຫັ້ນນ່າ 4 ລ້ານກວ່າຄົນນີ້ ແມ່ນຈະຕ້ອງນຳໃຊ້ສິດທິ ຂອງເຂົາເຈົ້າຫັ້ນ ສິດທິ ຂອງເຂົາເຈົ້າ ທີ່ກຳນົດໄວ້ໃນ ຣັຖທຳມະນູນ ຫັ້ນ."
ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດທີ 9 ມີຜູ້ສມັກເລືອກຕັ້ງທັງໝົດ 224 ທ່ານ ແລະຈະຖືກຄັດເລືອກເອົາ 164 ທ່ານ, ແລະ ການເລືອກຕັ້ງ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ 2 ມີຜູ້ສະໝັກເລືອກຕັ້ງ 789 ທ່ານ ໃນນັ້ນ ຈະເລືອກເອົາ 429 ທ່ານ ສ່ວນວ່າ ຈຳນວນຜູ້ທີ່ມີສິດ ປ່ອນບັດເລືອກຕັ້ງ ທັງໝົດ 4 ລ້ານ 2 ແສນຄົນ.