ປີ 2020 ຄຣິສຕຽນລາວ ພົບທັງຮ້າຍ ແລະ ດີ
2020.12.27

ໃນຮອບປີ 2020 ນີ້ ຖືເປັນອີກ 1 ປີ ທີ່ມີເຫດການສຳຄັນ ເກີດຂຶ້ນກັບພີ່ນ້ອງຄຣິສຕຽນລາວ ໃນຫຼາຍແຂວງ ເປັນຕົ້ນວ່າ ຕັ້ງແຕ່ຕົ້ນປີນີ້ ໃນເດືອນກຸມພາ ກໍເກີດເຫດການຊາວຄຣິສຕຽນລາວ ຊົນເຜົ່າອາຂ່າ ທີ່ບ້ານຕີນດອຍ, ເມືອງລອງ ແຂວງຫຼວງນ້ຳທາ ຈຳນວນ 14 ຄົນ ຖືກໄລ່ອອກຈາກບ້ານ, ໂດຍທີ່ມີອຳນາດການປົກຄອງບ້ານ ພ້ອມດ້ວຍຄົນໃນບ້ານ ພາກັນມາໄລ່ພວກເຂົາເຈົ້າອອກຈາກບ້ານ ຍ້ອນບໍ່ນັບຖືຜີ.
ເມື່ອເຫດການຜ່ານໄປຫຼາຍເດືອນ, ກໍຍັງບໍ່ໄດ້ຮັບການແກ້ໄຂຢ່າງເດັດຂາດເທື່ອ, ແຕ່ໃນເບື້ອງຕົ້ນ ພີ່ນ້ອງຊາວຄຣິສຕຽນລາວ ໃນແຂວງຫຼວງນ້ຳທາ ກໍພາກັນແຜ່ປັດຈັຍ ເພື່ອຊ່ອຍເຫຼືອກັນເອງໃນເບື້ອງຕົ້ນກ່ອນ ໃນໄລຍະລໍຖ້າການແກ້ໄຂຈາກພາກສ່ວນທີ່ກ່ຽວຂ້ອງ ເນື່ອງຈາກມີມາຕການປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ການແກ້ໄຂບັນຫາ ຂອງຊາວຄຣິສຕຽນ ຈຶ່ງຖືກເລື່ອນອອກໄປກ່ອນ.
ດັ່ງຊາວຄຣິສຕຽນລາວ ທ່ານນຶ່ງ ໃນແຂວງພາກເໜືອ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ທັນວາ ນີ້ວ່າ:
ສຽງ 1: (ຊາວຄຣິສຕຽນລາວ ໃນແຂວງພາກເໜືອ)
ນອກຈາກນີ້, ກໍຍັງເກີດເຫດການເຈົ້າໜ້າທີ່ທ້ອງຖິ່ນ ຈັບໂຕອາຈານ ສີທົນ ທິບພະວົງ, ອາຈານສອນສາສນາຄຣິສຕຽນ ທີ່ບ້ານກະລຶມວັງແຂ້, ເມືອງຊົນນະບູຣີ ແຂວງສວັນນະເຂດ ເມື່ອເດືອນມີນາ ທີ່ຜ່ານມາ ແລະ ຈົນເທົ່າສູ່ມື້ນີ້ ກໍຍັງບໍ່ມີການດຳເນີນຄດີໃດໆ ແລະ ອາຈານ ສີທົນ ຍັງຖືກຂັງໄວ້ ທີ່ຄຸກແຂວງສວັນນະເຂດ. ແຕ່ເຖິງຢ່າງໃດກໍດີ, ພີ່ນ້ອງຄຣິສຕຽນລາວ ໃນທົ່ວປະເທດ ຕ່າງກໍໄດ້ຮັບຮູ້ຂ່າວນຳກັນ ແລະ ກໍໄດ້ຊ່ອຍກັນອະທິຖານ ເພື່ອໃຫ້ອາຈານ ສີທົນ ມີຈິຕໃຈທີ່ເຂັ້ມແຂງ.
ສຽງ 2: (ຊາວຄຣິສຕຽນລາວ ໃນແຂວງພາກເໜືອ)
ກ່ຽວກັບຄວາມຫຍຸ້ງ ແລະ ຄວາມບໍ່ເຂົ້າໃຈກັນ ຕໍ່ຊາວຄຣິສຕຽນລາວ ໃນບາງທ້ອງຖິ່ນ ໃນປີນີ້, ອາຈານສອນສານາຄຣິສຕຽນ ທ່ານນຶ່ງ ໃນແຂວງພາກໃຕ້ ກໍຢືນຢັນວ່າ ໃນປີນີ້ ກໍຍັງປະກົດເຫັນ ມີຄວາມບໍ່ເຈົ້າໃຈກັນ ຣະຫວ່າງຊາວຄຣິສຕຽນໃນບາງບ້ານ ແລະ ອຳນາດການປົກຄອງທ້ອງຖິ່ນຢູ່, ແຕ່ກໍບໍ່ຫຼາຍ ເປັນຕົ້ນແມ່ນກໍຣະນີຫຼ້າສຸດ ທີ່ເກີດຂຶ້ນກັບຊາວຄຣິສຕຽນ 2 ຄອບຄົວ ຈຳນວນ 7 ຄົນ ທີ່ບ້ານປະສິງ ແລະ ບ້ານກາງ, ເມືອງຕະໂອ້ຍ ແຂວງສາຣະວັນ ທີ່ຖືກຂັບໄລ່ອອກຈາກບ້ານ ເມື່ອເດືອນຕຸລາ ທີ່ຜ່ານມາ.
ສຽງ 3: (ຊາວຄຣິສຕຽນລາວ ໃນແຂວງພາກໃຕ້)
ຄຽງຄູ່ກັບເຣື່ອງທີ່ຫຍຸ້ງຍາກນັ້ນ, ໃນປີນີ້ ຊາວຄຣິສຕຽນລາວ ກໍໄດ້ຮັບຂ່າວດີຢູ່ເຊັ່ນກັນ ເປັນຕົ້ນວ່າ ສູນກາງຄຣິສຕະຈັກ ຂ່າວປະເສີດ ໄດ້ສຳເຣັດການຮ່າງທັມມະນູນ ວ່າດ້ວຍພາຣະບົດບາດ ໃນການເຄື່ອນໄຫວ ແລະ ໄດ້ຮັບການອະນຸມັດ ຫຼືຖືກຮັບຮອງ ຈາກກະຊວງພາຍໃນ ເປັນທີ່ຮຽບຮ້ອຍແລ້ວ. ຫຼັງຈາກນັ້ນ, ກໍເຣີ່ມມີການເຜີຍແຜ່ ທັມມະນູນດັ່ງກ່າວ ໃນຫຼາຍແຂວງ, ເຊິ່ງຊາວຄຣິສຕຽນລາວ ຫຼາຍຄົນ ກໍເຊື່ອວ່າ ທັມມະນູນສບັບດັ່ງກ່າວ ຈະເຮັດໃຫ້ເກີດຄວາມເຂົ້າໃຈ ໃນທາງທີ່ດີຂຶ້ນ ຣະຫວ່າງຊາວຄຣິສຕຽນລາວ ແລະ ອຳນາດການປົກຄອງຂັ້ນທ້ອງຖິ່ນ ໃນທົ່ວປະເທດ ໃນການຄຸ້ມຄອງ ແລະ ປົກປ້ອງສິດທິ ຜູ້ທີ່ນັບຖືສາສນາຄຣິສຕຽນໃນລາວ.
ອັນນຶ່ງທີ່ເຫັນໄດ້ຢ່າງຈະແຈ້ງ ຂອງສັນຍານແຫ່ງຄວາມເຂົ້າໃຈທີ່ດີຂຶ້ນ ຂອງອຳນາດການປົກຄອງທ້ອງຖິ່ນ ກໍແມ່ນການອະນຸຍາດ ໃຫ້ພີ່ນ້ອງຊາວຄຣິສຕຽນລາວ ສາມາດຈັດງານບຸນຄຣິສມາສໄດ້, ໂດຍບໍ່ຕ້ອງໄປຂໍອະນຸຍາດ ໃຫ້ຫຍຸ້ງຍາກຫຼາຍຂັ້ນຕອນ, ແຕ່ເນື່ອງຈາກມີການປ້ອງກັນ ການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19, ທາງການກໍອະນຸຍາດໃຫ້ຈັດແບບທັມມະດາ ບໍ່ໃຫ້ຈັດໃຫຍ່ ຫຼືມີຄົນມາໂຮມກັນຫຼາຍຄົນ ຄືດັ່ງແຕ່ລະປີທີ່ໄດ້ຈັດມາ.
ສຽງ4: (ຊາວຄຣິສຕຽນລາວ ໃນແຂວງພາກເໜືອ)
ເຊັ່ນດຽວກັນກັບຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ພວກເຂົາກໍສາມາດຈັດງານ ສເລີມສລອງບຸນຄຣິສມາສ ໄດ້ ຢ່າງສະດວກ, ແຕ່ກໍໃຫ້ຈັດພາຍໃນໂບດນ້ອຍເທົ່ານັ້ນ ບໍ່ໃຫ້ໂຮມກັນຫຼາຍຄົນ.
ສຽງ5: (ຊາວຄຣິສຕຽນລາວ ໃນແຂວງພາກໃຕ້)
ສຸດທ້າຍນີ້, ຕາງໜ້າໃຫ້ແກ່ຊາວຄຣິສຕຽນລາວ ໃນແຂວງພາກເໜືອ ກໍຖືໂອກາດນີ້ ອອຍພອນໃຫ້ແກ່ພີ່ນ້ອງຄຣິສຕຽນລາວ ໃນທົ່ວປະເທດ ເນື່ອງໃນວັນຄຣິສມາສປີ 2020 ນຳດ້ວຍ.
ສຽງ6: (ຊາວຄຣິສຕຽນລາວ ໃນແຂວງພາກເໜືອ)
ເຊັ່ນດຽວກັນ, ຕາງໜ້າໃຫ້ແກ່ຊາວຄຣິສຕຽນລາວ ໃນແຂວງພາກໃຕ້ ກໍຖືໂອກາດນີ້ ອອຍພອນໃຫ້ແກ່ພີ່ນ້ອງຄຣິສຕຽນລາວ ໃນທົ່ວປະເທດ ເນື່ອງໃນວັນຄຣິສມາສປີ 2020.
ສຽງ7: (ຊາວຄຣິສຕຽນລາວ ໃນແຂວງພາກໃຕ້)
ທັງໝົດນັ້ນ, ກໍແມ່ນສຽງສະທ້ອນ ຕໍ່ບາງເຫດການທີ່ສຳຄັນ ທີ່ເກີດຂຶ້ນກັບຊາວຄຣິສຕຽນລາວ ໃນປີ 2020 ທີ່ມີທັງຂໍ້ຫຍຸ້ງຍາກ ແລະ ຂໍ້ສະດວກ ໃນການດຳເນີນຊີວິຕ ພາຍໃຕ້ຄວາມເຊື່ອ ຂອງພວກເຂົາ ຢູ່ໃນປະເທດລາວ.