ລາວຄຣິສຕຽນຖືກຍິງ ເສັຽຊີວິດ ຢູ່ ມ.ນໍ້າບາກ

ໄຊຍາ
2021.02.10
ລາວຄຣິສຕຽນຖືກຍິງ ເສັຽຊີວິດ ຢູ່ ມ.ນໍ້າບາກ ຊາວລາວຄຣິສຕຽນ ຜູ້ເຄາະຮ້າຍ ຢູ່ ເມືອງນໍ້າບາກ ແຂວງຫຼວງພຣະບາງ ທີ່ຖືກລັດຍິງ ຈົນເສັຽຊີວິດ
ນັກຂ່າວພົລເມືອງ

ເມື່ອວັນທີ 13 ເດືອນທັນວາ ປີ 2020 ທີ່ຜ່ານມາ ທ້າວ ຈ່າຊົງ ອາຍຸ 28 ປີ ຊາວລາວຄຣິສຕຽນ ຢູ່ບ້ານຫ້ວຍເຄືອ ເມືອງນໍ້າບາກ ແຂວງຫຼວງພຣະບາງ ໄດ້ຖືກລັດຍິງເສັຽຊີວິດ, ໃນຂນະທີ່ ກຳລັງເດີນທາງກັບບ້ານ ແຕ່ຍັງບໍ່ຮູ້ສາເຫດການຂ້າ ຊຶ່ງ ຄະດີຂອງລາວ ຍັງຖືກສອບສວນຢູ່.

ຊາວບ້ານທ່ານນຶ່ງ ຜູ້ທີ່ຂໍສງວນເວົ້າວ່າ ທ້າວ ຈ່າຊົງ ເປັນຄົນດີເປັນສະມາຊິກ ສາສນາຄຣິສຕຽນ ແລະ ເປັນຫົວໜ້າສາສນາ ຄຣິສຕຽນປະຈຳບ້ານ, ບາງຄັ້ງລາວໃຊ້ເຮືອນຂອງລາວ ເປັນບ່ອນສອນສາສນາ ໄຫວ້ພຣະສວນມົນ ໃຫ້ກັບຜູ້ຖືສາສນາຄຣິສຕຽນ ຄົນອື່ນໆໃນບ້ານ. ດັ່ງຊາວບ້ານ ທີ່ເຫັນເຫດການ ຜູ້ຂໍສງວນຊື່ ໄດ້ເວົ້າວ່າ:

"ໃນມື້ເກີດເຫດ ທ້າວ ຈ່າຊົງ ກັບນ້ອງຊາຍ ພາກັນອອກໄປສວນເມື່ອເຮັດແລ້ວ ກໍໄດ້ແຍກກັນກັບນ້ອງຊາຍຈົນຮອດເວລາປະມານ 21 ໂມງ ໃນຣະຫວ່າງທີ່ກຳລັງ ຂີ່ຣົດຈັກກັບບ້ານ ເຊິ່ງ ໄດ້ຖືກຄົນຮ້າຍລັດຍິງ ຢູ່ແຄມທາງຈົນເສັຽຊີວິດ ແລະ ຄົນຮ້າຍກໍໄດ້ຍົກຮ່າງ ຂອງລາວ ໄປໂຍນຖິ້ມຢູ່ແຄມທາງ ໃນເວລານັ້ນຜູ້ເປັນເມັຽ ກໍບໍ່ໄດ້ນໍາຫາ ເພາະຄິດວ່າ ທ້າວ ຈ່າຊົງ ອາດໄປນອນຢູ່ເຮືອນນ້ອງຊາຍ, ຈົນມາຮອດຕອນເຊົ້າຂອງວັນທີ 14 ທັນວາ ມີຊາວບ້ານຄົນນຶ່ງ ໄປພົບສົບຂອງ ທ້າວ ຈ່າຊົງ ຈຶ່ງໄດ້ບອກຄອບຄົວໃຫ້ຮູ້ ແລະ ພາກັນໄປແຈ້ງຄວາມ ກັບເຈົ້າໜ້າທີ່ຕຳຣວດ."

ຊາວບ້ານໄດ້ກ່າວຕື່ມວ່າ ທາງຄອບຄົວຂອງ ທ້າວ ຈ່າຊົງ ຢືນຢັນວ່າໃນໄລຍະຜ່ານມາ ຜູ້ກ່ຽວບໍ່ເຄີຍມີເຣື່ອງບາດໝາງ ກັບໃຜ ແລະ ບໍ່ເຄີຍໄປຕິດໜີ້ຢືມເງິນຜູ້ໃດ, ແຕ່ເຖິງຢ່າງໃດກໍຕາມ ປັຈຈຸບັນຄະດີ ນີ້ຍັງບໍ່ມີຄວາມຄືບໜ້າໃດໆເທື່ອ ແລະ ທາງເຈົ້າໜ້າທີ່ຕຳຮວດ ກໍຍັງບໍ່ສາມາດຕາມຈັບ ຄົນຮ້າຍມາດຳເນີນຄະດີໄດ້.

ຊາວບ້ານໃກ້ຄຽງອີກຄົນນຶ່ງ ໄດ້ກ່າວວ່າທີ່ຜ່ານມາ ກໍເຫັນວ່າ ທ້າວ ຈ່າຊົງ ເປັນຄົນດີຜູ້ນຶ່ງ ບໍ່ເຄີຍມີເຣື່ອງ ຫຼື ຜິດຖຽງກັບໃຜ. ສ່ວນເຣື່ອງທີ່ລາວ ຖືກຍິງເສັຽຊີວິດນັ້ນ ກໍບໍ່ຮູ້ຄັກແນ່ວ່າ ແມ່ນສີມືໃຜ ແລະ ຍິງລາວຍ້ອນຫຍັງ. ແຕ່ເຖິງຢ່າງໃດກໍຕາມ ກໍຮູ້ ສຶກອີຕົນເມັຽຂອງລາວ ເຊິ່ງຕ້ອງລ້ຽງລູກອີກ 4 ຄົນ ແບບລຳພັງດັ່ງ ຍານາງ ເວົ້າວ່າ:

"ເຮົາກໍຢູ່ບ້ານດຽວກັນແທ້ ເປັນຄົນດີບໍ່ເຄີຍໄດ້ຍິນເຂົາວ່າບໍ່ດີນ່າ. ອັນນັ້ນນ່າກໍຣະນີເຣື່ອງຂະເຈົ້າໄປຍິງຕາຍຫັ້ນ ບໍ່ໄດ້ພົວພັນເຂົາ ຈັກເປັນແນວໃດມີລູກເມັຽລູກຂະເຈົ້າ 4 ຄົນ ມັນບໍ່ ຊ່າງຢູ່ເພາະວ່າບໍ່ມີຜົວ."

ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຄອບຄົວຂອງ ທ້າວ ຈ່າຊົງ ເພື່ອຖາມລາຍຣະອຽດ ເພີ່ມຕື່ມແຕ່ ທາງຄອບຄົວບໍ່ສະດວກໃຈທີ່ຈະໃຫ້ ສັມພາດຍ້ອນຍັງທໍາໃຈ ບໍ່ໄດ້ກັບເຫດການສູນເສັຽດັ່ງ ກ່າວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການ ປກສ ເມືອງນໍ້າບາກ ທ່ານນຶ່ງໄດ້ກ່າວວ່າ ສຳລັບຄະດີ ຄົນຮ້າຍລັດຍິງ ທ້າວ ຈ່າຊົງ ນັ້ນ ປັຈຈຸບັນທາງເຈົ້າໜ້າທີ່ ກຳລັງຕິດຕາມຄົນຮ້າຍຢູ່. ເຊິ່ງ ຈາກການສືບສວນ-ສອບສວນ ໃນເບື້ອງຕົ້ນຄາດວ່າ ລາວຖືກຄາຕກັມ ຍ້ອນຂັດແຍ່ງທາງດ້ານສາສນາ ຫຼາຍກວ່າຂໍ້ຂັດແຍ່ງອື່ນໆ ຍ້ອນ ທ້າວຈ່າຊົງ ເປັນຜູ້ນຳສາສນາຄຣິສຕຽນ ໃນທ້ອງຖິ່ນຄົນນຶ່ງ. ດັ່ງທ່ານໄດ້ກ່າວວ່າ:

"ບໍ່ສາມາດສະຫຼຸບໄດ້ເທື່ອນະ ເພາະວ່າເປົ້າໝາຍກະທໍາຜິດ ພວກເຮົາຍັງຕິດຕາມຢູ່ ເບື້ອງຕົ້ນກາຄິດວ່າມີຂໍ້ຂັດແຍ່ງ ທາງດ້ານ ສາສນາ. ຂະເຈົ້າເປັນສະມາຊິກສາສນາ ຄືກັນນ່າ ຂະເຈົ້າລະປະກາດ ການຈັດຕັ້ງສາສນາ ຂະເຈົ້າເຍຊູ ຖືກຈັດຕັ້ງໃຫ້ເປັນ ຄະນະຮັບຜິດຊອບສາສນາ."

ທ່ານກ່າວອີກວ່າໃນສ່ວນ ຂອງຜູ້ທີ່ເປັນຄົນລົງມື ກໍ່ເຫດຍິງ ທ້າວ ຈ່າຊົງ ນັ້ນກໍຍັງບໍ່ສາມາດ ຄາດການໄດ້ວ່າແມ່ນຄົນຕ່າງສາສນາ ຫຼື ສາສນາດຽວກັນ ເນື່ອງຈາກຍັງບໍ່ໄດ້ຂໍ້ມູນ ຫຼັກຖານ ຄົບຖ້ວນຍັງຕ້ອງໃຊ້ເວລາອີກຕື່ມ ເພື່ອຊອກຫາຄົນຮ້າຍມາດຳເນີນຄະດີ.

ເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ຫ້ອງການ ແນວລາວສ້າງຊາດ ແຂວງຫຼວງພຣະບາງ ເພື່ອຖາມຄວາມຄິດເຫັນ ເພີ່ມຕື່ມແຕ່ ເຈົ້າໜ້າທີ່ ວ່າຍັງບໍ່ໄດ້ຮັບຣາຍງານແບບເປັນ ທາງການເທື່ອ ຈຶ່ງບໍ່ສາມາດ ອອກຄຳເຫັນໃດໆໄດ້, ດັ່ງທ່ານໄດ້ກ່າວວ່າ:

"ຢູ່ເມືອງນໍ້າບາກວ່າຊັ້ນເບາະ ບໍ່ຮູ້ນ່າ ຢູ່ຫຼວງພຣະບາງພີ້ຍັງບໍ່ທັນຮູ້."

ໃນຂນະດຽວກັນ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາເຄືອຂ່າຍ ຊາວລາວຄຣິສຕຽນ ປະຈຳແຂວງຫຼວງພຣະບາງ ແຕ່ກໍຍັງບໍ່ມີຜູ້ໃດຮູ້ຂ່າວ ການເສັຽຊີວິດຂອງ ທ້າວ ຈ່າຊົງ ແຕ່ຢ່າງໃດເມື່ອ ປີກາຍຫຼາຍທ້ອງຖິ່ນ ໃນຫຼາຍແຂວງຢູ່ລາວ ໄດ້ຈັດກອງປະຊຸມເຜີຍແຜ່ ທັມມະນູນ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ສາສນາຄຣິສຕຽນ ຂອງ ສູນລວມຄຣິສຕະຈັກ ຂ່າວປະເສີດ ແຫ່ງປະເທດລາວ ເພື່ອ ຄຸ້ມຄອງການນັບຖື ແລະ ເຄື່ອນໄຫວສາສນຄຣິສຕຽນໃນລາວໃຫ້ດີຂື້ນ, ແຕ່ກໍຍັງເກີດເຫດ ທີ່ບໍ່ເພິ່ງປາຖນາ ກັບ ຊາວລາວຄຣິສຕຽນ ຢູ່ຕໍ່ມາດັ່ງເຫດການຍິງ ທ້າວ ຈ່າຊົງ ເມື່ອບໍ່ດົນມານີ້.

ກ່ອນໜ້ານີ້ວັນທີ 10 ຕຸລາ 2020 ຄອບຄົວ ຊາວຄຣີສຕຽນລາວ 7 ຄົນ ຢູ່ບ້ານປະສິງ-ບ້ານກາງ ເມືອງຕະໂອ້ຍ ແຂວງສາລະວັນ ໄດ້ຖືກອຳນາດ ການປົກຄອງຂັ້ນບ້ານມ້າງເຮືອນ ແລະ ໄລ່ອອກຈາກບ້ານ ຍ້ອນບໍ່ຍອມປະລະການ ເຊື່ອຖື ສາສນາຄຣິສຕຽນ ແລະ ເຖິງແມ່ນ ວ່າປັຈຈຸບັນຄອບຄົວ ດັ່ງກ່າວ ສາມາດກັບມາຢູ່ບ້ານໄດ້ ແລ້ວກໍຕາມແຕ່ ຖືກຫ້າມບໍ່ໃຫ້ ປຸກເຮືອນ ຫຼັງໃໝ່ຂຶ້ນບໍ່ເຊັ່ນນັ້ນ ຈະຖືກມ້າງຖິ້ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.