ລາວຄຣິສຕຽນຖືກຈັບຢູ່ ຄໍາມ່ວນ

ສິດນີ
2015.09.08
F-Christian ຊາວລາວຄຣິສຕຽນ
HRWLRF

ອົງການ ສິ້ງຊອມ ດ້ານ ສິດທິ ມະນຸດ ແລະ ສິດ ເສຣີພາບ ທາງ ສາສນາ ໄດ້ກ່າວ ຕໍ່ຫນັງ ສືພີມ BOsNEWsLIFE ໃນ ວັນທີ 8 ກັນຍາ 2015 ນີ້ວ່າ, ຊາວ ລາວຄຣິສຕຽນ 2 ຄົນ ຖືກຈັບ ໂດຍ ເຈົ້າຫນ້າທີ່ 5 ຄົນ ບຸກເຂົ້າໄປ ອ້ອມບ້ານ ຂອງ ຂະເຈົ້າ, ທີ່ ບ້ານ ໜອງຍາງ ເມືອງ ນາກາຍ ແຂວງ ຄຳມ່ວນ ຍ້ອນວ່າ ມີການ ເຊື່ອຖື ສາສນາ ຄຣິສຕຽນ.

ການຈັບກຸມ ຊາວ ລາວຄຣິສຕຽນ ສອງຄົນ ເກີດຂຶ້ນ ໃນ ວັນທີ 2 ກັນຍາ 2015, ນຶ່ງ ໃນນັ້ນ ແມ່ນ ທ້າວ ບຸນເຖິງ ເພັດສົມພອນ ອາຍຸ 43 ປີ ຫົວໜ້າ ຄຣິສຕຽນ ຈາກ ບ້ານ ໜອງໂປ່ງ ເມືອງ ຄຳເກີດ ແຂວງ ບໍຣິຄຳໄຊ ແລະ ຄົນ ທີສອງ ແມ່ນ ທ້າວ ເນີຍ ອາຍຸ 40 ປີ ຈາກ ບ້ານ ຄຸນຄຳ ເມືອງ ຄຸນຄຳ ແຂວງ ຄຳມ່ວນ, ທັງສອງ ໄດ້ພາກັນ ໄປ ຢ້ຽມຢາມ ພີ່ນ້ອງ ຊາວ ຄຣິສຕຽນ ອີກ 5 ຄົນ ທີ່ ບ້ານ ໜອງຍາງ ເມືອງ ນາກາຍ ແຂວງ ຄຳມ່ວນ ເລີຍ ຖືກ ເຈົ້າຫນ້າທີ່ ລາວ ຈັບ.

ກ່ອນຫນ້ານີ້ ຊາວ ລາວຄຣິສຕຽນ ໄດ້ ສົ່ງ ຂໍ້ຄວາມ ມາຫາ ວິທຍຸ ເອເຊັຽ ເສຣິ ວ່າ, ຊາວ ຄຣິສຕຽນ ທີ່ ບ້ານໜອງຍາງ ຖືກນາບຂູ່ ຈາກ ເຈົ້າຫນ້າທີ່ ລາວ ໃນການ ໄຫວ້ພຣະ ສວດມົນ ແລະ ດຳເນີນ ກິຈກັມ ທາງ ສາສນາ ຄຣິສຕຽນ ໃນບ້ານ ຊຶ່ງ ຫຼາຍຄອບຄົວ ກຳລັງ ສັດທາ ໃນ ສາສນາ ຄຣິສຕຽນ ໃນ ເວລາ ນີ້. ທາງການລາວ ຈຶ່ງໄດ້ ນາບຂູ່ ແຕ່ຍັງ ບໍ່ທັນ ມີການ ຈັບກຸມ ເທື່ອ.

ວິທຍຸ ເອເຊັຽ ເສຣີ  ກໍໄດ້ ຕິດຕໍ່ ໄປຍັງ ເຈົ້າເມືອງ ນາກາຍ ກໍໄດ້ຮັບ ການຊີ້ແຈງ ວ່າ, ເຄີຍໄດ້ຍິນ ຂ່າວ ດັ່ງກ່າວ ຢູ່, ແຕ່ຍັງ ບໍ່ຮູ້ວ່າ ເປັນ ເຫດການ ຈີງຫລື ຂ່າວລື, ເພາະ ຢູ່ ເມືອງນາກາຍ ກໍ ອະນຸຍາດ ໃຫ້ ຄົນນັບຖື ສາສນາ ໃດກໍໄດ້, ແຕ່ຕ້ອງເປັນ ໄປຕາມ ຣະບຽບ ກົດໝາຍ ລາວ. ດັ່ງ ທ່ານ ກ່າວວ່າ:

"ບໍ່ຊາບວ່າ ມັນຄວາມຈິງ ຫລືບໍ ເນາະ, ໄທເຮົາ ກໍໄດ້ຍິນ ແຕ່ຂ່າວ ບໍ່ເປັນ ທາງການ ຣັຖທັມມະນູນ ກະມີ ຄວາມເຊື່ອຖື ຫລື ບໍ່ເຊື່ອຖື ກໍໄດ້ເນາະ, ລັກສນະ ແນວນັ້ນ ແຕ່ບໍ່ໃຫ້ ຂຍາຍ ລະກະ ບໍ່ມີ ພືດຕິກັມ ຫຍັງ ກະທົບ ໃຫ້ການ ຈັດຕັ້ງ ກໍຄື ແນວທາງ ນະໂຍບາຍ ຂອງ ຣັຖບານ ນີ້ແຫລະ ວ່າຊັ້ນຊະ".

ອົງການ ສິ້ງຊອມ ດ້ານ ສິດທິ ມະນຸດ ແລະ ສີດ ເສຣີພາບ ທາງ ສາສນາ ໄດ້ ຮຽກຮ້ອງ ໃຫ້ ທາງການ ລາວ ປ່ອຍຕົວ ລາວຄຣິສຕຽນ ດັ່ງກ່າວ ໂດຍດ່ວນ ແລະ ໃຫ້ ເຄົາຣົບ ສິດທິ ໃນການ ນັບຖື ສາສນາ ໃນລາວ, ທີ່ ຄ້ຳປະກັນ ຈາກ ກົດຫມາຍ ຣັຖທັມມະນູນ ລາວ, ແລະ ຂອງ ອົງການ ສະຫະ ປະຊາຊາດ ທີ່ ຣັຖບານ ລາວ ໃຫ້ ສັດຕະຍາບັນ ໃນ ປີ 2009.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.