ທາງການລາວເຕືອນຣະວັງຄົນ ລັກ ເດັກນ້ອຍ

ມະນີຈັນ
2014.06.20
F-kids-luangnamtha ເດັກນ້ອຍໃນ ເມືອງບໍ່ເຕັນ ຊື່ງບໍ່ຫ່າງຈາກ ໂຮງກາສິໂນ ເຂດເສຖກິດ ພິເສດ ຂອງຈີນ
RFA

 

ຫ້ອງວ່າການ ຣັຖບານ ໄດ້ ແຈ້ງໃຫ້ ກະຊວງ ປ້ອງກັນ ຄວາມ ສງົບ ຂອງລາວ ປຶກສາ ຫາຣືກັນ ເພື່ຶອ ສະກັດກັ້ນ ຄົນລັກ ເດັກ ນ້ອຍ ຫລັງຈາກ ເກີດເຫດ ຄົນຮ້າຍ 2 ຄົນ ໄດ້ລັກ ເດັກນ້ອຍ ນັກຮຽນ ຢູ່ແຂວງ ສວັນນະເຂດ ເມື່ອເດືອນ ທີ່ ຜ່ານມາ ແລະ ມີ ຂ່າວລືວ່າ ມີຄົນ ພະມ້າ ໄດ້ເຂົ້າມາ ລັກ ເດັກນ້ອຍ ໃນລາວ ຊຶ່ງ ຜູ້ປົກຄອງ ແລະ ທາງ ໂຮງຮຽນ ຕ້ອງໄດ້ ຣະມັດ ຣະວັງ ຫລາຍ ຂຶ້ນ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ໃນວັນທີ 19 ມີຖຸນາ 2014 ນີ້:

"ກອງບັນຊາການ ປກສ ແຂວງ ຂະເຈົ້າ ກໍມີການ ອອກຂ່າວ ແຈ້ງໃຫ້ ປະຊາຊົນ ມີສະຕິ ຣະວັງໂຕ ຮັກສາລູກ ແຈ້ງໃຫ້ ໂຮງຮຽນ ຮັກສາ ນັກຮຽນ ເດັກນ້ອຍ ດຽວນີ້ນີ່ ມັນກໍມີ ເຫດການ ອັນນຶ່ງ ທີ່ ຢູ່ທາງແຂວງ ສາຣະວັນ".

ພ້ອມກັນນັ້ນ ທ່ານກໍໄດ້ ເວົ້າເຖິງ ຄົນຮ້າຍ ທີ່ໄດ້ລັກພາ ຕົວ ເດັກນ້ອຍ ຢູ່ແຂວງ ສາຣະວັນ ວ່າ ມາຮອດ ມື້ນີ້ ຍັງບໍ່ຖືກ ຈັບເທື່ອ. ດັ່ງນັ້ນ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ຈຶ່ງບໍ່ສາມາດ ບອກໄດ້ ວ່າ ເປັນຄົນຮ້າຍ ຈາກ ຕ່າງປະເທດ ຫລື ຄົນລາວເອງ? ເຮັດເປັນ ຂະບວນການ ຫລືບໍ່ ແລະ ລັກ ເດັກນ້ອຍໄປ ມີເປົ້າໝາຍ ຫຍັງ ກໍຍັງ ບໍ່ຮູ້ໄດ້ ເທື່ອ?

ຢ່າງໃດກໍຕາມ ຜູ້ ເປັນພໍ່ແມ່ ແລະ ຜູ້ ປົກຄອງ ຮວມທັງ ນາຍຄຣູ ໃນ ໂຮງຮຽນ ທົ່ວປະເທດ ກໍຕ້ອງ ຣະມັດ ຣະວັງ ເອົາໄວ້ ໃຫ້ ເບິ່ງ ແຍງ ເດັກນ້ອຍ ທີ່ ຢູ່ໃນຄວາມ ດູແລ ຂອງຕົນ ໃຫ້ດີ. ຫາກພົບເຫັນ ຄົນແປກໜ້າ ທ່າທາງ ຜິດປົກກະຕິ ໃຫ້ ຮີບແຈ້ງ ຕໍາຫຣວດ ບ້ານ ຫລື ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ໂດຍດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.