ທາງການລາວຈະກວາດລ້າງ ໄພສັງຄົມ
2014.08.20
ກະຊວງ ປ້ອງກັນ ຄວາມສງົບ ມີແຜນ ກວາດລ້າງ ບັນດາ ແມ່ຍິງ ຂາຍ ບໍຣິການ ທາງເພດ ທີ່ ແອບແຝງ ຢູ່ຕາມຮ້ານ ບັນເທີງ ຕ່າງໆ ໃນທົ່ວ ປະເທດ ກ່ອນທີ່ ສປປ ລາວ ຈະເປັນ ເຈົ້າພາບ ຈັດ ກອງປະຊຸມ ສຸດຍອດ ອາຊຽນ ໃນປີ 2016. ເຈົ້າໜ້າທີ່ ປ້ອງກັນ ຄວາມ ສງົບ ເວົ້າວ່າ:
"ພວກເຮົາ ມີແຜນ ກ່ຽວກັບການ ຮັກສາ ຄວາມ ເປັນຣະບຽບ ຮຽບຮ້ອຍ ຂອງ ສັງຄົມ ແຕ່ນີ້ໄປ ຮອດ ກອງປະຊຸມ ໃຫ່ຽ ພວກເຮົາ ຈະ ກວາດລ້າງ ບັນດາ ຄວາມບໍ່ເປັນ ຣະບຽບ ຮຽບຮ້ອຍ ຕ່າງໆ ຂອງ ສັງຄົມ ແມ່ຈ້າງ ນາງເລງ".
ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ຕໍ່ໄປວ່າ ມີແມ່ຍິງ ຈາກ ຕ່າງແຂວງ ເຂົ້າມາ ເຮັດວຽກໃນ ຮ້ານກິນດື່ມ ຮ້ານອາຫານ ແອບແຝງ ຂາຍ ບໍຣິການ ທາງເພດ. ສ່ວນແມ່ຍິງ ຢູ່ໃນ ນະຄອນ ຫຼວງ ວຽງຈັນ ຈໍານວນນຶ່ງ ພັດອອກໄປ ຕ່າງແຂວງ ຫລືໄປ ປະເທດອື່ນ ເພື່ອຂາຍ ບໍຣິການ.
ທ່ານວ່າ ເມື່ອ ອາທິດ ຜ່ານມາ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ນະຄອນຫຼວງ ໄດ້ກວດຄົ້ນ ຮ້ານບັນເທີງ 4 ແຫ່ງ ຢູ່ເມືອງ ນາຊາຍທອງ ແລະ ໄດ້ນໍາເອົາ ແມ່ຍິງ ຂາຍ ບໍຣິການ 20 ກວ່າຄົນ ໄປອົບຮົມ ສັ່ງສອນ ໃຫ້ເຂົາເຈົ້າ ເລີກອາຊີພ ດັ່ງກ່າວ.
ບັນຫາ ຄວາມບໍ່ເປັນ ຣະບຽບ ຮຽບຮ້ອຍ ຂອງ ສັງຄົມ ໃນ ນະຄອນຫຼວງ ທິ່ ຮ້າຍແຮງ ທີ່ສຸດ ແມ່ນ ການລັກລອບ ປຸ້ນຈີ້ ລ່ວງກະເປົາ ກຸ່ມຕິດຢາ ແລະ ຄົນຂໍທານ. ໃນປີ 2012 ທີ່ລາວ ເປັນເຈົ້າພາບ ຈັດ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ກໍມີການ ກວາດລ້າງ ໄປ ແລ້ວ ແຕ່ ຫລັງຈາກ ກອງປະຊຸມ ສິ້ນສຸດ ລົງແລ້ວ ບັນຫາ ຄວາມບໍ່ເປັນ ຣະບຽບ ກໍກັບຄືນມາ ຄືເກົ່າ.