ລາວ-ອອສເຕຣລຽນປະທ້ວງ ຢູ່ ທູດ ລາວ
2015.12.06
ໃນ ວັນທີ 6 ທັນວາ 2015 ໄດ້ມີ ຊຸມຊົນ ລາວ-ອອສເຕຣລຽນ ຈາກ ນະຄອນ ຊິດນີ ແລະ ນະຄອນຫລວງ ແຄນເບຣາ ປະເທດ ອອສເຕຣເລັຽ ພາກັນ ໄປທ້ອນໂຮມ ປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ລາວ ໃນ ນະຄອນຫລວງ ແຄນເບຣາ. ຈຸດປະສົງ ຂອງການ ປະທ້ວງ ໃນມື້ນີ້ ທ່ານ ກາດ ດິດທະວົງ ຮອງ ປະທານ ອົງການ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ເຂດ ອອສເຕຣເລັຽ ອະທິບາຍ ວ່າ:
"ໃນນາມ ພປລ ອອສເຕຣເລັຽ ພວກຂ້າເຈົ້າ ຮ່ວມກັບ ປະຊາຊົນ ມາຈາກ ຊິດນີ ແລະ ແຄນເບຣາ ໄດ້ພາກັນມາ ປະທ້ວງ ຣະບອບ ຜະເດັດການ ວັນທີ 2 ທັນວາ ວັນ ມະຫາອຸບາດ, ປະນາມ ຜູ້ນຳ ລາວແດງ ທີ່ຂາຍ ເມືອງລາວ ໃຫ້ ວຽດນາມ, ປະນາມ ຜູ້ນຳ ລາວແດງ ທີ່ປຸ້ນຊາດ ປຸ້ນ ປະຊາຊົນ, ປະນາມ ການລະເມີດ ສິທທິ ມະນຸສ ສຳຄັນ, ປະນາມ ທີ່ ທ່ານ ສົມບັດ ສົມພອນ ຫາຍສາບສູນ ໄປ, ປະນາມ ທີ່ ຜູ້ນຳ ລາວແດງ ບັງຄັບ ໃຫ້ຄົນລາວ ຮຽນພາສາ ວຽດ ຂໍຂອບໃຈ".
ສ່ວນທ່ານ ບຸນລ້ຽງ ໄຊຊະນະ ວົງເພັດ ຜູ້ມາຮ່ວມ ການປະທ້ວງ ຈາກ ນະຄອນ ຊິດນີ ກ່າວຕໍ່ ວິທະຍຸ ເອເຊັຽ ເສຣີ ວ່າ:
"ຂ້າພະເຈົ້າ ມາ ປະທ້ວງ ມື້ນີ້ ເພາະວ່າ ບໍ່ມັກ ລາວແດງ ປົກຄອງ, ຂາຍຊາດ ຂາຍແຜ່ນດິນ ຂາຍຊາດ ໃຫ້ ວຽດນາມ ໃຫ້ ຈີນ, ແມ່ນ ຂ້າພະເຈົ້າ ບໍ່ມັກ ລູກແສ້ ຫລານສາວ ສົ່ງໄປ ເມຶອງໄທ ເປັນ ແມ່ຈ້າງ ນາງເລງ, ຂາຍໄມ້ ຕົວະຍົວະ ປະຊາຊົນ ລາວ, ບໍ່ມັກ ການ ປົກຄອງ ຂອງ ລາວແດງ ຕັດສິທທິ ເສຣີພາບ ຂອງ ປະຊາຊົນ ລາວ, ຕ້ອງລົບລ້າງ ບໍ່ໃຫ້ມີ ຕໍ່ໄປ ໃນ ປະເທດ ລາວ, ຂ້າພະເຈົ້າ ໃນນາມ ຜູ້ຮັກຫອມ ສັນຕິພາບ ປະຊາທິປະໄຕ ຂໍຂອບໃຈ".
ປາກົດວ່າ ການປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ລາວ ໃນ ນະຄອນຫລວງ ແຄນເບຣາ ປະເທດ ອອສເຕຣເລັຽ ເທື່ອນີ້ ກໍເປັນນຶ່ງ ໃນຫລາຍໆ ການປະທ້ວງ ທົ່ວໂລກ ທີ່ ອົງການ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ແລະ ຄົນລາວ ທີ່ ຮັກ ສິທທິ ເສຣີພາບ ແລະ ປະຊາທິປະໄຕ ໄດ້ພາກັນ ສົ່ງເສີມ ໃຫ້ເກີດມີຂຶ້ນ ເພື່ອ ຕໍ່ຕ້ານ ແລະ ປະນາມ ມື້ຄົບຮອບ 40 ປີ ຂອງ ການກໍ່ຕັ້ງ ຣະບອບ ປົກຄອງ ແບບ ອະນາທິປະໄຕໃນ ລາວ.