ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ກ່າວວ່າ ສາເຫດ ຂອງ ເຮືອບິນ ກອງທັບ ອາກາດ ຕົກ ທີ່ ເມືອງແປກ ແຂວງ ຊຽງຂວາງ ເມື່ອ ວັນທີ 17 ພຶສພາ ທີ່ ຜ່ານມາ ນັ້ນ ຈາກ ການສອບຖາມ ຜູ້ ທີ່ລອດ ຊີວິດ ມາໄດ້ ເວົ້າວ່າ ໃນຊ່ວງ ທີ່ ເຮືອບິນ ຕຽມ ລົງເດີ່ນ ນັ້ນ ບິນ ຕ່ຳເກີນໄປ ເຮັດໃຫ້ ສ່ວນຫາງ ໄປຕ່ຳ ກັບ ປາຍໄມ້ ທີ່ ມີຄວາມສູງ ຈື່ງ ເຮັດໃຫ້ ເຮືອບິນ ເສັຽຫລັກ ຈື່ງ ເກີດ ອຸບັດຕິເຫດ ດັ່ງກ່າວ:
"ບໍ່ມີຫຍັງ ຜິດ ປົກກະຕິ ມາຮອດ ຫວິດພູ ຫັ້ນແລ້ວ ເຫັນວ່າ ຍົນ ເພີ່ນບິນ ຕ່ຳ ຫັ້ນນະ ແລ້ວ ກໍເອົາ ຕີນລົງ ກໍຄິດວ່າ ຊີ່ ລົງເດີ່ນ ແລ້ວນໍ ແຕ່ວ່າໄປ ຕຳເອົາໃບ ຕົ້ນໄມ້ ແປກ ກໍເຮັດ ໃຫ້ຍົນ ເສັຽຫລັກ ແລ້ວ ກໍເກີດ ອຸບັດເຫດ".
ທ່ານກ່າວ ຕຶ່ມວ່າ ເຮືອບິນ ລຳ ດັ່ງກ່າວ ກອງທັບ ອາກາດ ລາວ ຊື້ ຈາກ ປະເທດ ຣັຖເຊັຽ ຊື່ງ ນັບຕັ້ງແຕ່ ມື້ ຊື້ມາ ໄດ້ ໃຊ້ການ ແລ້ວ ປະມານ 7- 8 ປີ ແລະ ກໍມີການ ກວດ ສະພາບ ຂອງ ຍົນລຳນີ້ ຕຣອດ ບໍ່ເຄີຍມີ ບັນຫາ ເຣື້ອງ ເຄື່ອງຈັກ ຕິດຂັດ ມາກອ່ນ. ພ້ອມທັງ ສະພາບ ອາກາດ ໃນມື້ນັ້ນ ກໍຫນ້າ ຈະບໍ່ມີ ບັນຫາ ເພາະວ່າ ມີຍົນລຳ ອື່ນໆ ຂຶ້ນລົງ ເປັນ ປົກກະຕິ ໃນ ມື້ນັ້ນ.
ດັ່ງນັ້ນ ອຸບັດຕິເຫດ ຄັ້ງນີ້ ແມ່ນ ຄວາມຜິດພາດ ຂອງ ຜູ້ຂັບຍົນ ໃນຊ່ວງ ຕຽມລົງເດີ່ນ ຫລາຍກວ່າ. ແຕ່ ແຫລ່ງຂ່າວ ອື່ນ ລາຍງານ ວ່າ ມີຄວມຜິດພາດ ທາງ ດ້ານ ເທັກນິກ ໃນຊ່ວງ ທີ່ ຍົນ ຈະລົງ ເປັນ ສາເຫດ ເຮັດ ໃຫ້ ຍົນຕົກ.
ໃນຂະນະ ດຽວກັນ ກະຊວງ ປ້ອງກັນ ຄວາມສງົບ ພາຍໃນ ກໍໄດ້ ແຕ່ຕັ້ງ ພົລ ຈັດຕະວາ ສົມແກ້ວ ລີລາວົງ ຣັຖມົນຕຣີ ຊ່ອຍ ກະຊວງ ປ້ອງກັນ ຄວາມສງົບ ຮັກສາ ການ ຊົ່ວຄາວ ແທນ ດຣ. ທອງບັນ ແສງອາພອນ ອະດີດ ຣັຖມົນຕຣີ ກະຊວງ ປ້ອງກັນ ຄວາມສງົບ ຜູ້ທີ່ ເສັຽຊີວີດ. ສ່ວນກະຊວງ ປ້ອງກັນ ປະເທດ ຍັງບໍ່ທັນ ເປີດເຜີຍ ວ່າ ຜູ້ໃດ ແທນ ພົລໂທ ດວງໃຈ ພິຈິດ ອະດີດ ຣັຖມົນຕຣີ ປ້ອງກັນ ປະເທດ ຜູ້ທີ່ ເສັຽຊີວິດ ໃນເຫດການ ດັ່ງກ່າວ.