ຈັບຊາວບ້ານຢຶບເປັນການ ລະເມີດ ສິດທິມະນຸດ

ອຸ່ນເກ້ວ ສຸກສະຫວັນ
2020.12.10
ຈັບຊາວບ້ານຢຶບເປັນການ ລະເມີດ ສິດທິມະນຸດ ທ້າວ ວິຄໍາ ແລະ ທ້າວສຸວັນ (ຂວາມື) ຊາວບ້ານຢຶບ ທີ່ຍັງຖືກຂັງຄຸກຢູ່
ພາບປະກອບ 2011: ນັກຂ່າວພົລເມືອງ

ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 15 ຄົນ ຖືກຈັບ ໃນປີ 2017, ຍ້ອນວ່າເຂົາເຈົ້າມີຂໍ້ຂັດແຍ່ງທີ່ດິນ ໂດຍທີ່ທາງແຂວງ ເອົາທີ່ດິນເຂົາເຈົ້າໄປໃຫ້ບໍຣິສັດຢາງພາຣາ ວຽດນາມ ສຳປະທານ. ປັດຈຸຈັນ ຍັງເຫຼືອຊາວບ້ານອີກ 5 ຄົນ ລວມມີ; ທ້າວ ສຸວັນ, ທ້າວ ວິຄຳ, ທ້າວ ບຸນສົດ, ທ້າວ ບຸນແລງ ແລະ ບຸນເຕັ້ຽ ຍັງຖືກຂັງຄຸກຢູ່.

ກ່ຽວກັບເລື່ອງນີ້, ອົງການສິດທິມະນຸດ ເວົ້າວ່າ ການຈັບຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ບໍ່ເປັນໄປຕາມກົດໝາຍ ແລະ ເປັນການລະເມີດສິດທິມະນຸດຢ່າງຈະແຈ້ງ ພ້ອມກັບຮຽກຮ້ອງ ໃຫ້ທາງການລາວປ່ອຍຕົວຊາວບ້ານ ໃຫ້ເປັນອິສຣະ.

ທ່ານ Phil Robertson, ຮ້ອງຜູ້ອຳນວຍການອົງການສິ້ງຊອມ ດ້ານສິດທິມະນຸດ ຫຼື Human Rights Watch ປະຈຳເຂດເອເຊັຽ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຄວາມຈິງກໍຄື, ປະຊາຊົນຖືກຣັຖບານດຳເນີນຄະດີນັ້ນ, ເປັນທີ່ກະຈ່າງວ່າ ມັນເປັນການລະເມີດສິດທິມະນຸດ. ຣັຖບານລາວຄວນ ຍົກເລີກ ການດຳເນີນຄະດີປະຊາຊົນ ແລະ ປ່ອຍຕົວເຂົາເຈົ້າທັນທີ ພ້ອມທັງໃຫ້ຄ່າຊົດເຊີຍ ທີ່ເຂົາເຈົ້າຖືກຕິດຄຸກຫຼາຍປີ, ໂດຍທີ່ເຂົາເຈົ້າບໍ່ມີຄວາມຜິດຫຍັງ ລວມທັງຄ່າຊົດເຊີຍ ທີ່ເຂົາເຈົ້າເສັຽ ທີ່ດິນນຳອີກ."

ປະຊາຊົນອອກມາຮຽກຮ້ອງຄວາມເປັນທັມ ແລະ ເຂົາເຈົ້າບໍ່ໄດ້ເຮັດຫຍັງຜິດ, ແຕ່ຜັດຖືກເຈົ້າໜ້າທີ່ຈັບກຸມ:

"ປະຊາຊົນທີ່ຖືກຈັບ ຍ້ອນປະທ້ວງທີ່ເຂົາເຈົ້າເສັຽດິນ ແລະ ບໍຣິສັດຢາງພາຣາ ຢຶດດິນຂອງເຂົາເຈົ້າ. ປະຊາຊົນມີສິດທີຈະອອກ ມາເວົ້າ ແລະມີສິດເສຣີພາບໃນການປາກເວົ້າ ແລະ ເຂົາເຈົ້າປະທ້ວງແບບສງົບ ເພື່ອຮຽກຄວາມເປັນທັມ. ສິ່ງທີ່ຊາວບ້ານເຮັດ ບໍ່ໄດ້ຜິດກົດໝາຍຫຍັງ."

ທ່ານ Phil Robertson ກ່າວຕື່ມອີກວ່າ: ຄວາມຈິງກໍຄືວ່າ ປະຊາຊົນຄວນຈະມີສ່ວນຮ່ວມ ໃນການໂອ້ລົມ ແລະເຈຣະຈາກ່ຽວກັບ ຄ່າຊົດເຊີຍ ແຕ່ພວກເຮົາກໍຮູ້ວ່າ ຢູ່ປະເທດລາວ ມັນເປັນຄືແນວໃດ, ຣັຖບານໄດ້ຕັດສິນໃຈ ແລະສັ່ງໃຫ້ທຸກຄົນເຮັດ ສິ່ງທີ່ຕ້ອງການ ແລະ ຣັຖບານບໍ່ມັກໃຫ້ຜູ້ໃດ ມາຕໍ່ວ່າຕໍ່ຂານ ຫຼື ບໍ່ມັກຜູ້ທີ່ວິຈານຣັຖບານ ໃນເວລາທີ່ຣັຖບານ ເຮັດສິ່ງທີ່ຜິດພາດ ກໍຄື ກໍຣະນີ ຊາວບ້ານຢຶບ ທີ່ຖືກຈັບນີ້.

ກົດໝາຍຢູ່ປະເທດລາວ ມີຫຼາຍສະບັບ ທີ່ພົວພັນກັບການປົກປ້ອງສິດທິ ຂັ້ນພື້ນຖານຂອງປະຊາຊົນ, ແຕ່ ໃນການປະຕິບັດບໍ່ເປັນ ໄປຕາມມາຕຖານ ສິດທິມະນຸດສາກົນ.

Phil Robertson ກ່າວຕື່ມອີກວ່າ: ທາງການລາວຈະເວົ້າວ່າ ໄດ້ມີການປະຕິບັດກົດໝາຍ ແຕ່ບັນຫາ ກໍຄື ກົດໝາຍບໍ່ເປັນໄປຕາມ ມາຕຖານສິດທິມະນຸດສາກົນ. ປະຊາຊົນກໍຮູ້ວ່າ ຜ່ານມາ ເຂົາເຈົ້າໄດ້ເສັຽຜົນປໂຍດຫຍັງ.

ລະບຽບກົດໝາຍ ຢູ່ປະເທດລາວ ບໍ່ໄດ້ຖືກນຳໃຊ້ຢ່າງເປັນອິສຣະ ຕາມຫຼັກການຣັຖແຫ່ງກົດໝາຍ, ແຕ່ຈະຖືກປະຕິບັດຕາມແນວຄິດ ຂອງຜູ້ນຳຂັ້ນສູງ.

ທ່ານ Philip Alston ອາດີດຜູ້ຣາຍງານພິເສດ ເລື່ອງສິດທິມະນຸດ ແລະຄວາມທຸກຍາກ ປະຈໍາສະຫະປະຊາຊາດ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

“ລະບົບກົດໝາຍຂອງລາວ ຂຶ້ນກັບແນວຄວາມຄິດຂອງການນຳພາ ຂອງພັກຢ່າງດຽວ. ການປະຕິບັດກົດໝາຍ ບໍ່ມີຄວາມເປັນ ອິສຣະ. ຕຳຣວດ ແລະ ເຈົ້າໜ້າທີ່ສານ ເຂົ້າໃຈບົດບາດຂອງຕົນ ເພື່ອປະຕິບັດຕາມຄຳສັ່ງຂອງຣັຖບານ ແທນທີ່ຈະເຮັດໃຫ້ເກີດ ຄວາມຍຸຕິທັມ.”

ທ່ານ Philip Alston ຍັງກ່າວຕື່ມອີກວ່າ: ຜູ້ບໍຣິຈາກຕ່າງປະເທດ ແລະພາກສ່ວນອື່ນ ໄດ້ເນັ້ນເຖິງຄວາມສຳຄັນຂອງ ລະບຽບ ກົດໝາຍ ແລະ ສະນັ້ນນັບແຕ່ປີ 2010 ສປປ ລາວ ໄດ້ມີຍຸທສາດ ຢ່າງເປັນທາງການ ເພື່ອສົ່ງເສີມແນວທາງທີ່ຟື້ນຟູ ລະບຽບ ກົດໝາຍ. ໃນຄວາມເປັນຈິງ, ນີ້ເປັນວິທີການຕົບຕາ ຜູ້ບໍຣິຈາກ ແລະ ອົງການຈັດຕັ້ງສາກົນ, ແຕ່ວ່າ ບໍ່ມີການນຳໃຊ້ລະບຽບ ກົດໝາຍໃນລາວ.

ນັບແຕ່ມີການເປີດນະໂຍບາຍ ການລົງທຶນໃຫ້ນັກລົງທຶນຕ່າງປະເທດ ນັບແຕ່ຊຸມປີ 1990 ເປັນຕົ້ນມາ, ຣັຖບານລາວໄດ້ມີ ນະໂຍບາຍ ຫັນທີ່ດິນເປັນທຶນ ໂດຍເອົາທີ່ດິນ ໃຫ້ນັກລົງທຶນເຊົ່າ ແລະ ສຳປະທານ, ແຕ່ມັນໄດ້ສົ່ງຜົນກະທົບ ຕໍ່ການດຳລົງຊີວິດ ຂອງປະຊາຊົນ. ທ່ານ Philip Alston ໄດ້ກ່າວວ່າ:

“ຣັຖບານໄດ້ໃຫ້ບູຣິມະສິດ ການໂອນທີ່ດິນໃຫ້ເປັນຜົນປໂຍດທາງການຄ້າ ຫຼາຍກວ່າສິດທິ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ທັມມະດາ. ປະຊາຊົນທີ່ທຸກຍາກ ເປັນຜູ້ທີ່ໄດ້ຮັບ ຜົນກະທົບຫຼາຍທີ່ສຸດ ແລະ ບຸກຄົນມີຖານະ ໃນພັກ ແລະ ພັກພວກຂອງຄົນ ເຫຼົ່ານັ້ນ ເປັນຜູ້ທີ່ໄດ້ຮັບຜົນປໂຍດທັງໝົດ ພຽງແຕ່ຝ່າຍດຽວ. ເພື່ອເຮັດໃຫ້ລະບົບດັ່ງກ່າວມີ ປະສິດທິພາບ, ຣັຖບານ ໄດ້ຂັດຂວາງ ຂັ້ນຕອນການຮ້ອງທຸກ ແລະ ຂາດຄວາມຮັບຜິດຊອບ ແລະ ຖ້າວ່າຊາວບ້ານຄົນໃດ ຮ້ອງທຸກ ເຂົາຈະຖືກລົງໂທດ.”

ຣັຖບານໄດ້ມີນະໂຍບາຍ ເພື່ອໃຫ້ເສຖກິດເຕີບໂຕຫຼາຍເທົ່າໃດ, ຍິ່ງສົ່ງຜົນກະທົບຫຼາຍເທົ່ານັ້ນ, ແລະ ແນວທາງການລຶບລ້າງ ຄວາມທຸກຍາກ ຍັງສົ່ງຜົນກະທົບຫຼາຍຂຶ້ນຕື່ມ.

ທ່ານ Philip Alston ກ່າວວ່າ: ໃນຂນະທີ່ຂ້າພະເຈົ້າໄດ້ກ່າວຕໍ່ ສະພາສິດທິມະນຸດ ສະຫະປະຊາຊາດ ໃນປີ 2019 ວ່ານອກຈາກ ບັນຫາຄວາມທຸກຍາກໃນລາວແລ້ວ, ຍຸທສາດ ການເຕີບໂຕທາງດ້ານ ເສຖກິດຂອງ ສປປ ລາວ ໄດ້ທຳລາຍການດຳລົງຊີວິດ [ຂອງປະຊາຊົນ] ຢ່າງຕໍ່ເນື່ອງ, ໄດ້ສ້າງ ຫຼື ເຮັດໃຫ້ເກີດຄວາມສ່ຽງຫຼາຍຂຶ້ນ, ແລະ ເຮັດໃຫ້ຫຼາຍກຸ່ມຄົນ ມີຄວາມທຸກຍາກ. ບາງແນວທາງໃນການລຶບລ້າງຄວາມທຸກຍາກ ໄດ້ໄປລະເມີດສິດທິ ຂອງ ປະຊາຊົນທີ່ ທຸກຍາກ ແລະ ປະຊາຊົນ ທີ່ເປັນຊົນ ກຸ່ມນ້ອຍ.

ນອກຈາກນີ້ ທ່ານ Phil Robertson 4 ກ່າວຕື່ມອີກວ່າ: ທຸກຄົນກໍຮູ້ວ່າ ສະພາບຄຸກຢູ່ລາວ ຂີ້ຮ້າຍຂນາດໃດ, ຂາດຫຼັກອານາມັຍ ແລະ ຂາດອະຫານທີ່ເໝາະສົມ. ບັນຫາທັງໝົດ ເກີດຂຶ້ນກັບນັກໂທດ ທີ່ຖືກຄຸມຂັງ ກໍຄື, ເຂົາເຈົ້າມີບັນຫາທາງດ້ານສຸຂພາບ.

ສະເພາະຊາວບ້ານຢຶບ 5 ຄົນ ທີ່ຍັງຖືກຂັງຢູ່ໃນຄຸກນັ້ນ, ຊາວບ້ານຢຶບຄົນນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ຕຳຣວດ ໄດ້ອະນຸຍາດ ໃຫ້ຍາດພີ່ນ້ອງ ເຂົ້າພົບສອງຄັ້ງຕໍ່ເດືອນ, ແຕ່ເຈົ້າໜ້າທີ່ຈະອະນຸຍາດ ໃຫ້ສົ່ງອາຫານທີ່ປຸງແຕ່ງ ແລ້ວເທົ່ານັ້ນ.

ການຈັບຕົວຊາວບ້ານຢຶບ ມັນບໍ່ຍຸຕິທັມ ເພາະວ່າ ເຂົາເຈົ້າບໍ່ພຽງແຕ່ເສັຽທີ່ດິນ ເທົ່ານັ້ນ ແຕ່ເຂົາຍັງຖືກຈັບອີກດ້ວຍ. ປະຊາຊົນ ຜູ້ທີ່ເຄື່ອນໄຫວເລື່ອງສິດນຳໃຊ້ທີ່ດິນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ບໍ່ຍຸຕິທັມແຫຼະ ເອົາຂອງເຂົາລະມາເຮັດ [ຈັບ] ເຂົາ, ມັນຊິເປັນເບາະແນວນັ້ນ, ເຈົ້າຊິເອົາຄົນອື່ນມາບັງຄັບ ຄົນລາວ ມັນຊິເປັນ ເບາະ, ມັນບໍ່ຖືກຫັ້ນແຫຼະ ຄັນຊິເວົ້າຫັ້ນນ່າ ຂ້ອຍວ່າ ມັນບໍ່ຖືກແຫຼະ, ຂັ້ນເຮັດແນວນັ້ນ ມັນບໍ່ຖືກທາງດ້ານກົດໝາຍ ຫັ້ນແຫຼວ, ຄັນເວົ້າແທ້ ເລື່ອງກັມມະສິດ ຂອງປະຊາຊົນເນາະ ບຸກຄົນແຕ່ລະຄົນ ຫັ້ນນ່າ ເລື່ອງທີ່ດິນຫັ້ນ ເຂົາກະມີສິດ ຫັ້ນແຫຼວ."

ການເຊັນດິນປະຊາຊົນ ໃຫ້ນາຍທຶນມາສຳປະທານ ກໍເປັນການທຳລາຍປະຊາຊົນ, ປະຊາຊົນທ່ານນີ້ ກ່າວວ່າ:

"ເຂົາກະມີສິດຫັ້ນແຫຼວ ມັນບໍ່ແມ່ນນາຍ ເປັນສິດບຸກຄົນ, ຖ້າເຈົ້າໄປເຊັນໃຫ້ດິນປະຊາຊົນ, ໝາຍຄວາມວ່າເຈົ້າຢາກທຳລາຍປະຊາຊົນ ຫັ້ນແຫຼະ ຂັ້ນເວົ້າແທ້ຫັ້ນນ່າ ມັນບໍ່ຖືກຫັ້ນແຫຼວ ບາດນີ້ເຂົາຮ້ອງໂຮໄດ້ແລ້ວ ເຈົ້າກະຈັບກຸມເຂົາໃຫ້ເຂົາຖືກໂທດຖືກຫຍັງ ອັນນັ້ນມັນ ບໍ່ຖືກຕ້ອງແຫຼ ຄັນຊິເວົ້າຫັ້ນນ່າ."

ກ່ຽວກັບຂໍ້ມູນເພີ່ມເຕີມ ການດຳເນີນຄະດີ ກັບຊາວບ້ານຢຶບ, ເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ຂັ້ນສູງ ແຂວງເຊກອງ, ແຕ່ບໍ່ມີ ເຈົ້າໜ້າທີ່ຄົນໃດ ຮັບໂທຣະສັບ.

ເຖິງຢ່າງໃດກໍຕາມ, ທີ່ຜ່ານມາ ເຈົ້າໜ້າທີ່ຄະນະຜູ້ແທນລາວ ໄດ້ກ່າວຢູ່ໃນກອງປະຊຸມ ສິດທິມະນຸດສາກົນ ວ່າ: ອຳນາດການ ປົກຄອງແຂວງເຊກອງ ໄດ້ເຮັດທຸກຄວາມພຍາຍາມ ເພື່ອຊົດເຊີຍໃຫ້ແກ່ຊາວບ້ານຢຶບ ທີ່ເສັຍທີ່ດິນ ແຕ່ຊາວບ້ານບໍ່ຍອມຮັບ ເອົາຄ່າຊົດເຊີຍນັ້ນ ຊຶ່ງຖືວ່າ ເຂົາເຈົ້າຂັດຂວາງ ການພັທນາຊາດ.

ຄວາມເປັນມາ ຂອງຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ອີງຕາມຂໍ້ມູນຈາກຊາວບ້ານ:

• ໃນປີ 2006, ເຈົ້າແຂວງເຊກອງ ໄດ້ເອົາທີ່ດິນປະຊາຊົນບ້ານຢຶບ ຫຼາຍກວ່າ 100 ເຮັກຕາ ໃຫ້ບໍຣິສັດວຽດນາມສຳປະທານ ປູກຢ່າງພາຣາ ໂດຍທີ່ປະຊາຊົນບໍ່ຍິນຍອມ.

• ໃນປີ 2011, ຕ່າງໜ້າໃຫ້ຊາວບ້ານຢຶບ ຄື ທ້າວ ສຸວັນ ຂຶ້ນມາຢື່ນໜັງສືຄຳຮ້ອງທຸກຢູ່ສຳນັກງານນາຍົກຣັຖມົນຕຼີ ແລະສະພາ ແຫ່ງຊາດ ເພື່ອຂໍ້ຄວາມເປັນທັມ ເລື່ອງດິນທີ່ຖືກຢຶດໄປ.

• ໃນປີ 2015-2016, ສະພາແຫ່ງຊາດ ໄດ້ກ່າວກັບຊາວບ້ານວ່າ ຈະແກ້ໄຂບັນຫາທີ່ດິນໃຫ້ໃຫ້ເຂົາເຈົ້າ ແຕ່ກໍຍັງບໍ່ມີການແກ້ໄຂ.

• ໃນເດືອນ ກໍຣະກະດາ 2017, ຊາວບ້ານ 15 ຄົນ ຖືກຈັບຍ້ອນວ່າເຂົາເຈົ້າພາກັນ ໄປຢຶດທີ່ດິນຄືນ ຈາກບໍຣິສັດຢາງພາຣາ ວຽດນາມ ຍ້ອນວ່າ ເຈົ້າໜ້າທີ່ຂັ້ນແຂວງ ແລະ ຂັ້ນສູນກາງ ບໍ່ສາມາດແກ້ໄຂໃຫ້ເຂົາເຈົ້າໄດ້. ໃນເວລາຕໍ່ມາຊາວບ້ານຄົນນຶ່ງ ຢູ່ໃນຄຸກແລ້ວ, ເຈົ້າໜ້າທີ່ໄດ້ປ່ອຍຕົວ ຊາວບ້ານ 5 ຄົນ.

• ໃນເດືອນ ກໍຣະກະດາ 2019, ຊາວບ້ານ ທີ່ເຫຼືອອີກ 9 ຄົນ ຖືກນຳຂຶ້ນຕັດສິນໃນ 6 ຂໍ້ຫາ ຄື:

1. ການແບ່ງແຍກຄວາມສາມັກຄີ;

2.ການເຕົ້າໂຮມກຸ່ມຄົນສ້າງຄວາມປັ່ນປ່ວນ;

3. ການທຳລາຍຊັບສິນພົລເມືອງ;

4.ການທຳລາຍເຄື່ອງປູກຂອງຝັງ;

5.ການຂັດຂວາງການປະຕິບັດງານ ຂອງເຈົ້າໜ້າທີ່;

6.ການຫມິ່ນປມາດເຈົ້າໜ້າທີ່.

ຊາວບ້ານ 9 ຄົນ ຖືກຕັດສີນຈຳຄຸກແຕ່ 2-6 ປີ ຫຼັງຈາກນັ້ນຊາວບ້ານ 4 ຄົນ ໄດ້ພົ້ນໂທດ ແລະ ຖືກປ່ອຍຕົວ. ປັດຈຸບັນ ເຫຼືອ ຊາວບ້ານ 5 ຄົນ ທີ່ຍັງຕິດຄຸກຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.