ທຶນການສຶກສາຕ່າງປະເທດ ສົກປີ 2013-14


2013.09.19
F-Students ເດັກນ້ອຍນັກຮຽນລາວ ມີຄວາມສາມາດ ແລະມັນສມອງ ພ້ອມທີ່ຈະຮຽນຮູ້ ທຸກຢ່າງໄດ້ ຫາກມີໂອກາດ ເທົ່າທຽມກັນ
Citizen Journalist

 

ສປປລາວ ໄດ້ຮັບທຶນໃຫ້ນັກສຶກສາໄປຮຽນ ຕໍ່ຕ່າງປະເທດທັງໝົດກວ່າ 1,800 ທຶນ ແຕ່ ຜູ້ໄດ້ທຶນ ແມ່ນລູກເຈົ້າ ຫລານນາຍ ຂອງຜູ້ນໍາ ພັກ-ຣັຖ.

ເຈົ້າໜ້າທີ່ຂັ້ນສູງ ຂອງ ກະຊວງສຶກສາແລະກິລາ ຜູ້ນຶ່ງທີ່ບໍ່ປະສົງບອກຊື່ ເປີດເຜີຍວ່າ ໃນສົກການ ສຶກສາປີ 2013-2014 ນີ້ ນັກສຶກສາ ລາວ ໄດ້ຮັບທຶນເຖິງ 1,805 ທຶນເພື່ອໄປສຶກສາຕໍ່ ຢູ່ຕ່າງປະເທດ ຂັ້ນປຣິນຍາຕຣີ ປຣິນຍາໂທ ແລະປຣິນຍາເອກ ຢູ່ໃນ 27 ປະເທດ ທົ່ວ ໂລກ ເຊັ່ນສະຫະຣັຖ ອະເມຣິກາ ອອສເຕຣເລັຍ ຍີ່ປຸ່ນ ສິງກະໂປ ແລະວຽດນາມ. ແຕ່ປະກົດວ່າ ນັກສຶກສາ ທີ່ໄດ້ຮັບທຶນ ໄປຮຽນຕໍ່ຢູ່ປະ ເທດ ທີ່ຈະເຣີນແລ້ວ ເຊັ່ນ ສະຫະຣັຖອະເມຣິກາ ສະຫະພາບຢູໂຣບ ອອສເຕຣເລັຍ ແລະຍີ່ປຸ່ນນັ້ນສ່ວນຫລາຍ ເປັນລູກຫລານ ຂອງຄນະ ຜູ້ນຳ ພັກແລະຣັຖບານ ສ່ວນນັກສຶກສາ ທີ່ຮຽນເກັ່ງແທ້ໆ ທີ່ເປັນລູກຫລານ ຂອງປະຊາຊົນ ທັມມະດາສາມັນ ສ່ວນຫລາຍ ຈະໄດ້ໄປຮຽນຕໍ່ ຢູ່ວຽດນາມ ຫລືໝົດຢ່າງ ກໍໄດ້ໄປປະເທດ ອື່ນໆໃນອາຊຽນ ເຊັ່ນໄທ ແລະ ສິງກະໂປ.

ການຈັດສົ່ງນັກສຶກສາ ໄປຮຽນຕໍ່ຢູ່ຕ່າງປະເທດ ໂດຍທີ່ບໍ່ໄດ້ຂັດເລືອກ ຢ່າງຖືກຕ້ອງ ເປັນທັມນັ້ນ ຈະສົ່ງຜົນກະທົບ ຕໍ່ການສ້າງຊັພຍາກອນ ມະນຸດ ໃນລາວ. ຜູ້ຮຽນເກັ່ງບໍ່ໄດ້ຮັບການສົ່ງເສີມ ຜູ້ຮຽນເກັ່ງບໍ່ມີໂອກາດ ຜູ້ທີ່ໄດ້ໄປຍ້ອນເປັນ ລູກເຈົ້າຫລານນາຍ ເວລາຮຽນ ກໍຮຽນບໍ່ເກັ່ງ ຫລາຍຄົນບໍ່ຈົບຫລືຖ້າຈົບມາ ກໍບໍ່ມີຄວາມຮູ້ຄວາມສາມາດຢ່າງແທ້ຈິງ. ເຊັ່ນດຽວກັນກັບ ການຊື້ຈ້າງເຂົ້າຮຽນ ຫລືເຂົ້າເຮັດການ ໃນປັດຈຸບັນ ລູກຫລານ ຂອງຜູ້ມີອິດທິພົນ ແລະມີເງິນ ຍຸທ່າງ ຊື້ຈ້າງເຂົ້າຮຽນ ແລະ ເຂົ້າເຮັດການໄດ້ ສະບາຍ ທັງໆທີ່ຕົນບໍ່ມີ ຄວາມຮູ້ ຄວາມສາມາດ ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.