ເດັກນ້ອຍລາວຫຼິ້ນການພະນັນ

ເດັກນ້ອຍລາວ ໃນເຂດຊົນນະບົດ ຫລິ້ນການພະນັນ ປະເພດຕ່າງໆ ໃນຍາມມີບຸນປະເພນີ
ເດັກນ້ອຍລາວ ໃນເຂດຊົນນະບົດ ຫລິ້ນການພະນັນ ປະເພດຕ່າງໆ ໃນຍາມມີບຸນປະເພນີ (RFA/TP)

0:00 / 0:00

ເດັກນ້ອຍລາວໃນເຂດຊົນນະບົດ ຍັງນິຍົມກັນຫລິ້ນການພະນັນ ປະເພດຕ່າງໆ ໃນຍາມບຸນປະເພນີ ຮ່ວມດ້ວຍບຸນປີໃຫມ່ ຍ້ອນອຳນາດ ການປົກຄອງທ້ອງຖິ່ນ ແຕ່ລະບ້ານ ມັກຈະອະນຸຍາດໃຫ້ຫລິ້ນ ທັ້ງໆທີ່ການພະນັນຜິດກົດຫມາຍ ແລະຣະບຽບຂອງທາງການ. ດັ່ງຄຳເວົ້າ ຂອງເຈົ້າຫນ້າທີ່ ກປສ ແຂວງຈຳປາສັກ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ວ່າງຫລັງໆມານີ້ວ່າ:

"ຕາມຫລັກການກໍບໍ່ໄດ້ແຕ່ວ່າ ເດັກນ້ອຍຂະເຈົ້າຫລິ້ນນຳບ້ານ ເດັກນ້ອຍຂະເຈົ້າຫລິ້ນຫລາຍໃດ ມັນເປັນເທສການແລ້ວ ເດັກນ້ອຍກໍຫຼິ້ນ ນ້ຳເຕົ້າປູປານີ້ແມ່ນເພິ່ນອະນຸຍາດໃຫ້ເຮັດ ແລ້ວຂະເຈົ້າຈຶ່ງເຮັດໄດ້ ເດັກນ້ອຍຂະເຈົ້າຫລິ້ນຫລາຍນະ ຢູ່ໃສຂະເຈົ້າ ກະຫລີ້ນຫມົດ."

ທ່ານກ່າວຕື່ມວ່າ ການຫລີ້ນການພະນັນ ຂອງເດັກນ້ອຍຖືວ່າ ຜິດກົດຣະບຽບທາງການ ຖ້າຫາກເຈົ້າຫນ້າທີ່ຕຳຣວດ ພົບເຫັນກໍຕອ້ງໄດ້ເອີ້ນ ຜູ້ປົກຄອງຫລືພໍ່ແມ່ມາອົບຮົມສັ່ງສອນ ຮ່ວມທັງຜູ້ເປີດບ່ອນຫລິ້ນ ການພະນັນນັ້ນນຳ ແລະຈະຖືກປັບໃຫມເຖິງ 1 ຫາສອງແສນກີບ ແຕ່ຖ້າ ຫາກຫຼິ້ນໃນຍາມບຸນປະເພນີ ເປັນຕົ້ນບຸນພະເວດ ບຸນບ້ານ ຫລືບຸນປີໃຫມ່ ຖືວ່າບໍ່ຜິດກົດໝາຍ ທາງການຈະມອບ ໃຫ້ອຳນາດການປົກຄອງ ທ້ອງຖິ່ນ ເປັນຜູ້ຕັດສິນໃຈ ເອົາເອງ.

ແຕ່ເຖິງຢ່າງໃດກໍຕາມ ການຫລິ້ນການພະນັນ ຂອງເດັກນ້ອຍ ບໍ່ວ່າໃນກໍຣະນີໃດ ຫລາຍພາກສ່ວນ ກໍບໍ່ເຫັນພ້ອມນຳ ຍ້ອນມັນຈະສົ່ງ ຜົລກະທົບ ຕໍ່ອະນາຄົດຂອງເດັກນ້ອຍ, ດັ່ງອະດີດນັກສຶກສາ ມະຫາວິທຍາລັຍແຫ່ງຊາດ ທ່ານນຶ່ງເວົ້າວ່າ:

"ຫມາກນ້ຳເຕົ້າກຸ້ງ ເປັນພັຍຕໍ່ສັງຄົມ ຈຶ່ງມັນບໍ່ຄວນທີ່ຈະໃຫ້ເຣື້ອງນີ້ມັນເກີດ ໂດຍສະເພາະແມ່ນເດັກນ້ອຍ ຄືມັນເປັນການພະນັນ ເປັນມື້ບຸນ ຫລື ມື້ອີ່ຫຍັງກະຢ່າ ພວກນີ້ມັນບໍ່ຄວນໃຫ້ເດັກນ້ອຍໄປຫລິ້ນນ່າ ມັນຊີ່ເຮັດໃຫ້ເກີດການສ້າງຈິດສຳນຶກ ໃຫ້ຂະເຈົ້າວ່າ ສິ່ງທີ່ຂະເຈົ້າເຮັດຢູ່ນັ້ນ ເປັນສິ່ງທີ່ຖືກຕ້ອງບໍ, ແທນທີ່ຈະເປັນຜູ້ໃຫຍ່ຕັກເຕືອນວ່າ ເປັນເດັກນ້ອຍບໍ່ຄວນເຂົ້າໄປໃກ້ສິ່ງເຫລົ່ານີ້ເລີຍ."

ໃນປັດຈຸບັນ ເດັກນ້ອຍໃນລາວ ນອກຈາກຫລິ້ນການພະນັນແລ້ວ ຍັງຕິດເກມແລະດື່ມສິ່ງມຶນເມົານຳອີກ ໂດຍສະເພາະເດັກນ້ອຍ ໃນເຂດ ຫົວເມືອງໃຫຍ່ ເປັນຕົ້ນນະຄອນຫລວງວຽງຈັນ ແລະແຂວງອື່ນໆ ຊື່ງຫລາຍພາກສ່ວນ ຂອງທາງການກໍເປັນຫ່ວງ ກ່ຽວກັບເຣື້ອງນີ້.